Lao CSO Platform

ອົງການຈັດຕັ້ງສັງຄົມລາວ

Lao Civil Society Organizations Platform

ອົງການຈັດຕັ້ງສັງຄົມລາວ

Lao Civil Society Organizations Platform

ພະນັກງານບໍລິຫານ ແລະ ການເງິນ

ລາຍລະອຽດກ່ຽວກັບໜ້າວຽກ

ປະກາດຮັບສະໝັກພະນັກງານ
ພະນັກງານບໍລິຫານ ແລະ ການເງິນ (Administrative and Finance Officer)

ສະມາຄົມພັດທະນາກະສິກຳ ແລະ ສິ່ງແວດລ້ອມແບບຍືນຍົງ (SAEDA) ເພື່ອຈັດຕັ້ງປະຕິບັດໂຄງການສົ່ງເສີມກະສິກໍານິເວດໃຫ້ຊາວນາຂະຫນາດນ້ອຍ (Support eco-agrology agriculture for small farmers) ມີຄວາມຕ້ອງການຮັບ:

ພະນັກງານບໍລິຫານ ແລະ ການເງິນ (Administrative and Finance Officer)

ປະຈຳໂຄງການຢູ່ຫ້ອງການ ແຂວງຈໍາປາສັກ ໄລຍະເວລາ 3 ປີ

ໜ້າທີ່ຮັບຜິດຊອບຫຼັກ

  • ວຽກບໍລິຫານຫ້ອງການ
  • ຈັດເກັບ ແລະ ຄຸ້ມຄອງເອກະສານ
  • ຮັບໂທລະສັບ, ກ໋ອບປີເອກະສານ
  • ເບິງຄວາມເປັນລະບຽບຮຽບຮ້ອຍ ແລະ ອໍານວຍຄວາມສະດວກຕ່າງໆ
  • ຈັດຊື້ອຸປະກອນຕ່າງໆ
  • ເຮັດການບັນທຶກການເຄື່ອນໄຫວການເງິນ
  • ກວດສອບເອກະສານການເງິນ
  • ເຮັດແຜນງົບປະມານກິດຈະກໍາ, ປະຈໍາເດືອນ, ໄຕມາດ, ປີ
  • ເຮັດບົດລາຍງານການເງິນກິດຈະກໍາ, ປະຈໍາເດືອນ, ໄຕມາດ, ປີ
  • ຕິດຕໍ່ ປະສານງານວຽກງານ ກັບ ທາງນອກ: ທະນາຄານ, ຫ້ອງການໄປສະນີ ແລະ ອົງການຈັດຕັ້ງອື່ນໆ

ຄຸນນະວຸດ ແລະ ມາດຖານຕ້ອງການ

  • ຮຽນຈົບປະລິຍາຕີ ຫຼື ທຽບເທົ່າດ້ານການຄຸ້ມຄອງບໍລິຫານ ແລະ ສາຂາອື່ນໆ ທີ່ກ່ຽວຂ້ອງ
  • ສັນຊາດລາວ ມີອາຍຸລະຫວ່າງ 25-40 ປີ
  • ມີປະສົບການໃນການເຮັດວຽກມາກ່ອນ ຫຼາຍກວ່າ 1 ປີ
  • ເຄີຍເຮັດວຽກນຳອົງການພັດທະນາຊົນນະບົດມາກ່ອນ
  • ສາມາດນຳໃຊ້ຄອມພິວເຕີ: Word, Excel, Power point ແລະ ອື່ນໆ
  • ສາມາດເວົ້າ ແລະ ຂຽນພາສາອັງກິດ ໄດ້ເປັນຢ່າງດີ
  • ມີຄວາມມັກ, ຮັບຜິດຊອບ ແລະ ຫ້າວຫັນຕໍ່ໜ້າທີວຽກງານ
  • ບໍ່ມີຄະດີ ແລະ ເຮັດຜິດລະບຽບກົດໝາຍມາກ່ອນ
  • ຖ້າເປັນຄົນທ້ອງຖິ່ນຢູ່ນະຄອນຈຳປາສັກຈະພິຈາລະນາເປັນພີເສດ
  • ຈະຕ້ອງມີໃບອະນຸຍາດຂັບຂີ່ລົດຈັກ

ການສະໝັກ

ທ່ານໃດສົນໃຈສາມາດຍື່ນຄຳຮ້ອງສະໝັກຂຽນດ້ວຍຕົວເອງ ພ້ອມດ້ວຍ ຊີວະປະຫວັດ, ໃບປະກາດ, ໃບຜ່ານງານ, ໃບແຈ້ງໂທດ, ອັດປື້ມສຳມະໂນຄົວ/ບັດປະຈຳຕົວ ແລະ ເອກກະສານອື່ນໆ ທີ່ກ່ຽວຂ້ອງ. ສະເກນ ສົ່ງມາທາງອີແມ໋ວ: infor.saedalaos@gmail.com

ປິດຮັບສະໝັກ: ວັນທີ 27/04/2025

Downloads

ຕິດຕໍ່