ສະມາຄົມພັດທະນາໄມ້ປ່ອງ ແລະ ເຄື່ອງປ່າຂອງດົງ ໄດ້ສ້າງຕັ້ງຂື້ນຢ່າງເປັນທາງການໃນປີ 2020 ແລະ ດຳເນີນການເຄື່ອນໄຫວ ພາຍໃນແຂວງຫົວພັນ. ປະຈຸບັນທາງສະມາຄົມ ມີຄວາມຕ້ອງການຮັບສະໝັກພະນັກງານ ທີ່ຮຽນຈົບສາຂາປ່າໄມ້ ຫຼື ຂະແໜງການທີ່ກຽວຂ້ອງ ເພື່ອບັນຈຸເຂົ້າມາເຮັດວຽກພາຍໃນສະມາຄົມ“ ວຽກປ່າໄມ້ ແລະ ວາງແຜນນຳໃຊ້ທີ່ດິນ” ຈຳນວນ 02 ຕໍາແໜ່ງ ປະຈຳຢູ່ຫ້ອງການສະມາຄົມ ສພປຄ/BNDA ທີ່ ເມືອງຊໍາເໜືອ, ແຂວງຫົວພັນ.
ໜ້າທີ່ຮັບຜິດຊອບ
- ຈັດຕັ້ງປະຕິບັດວຽກງານປ່າໄມ້ ແລະ ການວາງແຜນນຳໃຊ້ທີ່ດິນຂັ້ນບ້ານ; ຝຶກອົບຮົມທາງດ້ານເຕັກນິກວິຊາການ, ວິທີການຕິດຕາມກວດກາ ແລະ ປະເມີນປ່າ (ໄມ້ປ່ອງ ແລະ ເຄື່ອງປ່າຂອງດົງ) ໃຫ້ກັບບ້ານເປົ້າໝາຍໂຄງການຂອງສະມາຄົມ;
- ຝຶກອົບຮົມເຕັກນິກວິຊາການໃຫ້ກັບບ້ານໃນການປູກ ແລະ ບົວລະບັດຮັກສາປູກໄມ້ປ່ອງ ແລະ ເຄື່ອງປ່າຂອງດົງບາງຊະນິດ;
- ພົວພັນປະສານງານຮ່ວມຄູ່ຮ່ວມງານພາກລັດ ແລະ ບ້ານ ເປົ້າໝາຍຂອງສະມາຄົມ;
- ເກັບຮັກສາ ແລະ ພັດທະນາຖານຂໍ້ມູນຂອງສະມາຄົມ;
- ໜ້າທີ່ອື່ນໆ ຕາມການມອບໝາຍຂອງອຳນວຍການ
ເງືອນໄຂ ແລະ ປະສົບການ
- ຈົບວິຊາສະເພາະດ້ານປ່າໄມ້, ການວາງແຜນນຳໃຊ້ທີ່ດິນ ຫຼື ສາຂາ ທີ່ກ່ຽວຂ້ອງ;
- ມີຄວາມຮູ້ພື້ນຖານ, ຄວາມເຂົ້າໃຈກ່ຽວກັບເລື່ອງການວາງແຜນນຳໃຊ້ທີ່ດິນ;
- ສາມາດນໍາໃຊ້ GPS,GIS ເຂົ້າໃນການແຕ້ມແຜນທີ່;
- ສາມາດຂຽນບົດລາຍງານການຈັດຕັ້ງປະຕິບັດກິດຈະກຳພາກສະໜາມ ແລະ ບົດລາຍງານປະຈໍາໄຕມາດ;
- ມີມະນຸດສຳພັນດີສາມາດສື່ສານກັບເພື່ອນຮ່ວມງານ, ເຮັດວຽກເປັນທີມ, ມີຄວາມອົດທົນ, ຊື່ສັດບໍລິສຸດຕໍ່ເພື່ອນຮ່ວມງານ ແລະ ອົງກອນ;
- ມີຈິດໃຈຢາກພັດທະນາຊຸມຊົນ, ສາມາດເຮັດວຽກໃນສະພາບແວດລ້ອມທີ່ມີຄວາມຫຼາກຫຼາຍດ້ານວັດທະນະທໍາ;
- ສາມາດລົງເຮັດວຽກດ້ວຍຕົນເອງໃນຂັ້ນຊຸມຊົນ ແລະ ສາມາດເດີນທາງໄປຕ່າງແຂວງໄດ້;
- ສາມາດສື່ສານ ແລະ ຂຽນບົດລາຍງານເປັນພາສາອັງກິດ;
- ມີຄວາມມັກຮັກໃນວຽກງານວິຊາສະເພາະ ແລະ ພ້ອມທີຈະຮຽນຮູ້ສິ່ງໃໝ່ໆ;
- ມີປະສົບການດ້ານວຽກງານການປ່າໄມ້ 1-2 ປີຂື້ນໄປ ຈະພິຈາລະນາເປັນພິເສດ;
- ສາມາດນໍາໃຊ້ເຄື່ອງມື IT ເຂົ້າໃນການສື່ສານ ແລະ ເຂົ້າໃນວຽກວິຊາສະເພາະເຊັ່ນ: Microsoft Office, Email, ປະຊຸມຜ່ານ Microsoft team, Zoom, Skype, ເຕັກນິການຖ່າຍຮູບ, ຕັດຕໍ່ Videos ແລະ ເຄື່ອງມື ອື່ນໆ ທີກ່ຽວຂ້ອງ.
ວິທີສະໝັກ
ຜູ້ທີ່ສົນໃຈສາມາດສົ່ງໃບສະມັກ(ປະຫວັດຫຍໍ້/CV ແລະ ຈົດໝາຍສະມັກງານ Cover letter); ພ້ອມໃບຄະແນນການຮຽນຢູ່ມະຫາວິທະຍາໄລ/ວິທະຍາໄລ,ໃ ບຜ່ານງານ(ຖ້າມີ), ສຳລັບທ່ານທີຢູ່ພາຍໃນແຂວງ ຫຼື ເມືອງ ສາມາດເຂົ້າມາຍື່ນເອກະສານທີ່ຫ້ອງການຂອງສະມາຄົມທີ່: ບ້ານ ທາດເມືອງ (ສີ່ແຍກຫົວນາໝີ່), ເມືອງຊຳເໜືອ, ແຂວງ ຫົວພັນ ຫຼື ສາມາດສົ່ງທາງອີເມວ: bnda2018@gmail.com , ໂທ/ວອດແອັບ: 020 5576 7780, 020 97922972, 020 2936 3629 ໃນໂມງລັດຖະການ.
ປິດຮັບສະໝັກ ວັນທີ່ 27/06/ 2025, ເວລາ 16:00 ແລງ
ໝາຍເຫດ: ສະເພາະຜູ້ສະໝັກທີ່ຖືກຄັດເລືອກແມ່ນຈະໄດ້ຮັບການຕິດຕໍ່ເພື່ອສຳພາດໃນອາທິດທັດໄປຫຼັງຈາກປິດຮັບ.