Lao CSO Platform

ອົງການຈັດຕັ້ງສັງຄົມລາວ

Lao Civil Society Organizations Platform

ອົງການຈັດຕັ້ງສັງຄົມລາວ

Lao Civil Society Organizations Platform

ວິສະວະກອນ ເພື່ອສະໜັບສະໜູນການປັບປຸງລະບົບນໍ້າໃນຊຸມຊົນ

ລາຍລະອຽດກ່ຽວກັບໜ້າວຽກ

ລາຍລະອຽດ ໜ້າວຽກ

ຕຳແໜ່ງ
ວິສະວະກອນ ເພື່ອສະໜັບສະໜູນການປັບປຸງລະບົບນໍ້າໃນຊຸມຊົນ ( 01 ຕໍາແໜ່ງ)

  • ສະຖານທີ່
    ໄລຍະທີ 1: 1/8/2024 – 31/3/2025 (ປະຈໍາຢູ່ເມືອງຮຸນ, ແຂວງອຸດົມໄຊ)
  • ໄລຍະທີ 2: 1/4/2024 – 30/6/2026 (ປະຈໍາຢູ່ເມືອງສະໝ້ວຍ, ແຂວງສາລະວັນ)

ໂຄງການ
ປັບປຸງການເຂົ້າເຖິງການໃຫ້ບໍລິການດ້ານສຸຂະພາບສຳລັບແມ່ຍິງ, ເດັກເກີດໃໝ່ ແລະ ເດັກນ້ອຍ

ລາຍງານເຖິງ
ຜູ້ບໍລິຫານໂຄງການ (ຫົວໜ້າສາຍງານ)

ຈຸດປະສົງ
ສະມາຄົມສຸຂະພາບຊຸມຊົນ ແລະ ການມີສ່ວນຮ່ວມ ໄດ້ຮ່ວມມືກັບ ອົງການແພນລາວເພື່ອປັບປຸງການໃຫ້ບໍລິການດ້ານສຸຂະພາບສຳລັບແມ່ຍິງ, ເດັກນ້ອຍເກີດໃໝ່ ແລະ ໄວໜຸ່ມ ທີ່ເມືອງຮຸນ (ແຂວງອຸດົມໄຊ) ແລະ ເມືອງສະໝ້ວຍ (ແຂວງ ສາລາວັນ). ໂຄງການນີ້ແມ່ນໄດ້ຮັບທຶນຈາກກະຊວງ ການຮ່ວມມື ແລະ ການພັດທະນາເສດຖະກິດ ຂອງປະເທດ ເຢຍລະມັນຜ່ານທາງອົງການແພລນປະຈຳລາວ ພາຍໃຕ້ FAD LAO100117

ດັ່ງນັ້ນ, ວິສະວະກອນ (Engineering Expert) ຈະຕ້ອງຮັບຜິດຊອບໜ້າທີ່ຢ່າງເຕັມປ່ຽມໃນການປັບປຸງເພື່ອສະໜັບສະໜູນປັບປຸງລະບົບນໍ້າໃນຊຸມຊົນ ຢູ່ເມືອງສະໝ້ວຍ (ແຂວງສາລະວັນ) ແລະ ເມືອງຮຸນ (ແຂວງອຸດົມໄຊ) ແລະ ເພື່ອຮັບປະກັນໃຫ້ໂຄງການບັນລຸເປົ້າໝາຍ.
ພາລະບົດບາດ ແລະ ໜ້າທີ່
ວິສະວະກອນ ຈະຕ້ອງໄດ້ຮ່ວມຈັດຕັ້ງປະຕິບັດໂຄງການຮ່ວມກັບພະນັກງານໂຄງການ ແລະ ຄູ່ຮ່ວມງານຂອງລັດຖະບານໂດຍສະເພາະແມ່ນໜ່ວຍງານນໍາ້ສະອາດແຂວງ ແລະ ເມືອງ, ສຸກສາລາ ແລະ ອໍານາດການປົກຄອງທ້ອງຖິ່ນ ທັງໝົດ 20 ຊຸມຊົນໃນເມືອງສະໝ້ວຍ ແລະ 5 ຊຸມຊົນໃນເມືອງຮຸນ, ເຊິ່ງມີພາລະບົດບາດ ແລະ ໜ້າວຽກດັ່ງນີ້:

