Lao CSO Platform

ອົງການຈັດຕັ້ງສັງຄົມລາວ

Lao Civil Society Organizations Platform

ອົງການຈັດຕັ້ງສັງຄົມລາວ

Lao Civil Society Organizations Platform

ຜູ້ປະສານງານແຜນງານກະສະກໍາ (Agriculture Officer) 1 ຕໍາແໜ່ງ

ລາຍລະອຽດກ່ຽວກັບໜ້າວຽກ

ປະກາດ​ຮັບ​ສະໝັພະນັກງານ

ສະມາຄົມພັດທະນາກະສິກຳ ແລະ ສິ່ງແວດລ້ອມແບບຍືນຍົງ (SAEDA) ມີຄວາມຕ້ອງການຮັບພະນັກງານ:

ຜູ້ປະສານງານແຜນງານກະສະກໍາ (Agriculture Officer) 1 ຕໍາແໜ່ງ ປະຈຳການຢູ່ຫ້ອງການນະຄອນຫລວງວຽງຈັນ

ພາລະໜ້າທີ່ຫຼັກ:

  • ຮັບຜິດຊອບແຜນງານດ້ານກະສິກໍາ ແລະ ຊ່ວຍແຜນງານອື່ນໆຂອງສະມາຄົມ.
  • ຮັບຜິດຊອບວຽກງານໂຄງການ ທີ່ສະມາຄົມມອບຫມາຍໃຫ້
  • ຂຽນແຜນງານໂຄງການ, ບໍລິຫານໂຄງການ ແລະ ລາຍງານໂຄງການໃຫ້ຫົວໜ້າຮ່ວມຂອງສະມາຄົມ ແລະ ຜູ້ໃຫ້ທຶນ.
  • ພັດທະນາຍຸດທະສາດ ແລະ ແຜນງານທີ່ຮັບຜິດຊອບ ຂອງສະມາຄົມ.
  • ຕິດຕາມ ແລະ ສະໜັບສະໜູນ ຮ່ວມກັບຜູ້ປະສານໂຄງການຢ່າງໄກ້ຊິດ.
  • ໂຄສະນາ ແລະ ເຜິຍແຜ່ບັນດາເອກະສານພາລະບົດບາດ ແລະ ຜົນສຳເລັດຂອງສະມາຄົມ ແລະ ຮັກສາ ຜົນປະໂຫຍດອັນຊອບ ທຳຂອງສະມາຄົມ.
  • ປະສານງານລະຫວ່າງສະມາຄົມ ກັບພາກລັດຂັ້ນສູນກາງ ຫາທ້ອງຖິ່ນ ແລະ ອົງການຈັດຕັ້ງອື່ນໆທີ່ ກ່ຽວຂ້ອງ.
  • ຮັບຜິດຊອບການປະສານງານ ແລະ ເຂົ້າຮ່ວມ ກິດຈະກຳຂອງອົງການເຄືອຂ່າຍຂອງສະມາຄົມທີ່ກ່ຽວຂ້ອງ ທີ່ຢູ່ພາຍໃນ ແລະ ຕ່າງປະເທດ ທີ່ຫົວໜ້າສະມາຄົມມອບໝາຍໃຫ້.
  • ກວດກາ, ຕິດຕາມ ແລະ ຊຸກຍູ້ຜູ້ປະສານງານໂຄງການ ແລະ ວຽກງານຂອງໂຄງການທີ່ຮັບຜິດຊອບໂດຍກົງ
  • ຂຽນເອກະສານປະສົບການ ແລະ ຜົນການຈັດຕັ້ງປະຕິບັດໂຄງການ.
  • ເປັນຜູ້ປະສານງານກັບທີມງານ, ຈັດຕັ້ງກອງປະຊຸມ, ຝຶກອົບຮົມຕ່າງ: ກະກຽມເອກະສານ ແລະ ພົວພັນຜູ້ເຂົ້າຮ່ວມ ແລະ ລາຍງານຕ່າງໆ.
  • ຂຽນບົດລາຍງານປະຈໍາ ເດືອນ, 6 ເດືອນ, ປິ ຂອງໂຄງການ ແລະ ອົງກອນ

ຄຸນນະວຸດ ແລະ ມາດຖານຕ້ອງການ:

  • ຮຽນ​ຈົບປະລິນຍາຕີ ຫຼື ທຽບເທົ່າ
  • ສັນຊາດລາວ ມີອາຍຸລະຫວ່າງ 25-50 ປີ;
  • ມີປະ​ສົບ​ການເຮັດວຽກດ້ານວິຊາສະເພາະກະສິກໍາ ຫລື ກ່ຽວຂ້ອງ 3 ປີ;
  • ​ເຄີຍ​ເຮັດ​ວຽກ​ນຳ​ພາກລັດ ຫຼື ອົງການ​ຈັດຕັ້ງສາກົນ ຫຼື ສະມາຄົມ ຫຼື ບໍລິສັດ;
  • ສາມາດ​ນຳ​ໃຊ້​ຄອມ​ພິວ​ເຕີ : Word, Excel, Power point, Publisher, ອິນເຕີເນັດ ​ແລະ ອື່ນໆ;
  • ສາມ​າດ​ເວົ້າ ​ແລະ ຂຽນພາສາ​ອັງກິດ​​ໄດ້ດີພໍສົມຄວນ;
  • ມີສຸຂະພາບແຂງແຮງດີ ແລະ ສາມາດເດີນທາງເຮັດວຽກໃນເຂດຫ່າງໄກສອກຫລີກໄດ້;
  • ມີຄວາມຮັບຜິດຊອບສູງ, ມີຫົວຄິດປະດິດສ້າງ, ກະຕືລີລົ້ນໃນການຮຽນຮູ້ເອົາບົດຮຽນອັນໃໝ່, ມີຄວາມອົດທົນ​ ແລະ ການເຮັດວຽກເປັນທີມໄດ້ດີ;
  • ສາມາດເລີ່ມເຮັດວຽກໄດ້ເລີຍ

ທ່ານໃດສົນໃຈສາມາດຍື່ນຄຳຮ້ອງສະໝັກຂຽນດ້ວຍຕົວເອງ ພ້ອມດ້ວຍ ຊີວະປະຫວັດ, ໃບປະກາດ, ໃບຜ່ານງານ, ໃບແຈ້ງໂທດ, ອັດປື້ມສຳມະໂນຄົວ/ບັດປະຈຳຕົວ ແລະ ເອກກະສານອື່ນໆ ທີ່ກ່ຽວຂ້ອງມາທີ່ ​Email: infor.saedalaos@gmail.com;

ປິດຮັບສະໝັກ ວັນທີ 09/01/2026

Downloads

ຕິດຕໍ່