Lao CSO Platform

ອົງການຈັດຕັ້ງສັງຄົມລາວ

Lao Civil Society Organizations Platform

ອົງການຈັດຕັ້ງສັງຄົມລາວ

Lao Civil Society Organizations Platform

ຫົວໜ້າສູນ testLPB Community Wellness Center

ລາຍລະອຽດກ່ຽວກັບໜ້າວຽກ

ໜ້າທີ່ຮັບຜິດຊອບຂອງຫົວໜ້າສູນ testLPB Community Wellness Center

(ສູນບໍລິການສຸຂະພາບຊຸມຊົນ ແຂວງຫຼວງພະບາງ)

  1. ຄວາມເປັນມາຂອງສູນບໍລິການສຸຂະພາບຊຸມຊົນ

ສູນບໍລິິການສຸຂະພາບຊຸມຊົນ testLPB ມີເປົ້າໝາຍເພື່ອໃຫ້ການບໍລິການທາງດ້ານສຸຂະພາບທີ່ຄອບຄຸມເພື່ອສັງຄົມ ກ່ຽວກັບສຸຂະພາບ ເຊິ່ງໃຫ້ບໍລິການກ່ຽວກັບ ເຮັສໄອວີ (HIV), ພະຍາດຕິດຕໍ່ທາງເພດສຳພັນ (STIs), ສຸຂະພາບຈິດ, ຄວາມຫຼາກຫຼາຍທາງເພດ (SOGIESC) ແລະ ການຫຼຸດຜ່ອນອັນຕະລາຍຈາກການໃຊ້ສານເສບຕິດ (Chemsex) ໂດຍເນັ້ນໃສ່ໃຫ້ບໍລິການແກ່ກຸ່ມທີ່ມີຄວາມຫຼາກຫຼາຍທາງເພດ LGBTQI ແລະ ກຸ່ມໄວໜຸ່ມທີ່ມີຄວາມສ່ຽງ, ເພື່ອສົ່ງເສີມໃຫ້ກຸ່ມດັ່ງກ່າວໄດ້ເຂົ້າການບໍລິການທີ່ເປັນມິດ ແລະ ເທົ່າທຽມ, ມີຊີວິດການເປັນຢູ່ທີ່ດີ ແລະ ສ້າງສະພາບແວດລ້ອມທີ່ປອດໄພໂດຍບໍ່ມີການຈຳແລກ ແລະ ລັງກຽດ.