  • ເຮັດການສໍາຫຼວດ ແລະ ປະເມີນລະບົບນໍ້າໃນພື້ນທີ່ຊຸມຊົນເປົ້າໝາຍ;
  • ຮ່ວມກັບໜ່ວຍງານນໍ້າສະອາດແຂວງ ແລະ ເມືອງໃນການອອກແບບ ແລະ ຄິດໄລ່ແຜນງົບປະມານ ເພື່ອວາງແຜນການກໍ່ສ້າງ ແລະ ຟື້ນຟູລະບົບນໍ້າຊຸມຊົນ;
  • ໃຫ້ການສະໜັບສະໜູນວຽກງານຈັດຊື້ເພື່ອການກໍ່ສ້າງ ແລະ ສ້ອມແປງ;
  • ຕິດຕາມການກໍ່ສ້າງ, ຟື້ນຟູ ແລະ ບຳລຸງຮັກສາລະບົບນໍ້າໃນຊຸມຊົນ;
  • ການວາງແຜນ ແລະ ການປະສານງານ;
  • ສະໜັບສະໜູນການຝຶກອົບຮົມແຜນນໍ້າປອດໄພ ຮ່ວມກັບຫ້ອງການສາທາລະນະສຸກເມືອງ ແລະ ພະແນກສາທາລະນະສຸກແຂວງ;
  • ການປູກຈິດສໍານຶກ ແລະ ໃຫ້ຄວາມຮູ້ຊຸມຊົນກ່ຽວກັບການບູລະນະຮັກສາ ແລະ ນໍາໃຊ້ລະບົບນໍ້າ;
  • ການຕິດຕາມ ແລະ ປະເມີນຜົນການນໍາໃຊ້;
  • ບົດລາຍງານສຸດທ້າຍ;

ກອບໄລຍະເວລາ
ໄລຍະເວລາໃນການດໍາເນີນງານຂອງວິສະວະກອນແມ່ນທັງໝົດ 23 ເດືອນ, ນັບແຕ່ວັນທີ 1/8/2024 – 30/6/2026, ເຊິ່ງຂອບເຂດຮັບຜິດຊອບແມ່ນຢູ່ 20 ຊຸມຊົນ ເມືອງສະໝ້ວຍ (ແຂວງສາລະວັນ) ແລະ 5 ຊຸມຊົນ ເມືອງຮຸນ (ແຂວງອຸດົມໄຊ).

ລາຍລະອຽດ
ກໍານົດເວລາ

  • ປະກາດຮັບສະໝັກວິສະວະກອນ
    ວັນທີ 10-20/7/2024
  • ສຳພາດລາຍຊື່ຜູ້ສະໝັກ
    ວັນທີ 20-25/7/2024
  • ເຊັນສັນຍາກັບທີ່ປຶກສາ
    ວັນທີ 26/7/2024
  • ສຳຫຼວດ, ອອກແບບ ແລະ ຕິດຕາມການກໍ່ສ້າງລະບົບນໍ້າຊຸມຊົນ, ມອບໂອນ ແລະ ຝຶກອົບຮົມ ທີ່ເມືອງຮຸນ
    ວັນທີ 1/8/2024 – 31/3/2025
  • ສຳຫຼວດ, ອອກແບບ ແລະ ຕິດຕາມການກໍ່ສ້າງລະບົບນໍ້າຊຸມຊົນ, ມອບໂອນ ແລະ ຝຶກອົບຮົມ ທີ່ເມືອງສະໝ້ວຍ
    ວັນທີ 1/4/2025 – 30/6/2026
  • ສົ່ງບົດລາຍງານປະຈໍາເດືອນ/ໄຕມາດ ໃຫ້ກັບ ຫົວໜ້າສາຍງານ
    ວັນທີ 1/8/2024 – 30/6/2026

ຄວາມຮູ້ ແລະ ປະສົບການ

  • ລະດັບປະລິນຍາຕີໃນສາຂາທີ່ກ່ຽວຂ້ອງ (ວິສະວະກໍາ, ອອກແບບ ແລະ ອື່ນໆ)
  • ຄວາມຮູ້ກ່ຽວກັບການອອກແບບ, ຄິດໄລ່ ໃນກໍ່ສ້າງ ແລະ ສ້ອມແປງລະບົບນໍ້າໃນຊຸມຊົນ
  • ປະສົບການເຮັດວຽກກັບ NPA /ຫຼື INGO
  • ຄວາມເຂົ້າໃຈກ່ຽວກັບສະພາບການພັດທະນາຂອງລາວ, ໂດຍສະເພາະກ່ຽວກັບ CSOs

ທັກສະ

  • ມີປະສົບການຢ່າງໜ້ອຍ 3-5 ປີ ກ່ຽວກັບໜ້າວຽກຂ້າງເທິງ
  • ມີທັກສະ ແລະ ປະສົບການໃນການສ້າງຄວາມເຂັ້ມແຂງ, ຄວາມສາມາດ ແລະ ຄູຝຶກໃຫ້ພະນັກງານ ແລະ ຄູ່ຮ່ວມງານທ້ອງຖິ່ນ
  • ທັກສະການອໍານວຍຄວາມສະດວກ ແລະ ການຊ່ວຍເຫຼືອທີ່ດີ
  • ທັກສະໃນການດໍາເນີນກອງປະຊຸມ, ການຝຶກອົບຮົມ ແລະ ກອງປະຊຸມສໍາລັບໂຄງການ
  • ມີທັກສະໃນການສື່ສານທີ່ດີ, ມີທັກສະໃນການເຈລະຈາ
  • ທັກສະການຟັງທີ່ດີ ແລະ ເຮັດວຽກພາຍໃຕ້ຄວາມກົດດັນ
  • ມີທັກສະທີ່ດີໃນການລາຍງານໂຄງການເປັນພາສາລາວ
  • ທັກສະການຖ່າຍທອດບົດບາດຍິງຊາຍ ແລະ ຄວາມສະເໝີພາບທາງເພດ, ການມີສ່ວນຮ່ວມຂອງຜູ້ດ້ອຍໂອກາດ ແລະ ການປົກປ້ອງເດັກ
  • ມີປະສົບການໃນການຕິດຕາມ ແລະ ປະເມີນຜົນໂຄງການ

ພຶດຕິກຳ

  • ຮັບຜິດຊອບໃນການຮັບປະກັນວ່າພວກເຮົາເປັນອົງການທີ່ປອດໄພສຳລັບເດັກນ້ອຍ, ເດັກຍິງ ແລະ ໄວໜຸ່ມທຸກຄົນ
  • ເພິ່ງພໍໃຈທີ່ຈະເຮັດວຽກແບບໃຫມ່ ແລະ ການຄົ້ນຄວ້າແບບໃຫມ່ເມື່ອປະເຊີນກັບສິ່ງທ້າທາຍ
  • ມີຄວາມຕັ້ງໃຈເຮັດວຽກເປັນທີມໃຫຍ່ ແລະ ເດີນທາງໄປຕ່າງເມືອງ ແລະ ບ້ານຫ່າງໄກສອກຫຼີກເລື້ອຍໆ
  • ສະແດງໃຫ້ເຫັນຄວາມມຸ່ງໝັ້ນຕໍ່ກັບຄວາມສະເໝີພາບລະຫວ່າງຍິງ-ຊາຍ, ການລວມຕົວຂອງສັງຄົມ ແລະ ວິທີການມີສ່ວນຮ່ວມ
  • ການເຈລະຈາ ແກ້ໄຂບັນຫາ, ວິທີການຄິດໄປຂ້າງຫນ້າເພື່ອເຮັດວຽກກັບຄູ່ຮ່ວມງານຂອງລັດຖະບານ
  • ມີຄວາມເປັນຜູ້ນຳທາງດ້ານວິຊາການ ແລະ ວາງຕົວຢ່າງໃນທາງບວກສໍາລັບທີມງານ
  • ການເປີດກວ້າງຕໍ່ກັບແນວຄວາມຄິດ/ທັດສະນະຄະຕິທີ່ແຕກຕ່າງ

