Lao CSO Platform

ອົງການຈັດຕັ້ງສັງຄົມລາວ

Lao Civil Society Organizations Platform

ອົງການຈັດຕັ້ງສັງຄົມລາວ

Lao Civil Society Organizations Platform

ຜູ້ປະສານງານຂັ້ນແຂວງ ຜູ້ປະສານງານຂັ້ນເມືອງ

ລາຍລະອຽດກ່ຽວກັບໜ້າວຽກ

ສະມາຄົມພັດທະນາກະສິກຳ ແລະ ສິ່ງແວດລ້ອມແບບຍືນຍົງ (SAEDA) ເພື່ອຈັດຕັ້ງປະຕິບັດໂຄງການ ສົ່ງເສີມກະສິກໍານິເວດໃຫ້ຊາວນາຂະຫນາດນ້ອຍ (Support eco-agrology agriculture for small farmers) ມີຄວາມຕ້ອງການຮັບພະນັກງານ 4 ຕໍາແໜ່ງ: ຜູ້ປະສານງານຂັ້ນແຂວງ 1 ຕໍາແຫນ່ງ ແລະ ຜູ້ປະສານງານຂັ້ນເມືອງ 3 ຕໍາແໜ່ງ ປະຈຳໂຄງການຢູ່ຫ້ອງການ ແຂວງຈໍາປາສັກ ໄລຍະເວລາ 3 ປິ

ຫນ້າທີ່ຮັບຜິດຊອບ:

  • ສ້າງແຜນກິດຈະກຳປະຈຳປີ ປະຈຳໄຕມາດ ແລະ ປະຈຳເດືອນ ພ້ອມນຳພາທີມງານຈັດຕັ້ງປະຕິບັດກິດຈະກຳ
  • ຈັດຕັ້ງປະຕິບັດ, ສົ່ງເສີມ ແລະ ພັດທະນາກິດຈະກຳດ້ານກະສິກຳ, ໃນການຈັດຕັ້ງປະຕິບັດໂຄງການສົ່ງເສີມຄວາມເຂັ້ມແຂງ, ລະບົບການດຳລົງຊິວິດໃນຊຸມຊົນໃນບ້ານເປົ້າ ໝາຍຂອງໂຄງການ;
  • ປະສານງານກັບລະຫວ່າງສະມາຄົມ SAEDA ວຽງຈັນ, ແລະ ພາກລັດຂັ້ນແຂວງ, ເມືອງ, ບ້ານ ແລະ ອົງການຈັດຕັ້ງອື່ນໆທີ່ກ່ຽວຂ້ອງ;
  • ຕິດຕາມ ກວດກາ ແລະ ຊຸກຍູ້ວຽກງານຂອງໂຄງການທີ່ຮັບຜິດຊອບ.
  • ລາຍງານການຈັດຕັ້ງກິດຈະກຳ ປະຈຳເດືອນ ແລະ ປະຈຳປີ ໃຫ້ສາຍງານ ແລະ ຄູ່ຮ່ວມງານຕາມຄວາມຕ້ອງການ.

ຄຸນນະວຸດ ແລະ ມາດຖານຕ້ອງການ:

  • ຮຽນ​ຈົບປະລິນຍາຕີ ຫຼື ທຽບເທົ່າ ດ້ານກະສິກຳ ແລະ ອື່ນໆທີ່ກ່ຽວຂ້ອງ;
  • ສັນຊາດລາວ ມີອາຍຸລະຫວ່າງ 2550 ປີ;
  • ມີປະ​ສົບ​ການເຮັດວຽກດ້ານກະສິກຳ ມາ​ກ່ອນຫຼາຍ​ກວ່າ 3-5 ປີ;
  • ​ເຄີຍ​ເຮັດ​ວຽກ​ນຳ​ພາກລັດ ຫຼື ອົງການ​ຈັດຕັ້ງສາກົນ ຫຼື ສະມາຄົມ ຫຼື ບໍລິສັດ;
  • ສາມາດ​ນຳ​ໃຊ້​ຄອມ​ພິວ​ເຕີ : Word, Excel, Power point, Publisher, ອິນເຕີເນັດ ​ແລະ ອື່ນໆ;
  • ສາມ​າດ​ເວົ້າ ​ແລະ ຂຽນພາສາ​ອັງກິດ​​ໄດ້ດີພໍສົມຄວນ;
  • ຖ້າເປັນຄົນຖິ່ນຖານຢູ່ນະຄອນຈໍາປາສັກຈະພິຈາລະນາເປັນພີເສດ;
  • ມີສຸຂະພາບແຂງແຮງດີ ແລະ ສາມາດເຮັດວຽກໃນເຂດຫ່າງໄກສອກຫລີກໄດ້;
  • ມີຄວາມຮັບຜິດຊອບສູງ, ມີຫົວຄິດປະດິດສ້າງ, ກະຕືລີລົ້ນໃນການຮຽນຮູ້ເອົາບົດຮຽນອັນໃໝ່, ມີຄວາມອົດທົນ, ມີຄວາມອ່ອນໄຫວ​ ແລະ ການເຮັດວຽກເປັນທີມໄດ້ດີ;
  • ຈະຕ້ອງມີໃບອະນຸຍາດຂັບຂີ່ລົດຈັກ;

ທ່ານໃດສົນໃຈສາມາດຍື່ນຄຳຮ້ອງສະໝັກຂຽນດ້ວຍຕົວເອງ ພ້ອມດ້ວຍ ຊີວະປະຫວັດ, ໃບປະ ກາດ, ໃບຜ່ານງານ, ໃບແຈ້ງໂທດ, ອັດປື້ມສຳມະໂນຄົວ/ບັດປະຈຳຕົວ ແລະ ເອກກະສານອື່ນໆ ທີ່ກ່ຽວຂ້ອງມາທີ່. ສະເກນ ສົ່ງ​ມາ​ທາງ​ອີ​ແມ໋​ວ: infor.saedalaos@gmail.com;

ປິດຮັບສະໝັກ ວັນທີ 07/09/2024

Downloads

ຕິດຕໍ່