  1. ຕຳແໜ່ງທີ່ຕ້ອງການຮັບສະໝັກ

ຫົວໜ້າສູນບໍລິການສຸຂະພາບຊຸມຊົນ testLPB Community Wellness Center

  1. ໜ້າທີ່ຮັບຜິດຊອບຂອງຫົວໜ້າສູນ
  • ວາງແຜນຍຸດທະສາດໃນການດຳເນີນໂຄງການ, ຈັດຕັ້ງປະຕິບັດກິດຈະກຳທັງຢູ່ໃນສູນ ແລະ ຊຸມຊົນ ແລະ ຕິດຕາມປະເມີນຜົນໄດ້ຮັບຢ່າງຕໍ່ເນື່ອງ.
  • ປະສານງານກັບທີມງານຢ່າງຕໍ່ເນື່ອງໂດຍສະເພາະກັບທ່ານໝໍຢູ່ໃນສູນ, ຜູ້ໃຫ້ຄຳປຶກສາທາງດ້ານສຸຂະພາບ, ນັກສັງຄົມສົງເຄາະ ແລະ ທີມງານພາກສະໜາມ.
  • ໃຫ້ການບໍລິການທີ່ມີຄຸນນະພາບ, ເປັນມິດ ແລະ ປິດລັບ ໂດຍບໍ່ມີການເລືອກປະຕິບັດໃນການໃຫ້ບໍລິການ.
  • ປະສານງານຮ່ວມມືກັບອົງກອນທາງສັງຄົມ, ໜ່ວຍງານທາງພາກລັດ ແລະ ພາກສ່ວນທີ່ກ່ຽວຂ້ອງ.
  • ຕິດຕາມຄວາມກ້າວໜ້າຂອງໂຄງການ, ຂໍ້ກຳນົດ, ນະໂຍບາຍຂອງຜູ້ໃຫ້ທຶນ ແລະ ມາດຕະຖານຂອງສະມາຄົມ.
  1. ຂອບເຂດຂອງໜ້າວຽກ
  • ພັດທະນາການຈັດຕັ້ງປະຕິບັດ ແລະ ປັບປຸງການບໍລິການຂອງສູນທີ່ກ່ຽວຂ້ອງກັບ ເຮັສໄອວີ (HIV), ພະຍາດຕິດຕໍ່ທາງເພດສຳພັນ (STIs), ສຸຂະພາບຈິດ, ຄວາມຫຼາກຫຼາຍທາງເພດ (SOGIESC) ແລະ ການຫຼຸດຜ່ອນອັນຕະລາຍຈາກການໃຊ້ສານເສບຕິດ (Chemsex)
  • ບໍລິຫານຈັດການການບໍລິການຢູ່ໃນສູນເປັນປະຈຳທຸກມື້ ເພື່ອເຮັດໃຫ້ການບໍລິການມີປະສິດທິພາບ ແລະ ປະສິດທິຜົນ
  • ສຳຫຼວດເຖິງຄວາມຕ້ອງການຂອງຊຸມຊົນ ແລະ ນຳມາປັບໃຊ້ເຂົ້າໃນການໃຫ້ບໍລິການຢູ່ສູນເພື່ອໃຫ້ສອດຄ່ອງກັບຄວາມຕ້ອງການຂອງຊຸມຊົນ
  • ຕິດຕາມ ແລະ ເສີມສ້າງຄວາມອາດສາມາດໃຫ້ກັບທີມງານໃນສູນ, ການຈັດຝຶກອົບຮົມທີ່ກ່ຽວຂ້ອງກັບການບໍລິການ
  • ຕິດຕາມ ແລະ ບໍລິຫານງົບປະມານ, ວາງແຜນວຽກ ແລະ ລາຍງານຜົນໄດ້ຮັບໃຫ້ກັບຫົວໜ້າສາຍງານ ແລະ ຄູ່ຮ່ວມງານທາງພາກລັດ
  • ຕິດຕາມ ແລະ ປະເມີນຜົນໄດ້ຮັບຂອງການຈັດຕັ້ງປະຕິດເພື່ອໃຫ້ບັນລຸໄປຕາມແຜນຕົວຊີ້ວັດຂອງໂຄງການທີ່ວາງໄວ້
  • ສົ່ງເສີມການມີສ່ວນຮ່ວມຂອງຊຸມຊົນ, ສົ່ງເສີມການເຂົ້າເຖິງຂໍ້ມູນ ແລະ ການເຜີຍແຜ່ຂໍ້ມູນຜ່ານທາງ ອອນລາຍ ແລະ ອ໋ອບລາຍ ເພື່ອໃຫ້ເຂົ້າເຖິງກຸ່ມທີ່ຢູ່ໃນຊຸມຊົນ, ໂຮງຮຽນ, ສະຖານທີ່ເຮັດວຽກ.
  1. ໜ້າທີ່ຮັບຜິດຊອບຫຼັກ
  • ວາງແຜນແບບຍຸດທະຍາດ ແລະ ອອກແບບການບໍລິການທີ່ຄອບຄຸມ ແລະ ມີສ່ວນຮ່ວມ
  • ຕິດຕາມ ແລະ ພັດທະນາຄວາມອາດສາມາດຂອງທີມງານໃຫ້ເປັນມືອາຊີບ
  • ປະສານງານກັບແພດໝໍ, ຜູ້ໃຫ້ຄຳປຶກສາ, ນັກສັງຄົມສົງເຄາະ ແລະ ຄູ່ຮ່ວມງານ
  • ສົ່ງເສີມພາລະກິດຂອງສູນ ແລະ ປະສານງານກັບອົງກອນຊຸມຊົນ ແລະ ພາກສ່ວນທີ່ກ່ຽວຂ້ອງ
  • ຕິດຕາມ ແລະ ເກັບກຳຂໍ້ມູນ, ວິເຄາະຂໍ້ມູນ ແລະ ລາຍງານ ໂດຍນຳໃຊ້ເຄື່ອງມືລະບົບ DHIS2 ແລະ ເຄື່ອງມືອື່ນໆທີ່ກ່ຽວຂ້ອງ
  • ຕິດຕາມໃນການຈັດຕັ້ງປະຕິບັດການໃຫ້ບໍລິການໃນສູນເປັນໄປຕາມເປົ້າໝາຍ, ຈຸດປະສົງ, ກົດໝາຍ ແລະ ນະໂຍບາຍຂອງອົງກອນ.
  1. ຄຸນສົມບັດ ແລະ ປະສົບການ
  • ລະດັບການສຶກສາປະລິນຍາຕີ ສາຂາສຸຂະພາບ, ສັງຄົມສົງເຄາະ, ສາທາລະນະສຸກ ຫຼື ສາຂາອື່ນໆທີ່ກ່ຽວຂ້ອງ (ປະລິນຍາໂທຈະພິຈາລະນາເປັນພິເສດ)
  • ມີປະສົບການໃນການບໍລິຫານຈັດການໂຄງການດ້ານສຸຂະພາບ ໂດຍສະເພາະກ່ຽວກັບເຮັສໄອວີ (HIV), ພະຍາດຕິດຕໍ່ທາງເພດສຳພັນ (STIs), ສຸຂະພາບຈິດ, ຄວາມຫຼາກຫຼາຍທາງເພດ (SOGIESC)
  • ມີທັກສະຄວາມເປັນຜູ້ນຳ, ການບໍລິຫານຈັດການ ແລະ ມີມະນຸດສຳພັນທີ່ດີ.
  • ມີຄວາມເຂົ້າໃຈກ່ຽວກັບບັນຫາຂອງກຸ່ມຄົນຫຼາກຫຼາຍທາງເພດ LGBTQI ແລະ ກຸ່ມໄວໜຸ່ມທີ່ຄວາມສ່ຽງ.
  • ມີປະສົບການໃນການເຮັດວຽກໃນຊຸມຊົນ ແລະ ການໃຫ້ບໍລິການທີ່ເໝາະສົມກັບບໍລິບົດ.
  1. ໄລຍະເວລາ

