ສະມາຄົມ ສຸຂະພາບຊຸມຊົນ ແລະ ການມີສ່ວນຮ່ວມ (ສສຮ)
ຄຳອະທິບາຍ: ສະມາຄົມ ສຸຂະພາບຊຸມຊົນ ແລະ ການມີສ່ວນຮ່ວມ (ສສຮ) ແມ່ນອົງການຈັດຕັ້ງສັງຄົມລາວທີ່ເຮັດວຽກສົ່ງເສີມປະຊາກອນທີ່ມີຄວາມສ່ຽງ ແລະ ໄດ້ຮັບຜົນກະທົບໃນການເຂົ້າເຖີງການບໍລິການສຸຂະພາບຢ່າງ ທົ່ວເຖີງ ແລະ ເທົ່າທຽມ.
ຕໍາແຫນ່ງງານ:
-
ພະນັກງານ: ພາກສະໜາມ 1 ຕໍາແໜ່ງ
ຊື່ໂຄງການ:
-
ໂຄງການ ຫຼຸດຜ່ອນການສົ່ງເຊື້ອສາມພະຍາດ (HIV, Hepatitis B and Syphilis) ຈາກແມ່ສູ່ຢູ່ລູກບ່ອນຝາກທ້ອງ
ບ່ອນປະຈຳການ:
ໄລຍະເວລາສັນຍາ:
ໜ້າວຽກຫຼັກ:
-
ປະສານງານກັບແພດ, ວິຊາການໂຮງໝໍນ້ອຍ, ອາສາສະໝັກເພື່ອນສອນເພື່ອນ ແລະ ອາສາສະໝັກຂັ້ນບ້ານໃນການສ້າງແຜນກິດຈະກໍາປະຈໍາເດືອນ.
-
ອຳນວຍຄວາມສະດວກ ແລະ ໃຫ້ການບໍລິການດ້ານສຸຂະພາບ ລວມທັງ ເຮສໄອວີ, ພະຍາດໄວຣັສອັກເສບຕັບບີ ແລະ ພະຍາດຕິດຕໍ່ທາງເພດສໍາພັນໃນກຸ່ມເປົ້າໝາຍແມ່ຍີງຖືພາ ແລະ ໄວຈະເລີນພັນ ໂດຍຮ່ວມມືກັບອາສາສະໝັກບ້ານ, ໂຮງໝໍນ້ອຍ ແລະ ໂຮງໝໍເມືອງ.
-
ອໍານວຍຄວາມສະດວກ ແລະ ຊ່ວຍລົງທະບຽນກຸ່ມເປົ້າໝາຍ, ລວມທັງຕິດຕາມການປ້ອນຂໍ້ມູນ, ການບັນທຶກຂໍ້ມູນທີ່ຖືກຕ້ອງຄົບຖ້ວນໃນລະບົບ ແລະ ລາຍງານຂໍ້ມູນທຸກໆເດືອນ.
ຄຸນສົມບັດ/ເງື່ອນໄຂໃນການສະໝັກ:
-
ສັນຊາດ: ລາວ
-
ພື້ນທີ່: ເມືອງວຽງຄໍຳ, ແຂວງວຽງຈັນ
-
ການສຶກສາ:
-
ຈົບປະລີນຍາຕີ ຫລື ທຽບເທົ່າ ສາຂາແພດສາດ ຫຼື ສັງຄົມສົງເຄາະ
-
ປະສົບການວຽກ:
-
ມີປະສົບການດ້ານວຽກງານພັດທະນາ ແລະ ອາສາສະໝັກສັງຄົມ ຢ່າງໜ້ອຍ 1 ປີຂື້ນໄປ
-
ຄວາມຮູ້ຄວາມສາມາດ:
-
ມີຄວາມຮູ້ຄວາມສາມາດ ແລະ ທັກສະທາງດ້ານການສື່ສານ, ການປະສານງານ
-
ສາມາດນໍາໃຊ້ຄອມພີວເຕີໄດ້ຢ່າງຄ່ອງແຄ້ວ (MS Office, E-MAIL)
-
ສາມາດເດີນທາງໄປຂອບເຂດເມືອງ, ບ້ານເປົ້າໝາຍ ແລະ ຕ່າງແຂວງໄດ້ໃນບາງຄັ້ງຄາວຍ້ອນກອງປະຊຸມ, ຝຶກອົບຮົມ ແລະ ລົງຕິດຕາມ
-
ຄວາມຮັບຜິດຊອບ:
-
ມີຄວາມຮັບຜິດຊອບສູງ, ມີມະນຸດສຳພັນທີ່ດີ, ສາມາດເຮັດວຽກເປັນທີມໄດ້ ແລະ ມີຈັນຍາບັນ-ຈັນຍາທຳ
ສະຖານທີ່ຮັບສະໝັກ:
-
ສະມາຄົມສຸຂະພາບຊຸມຊົນ ແລະ ການມີສ່ວນຮ່ວມ (ສສຮ), ບ້ານ ຈອມມະນີ, ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ
-
ຊື່ຜູ້ຕິດຕໍ່: ນ. ຈິນດາວັນ ສິງຫາລາດ
-
ເບີໂທ: +856 20 91731133
-
ອີເມວ: chindavanh.chias@gmail.com
ວັນທີ່ປິດຮັບສະໝັກ: