Lao CSO Platform

ອົງການຈັດຕັ້ງສັງຄົມລາວ

Lao Civil Society Organizations Platform

ອົງການຈັດຕັ້ງສັງຄົມລາວ

Lao Civil Society Organizations Platform

ສະໝັກຄູຝຶກ ກ່ຽວກັບການປະເມີນຜົນກະທົບດິນຟ້າອາກາດຕໍ່ການຜະລິດ

ລາຍລະອຽດກ່ຽວກັບໜ້າວຽກ

ປະກາດຮັບສະໝັກຄູຝຶກ
ກ່ຽວກັບການປະເມີນຜົນກະທົບດິນຟ້າອາກາດຕໍ່ການຜະລິດພືດຜັກ
I. ພາລະໜ້າທີ່ຂອງສະມາຄົມເຊດາ
ສະມາຄົມພັດທະນາກະສິກຳແລະສິ່ງແວດແບບຍືນຍົງ (ສກສຍ) ແມ່ນສະມາຄົມບໍ່ຫວັງຜົນກຳໄລ, ສກສຍ ມີວິໃສທັດເພື່ອອານາຄົດຂອງຊຸມຊົນລາວໃນ ການປັບປຸງການດໍາລົງຊີວິດໃຫ້ດີຂື້ນ ແລະ ຍືນຍົງ ທາງດ້ານການຄໍ້າປະກັນດ້ານສະບຽງອາຫານ ແລະ ໂພຊະນາການດ້ວຍການພັດທະນາກະສິກຳ ແລະ ອະນຸລັກສິ່ງແວດລ້ອມ.

ສກສຍ ມີພາລະກິດເພື່ອສົ່ງເສີມກະສິກຳແບບຍືນຍົງ, ອາຫານ ແລະ ອະນຸລັກສິ່ງແວດລ້ອມ ດ້ວຍການພັດທະນາຂີດຄວາມສາມາດ ທາງດ້ານການສ້າງລາຍຮັບທີ່ນໍາໃຊ້ວິທີການແບບມີສ່ວນຮ່ວມຂອງຊຸມຊົນທຸກຍາກ ເຊິ່ງປະກອບດ້ວຍຊາວກະສິກອນ, ຜູ້ດ້ອຍໂອກາດ, ແມ່ຍິງ, ຊາວໜຸ່ມ ແລະ ກຸ່ມຊົນເຜົ່າ.

ສະມາຄົມໄດ້ມີໂຄງການສົ່ງເສີມກະສິກຳປັບຕົວເຂົ້າກັບອາກາດປ່ຽນແປງ ແລະ ການເຂົ້າເຖິງການຕະຫຼາດເພື່ອຊາວກະສິກອນໜຸ່ມ ແຂວງຫຼວງນໍ້າທາ ແມ່ນໄດ້ຈັດຕັ້ງຢູ່ 4 ບ້ານ ຄື: ບ້ານນໍ້າແງ້ນ, ບ້ານນໍ້າທຸງ, ບ້ານປ່າສັກ ແລະ ປຸ່ງ ເມືອງຫຼວງນໍ້າທາ.
II. ຄຸນນະວຸດ ແລະ ປະສົບການ

  • ຕ້ອງມີປະສົບການກ່ຽວກັບການປະເມີນຜົນກະທົບດິນຟ້າອາກາດຕໍ່ກະສິກຳ ຢ່າງໜ້ອຍ 3 ປີຂື້ນໄປ.
  • ເຄີຍມີປະສົບການເຮັດວຽກກ່ຽວກັບການພັດທະນາຊຸມຊົນ ແລະ ການເປັນຄູຝຶກ
  • ເປັນຄົນສັນຊາດລາວ
  • ສາມາດເດີນທາງໄປຕ່າງແຂວງໄດ້ (ແຂວງພາກເໜືອ)
  • ມີສຸຂະພາບແຂງແຮງ
  • ສາມາດເຮັດວຽກແຕ່ວັນທີ 14-16/01/2025 ເປັນຕົ້ນໄປ

III. ໜ້າທີ່ຮັບຜິດຊອບຫຼັກ

  • ອອກແບບການຝຶກອົບຮົມຮ່ວມກັບຜູ້ຮັບຜິດຊອບໂຄງການ
  • ເປັນຄູຝຶກກ່ຽວກັບການປະເມີນຜົນກະທົບດິນຟ້າອາກາດຕໍ່ການຜະລິດພືດພັກ:
    • ການປະເມີນຄວາມສ່ຽງ
    • ພື້ນຖານການປ່ຽນແປງດິນຟ້າອາກາດ
    • ການວິເຄາະຄວາມບອບບາງ ແລະ ການຮັບມືກັບດິນຟ້າອາກາດ
    • ແຜນທີ່ຄວາມສ່ຽງຂອງສວນ
    • ປະເມີນຊັບພະຍາກອນຂອງຊາວກະສິກອນເປົ້າໝາຍ
    • ປະເມີນຜົນກະທົບຊັບພະຍາກອນຂອງຊາວກະສິກອນເປົ້າໝາຍ
    • ແຜນການປັບຕົວພືດຜັກ
    • ວິທີປະເມີນມາດຕະການ ແລະ ຄວາມເປັນໄປໄດ້ໃນການປ້ອງກັນ ແລະ ປັບຕົວ
  • ຂຽນບົດລາຍງານຜົນຂອງການຝຶກອົບຮົມໃຫ້ໂຄງການ

IV. ວັນເວລາ ແລະ ສະຖານທີ
ຈໍານວນວັນເຮັດວຽກທັງໝົດ 5 ວັນ:

  • ກຽມເອກະສານ 1 ວັນ
  • ຝຶກອົບຮົມ 3 ວັນ
  • ຂຽນບົດລາຍງານ 1 ວັນ

ກໍານົດການ:

  • ເດີນທາງຈາກວຽງຈັນຫາ ຫຼວງນໍ້າທາ: ວັນທີ 13/01/2025
  • ຝຶກອົບຮົມ: ວັນທີ 14-16/01/2025
  • ເດີນທາງກັບນະຄອນຫຼວງວຽງຈັນ: ວັນທີ 17/01/2025

ສະຖານທີ່: ເມືອງຫຼວງນໍ້າທາ

ການສະໝັກ:

ທ່ານໃດສົນໃຈສາມາດຍື່ນຄໍາຮ້ອງສະໝັກຂຽນດ້ວຍຕົວເອງ ພ້ອມດ້ວຍ ຊີວະປະຫວັດ

ສົ່ງໃບສະໝັກມາທີ່: infor.saedalaos@gmail.com

ປິດຮັບສະໝັກ: ວັນທີ 09/01/2025

ຕິດຕໍ່