ຄວາມຕ້ອງການທາງດ້ານສຸຂະພາບ
ເພື່ອປະຕິບັດໜ້າທີ່ວຽກງານໃຫ້ດີ, ຕໍາແໜ່ງນີ້ຕ້ອງການຜູ້ທີ່ມີຄວາມຮູ້ຄວາມສາມາດ ແລະ ສຸຂະພາບທີ່ແຂງແຮງໃນການເດີນທາງໄປພື້ນທີ່ເມືອງ ແລະ ເຂດຫ່າງໄກສອກຫຼີກຢູ່ເມືອງຮຸນ (ແຂວງອຸດົມໄຊ) ແລະ ເມືອງສະໝ້ວຍ (ແຂວງສາລະວັນ).
ລາຍງານໂດຍກົງ
ຕໍາແໜ່ງນີ້ຈະລາຍງານໃຫ້ຜູ້ບໍລິຫານໂຄງການ ສະມາຄົມສຸຂະພາບຊຸມຊົນ ແລະ ການມີສ່ວນຮ່ວມ
ລະດັບການສື່ສານກັບເດັກນ້ອຍ: ລະດັບສູງ

  • ການຕິດຕໍ່ຕ່ໍາ: ບໍ່ມີການຕິດຕໍ່ຫຼືຄວາມຖີ່ຂອງການໂຕ້ຕອບຕ່ໍາຫຼາຍ
  • ການພົວພັນລະຫວ່າງກາງ: ມີ​ການ​ພົວ​ພັນ​ບາງ​ຄັ້ງ​ຄາວ​ກັບ​ເດັກ​ນ້ອຍ​
  • ລະດັບສູງ: ການໂຕ້ຕອບກັບເດັກນ້ອຍເລື້ອຍໆ

ຄວາມຄາດຫວັງຂອງອົງການ ກ່ຽວກັບການປົກປ້ອງເດັກ

  • ອ່ານ, ເຂົ້າໃຈ ແລະ ປະຕິບັດຕາມນະໂຍບາຍການປົກປ້ອງເດັກ ແລະ ແລະ ຂັ້ນຕອນການປົກປ້ອງເດັກພາຍໃນລະບຽບການທ້ອງຖີ່ນ.
  • ສອບຖາມຕື່ມ ເພື່ອໃຫ້ຕົນເອງເຂົ້າໃຈແຈ້ງກ່ຽວກັບນະໂຍບາຍ
  • ຕ້ອງລາຍງານທຸກຯບັນຫາກ່ຽວກັບການປົກປ້ອງເດັກ (ພາຍໃນ 24 ຊົ່ວໂມງ). ຕ້ອງລາຍງານໃຫ້ຫົວໜ້າສາຍງານ ຫລື ຜູ້ຮັບຜິດຊອບວຽກປົກປ້ອງເດັກຂອງສະມາຄົມ

ຄວາມຄາດຫວັງຂອງອົງການກ່ຽວກັບຄວາມສະເໜີພາບດ້ານບົດບາດຍິງຊາຍ

  • ປະກອບສ່ວນເຂົ້າໃນການເຜີຍແຜ່ຄວາມສະເໜີພາບດ້ານບົດບາດຍິງຊາຍຂອງອົງການ/ໂຄງການ
  • ສະແດງໃຫ້ເຫັນທັດສະນະດ້ານບວກກ່ຽວກັບຄວາມສະເໜີພາບດ້ານບົດບາດຍິງຊາຍ ທັງໃນເວລາເຮັດວຽກ ແລະ ໃນຊິວິດປະຈຳວັນ
  • ຫລີກລ້ຽງກ່ຽວກັບການນຳໃຊ້ ຄຳສັບ ສຽດສີທາງເພດ ແລະ ຄວາມຄວາມບໍ່ເທົ່າທຽມ/ບໍ່ສະເໝີພາບ ແບບບໍ່ເໝາະສົມໃນສະຖານທີ່ເຮັດວຽກ ແລະ ບໍ່ໃຫ້ກ່ຽວຂ້ອງກັບທຸກຮູບແບບຕໍ່ຄວາມຮຸນແຮງດ້ານບົດບາດຍິງຊາຍ.

Downloads

ຕິດຕໍ່