ສັນຍາໃນການເຮັດວຽກແມ່ນ 12ເດືອນ ແລະ ຈະມີການຕໍ່ສັນຍາພາຍຫຼັງຈາກການປະເມີນຜົນໄດ້ຮັບຂອງໂຄງການ

  1. ການລາຍງານ

ຫົວໜ້າສູນຈະລາຍງານຜົນໄດ້ຮັບຂອງການຈັດຕັ້ງປະຕິບັດໃຫ້ກັບຜູ້ປະສານໂຄງການ ແລະ ອຳນວຍການແຜນງານຂອງອົງກອນ

  1. ພື້ນທີ່ຈັດຕັ້ງປະຕິບັດ

ບ້ານ ພູໝອກ, ເມືອງ ຫຼວງພະບາງ, ແຂວງ ຫຼວງພະບາງ

  • #Timeline 
  • ປະກາດຮັບສະໝັກແຕ່ວັນທີ 11 – 22 ສິງຫາ 2025 
  • ຄັດເລືອກ VC 25-26/08/2025 
  • ສຳພາດ ວັນທີ 27-28/08/2025 
  • ປະກາດຜົນ ວັນທີ 29/08/2025  

ຕິດຕໍ່ພົວພັນ ທ. ອານຸສອນ ເພັດວິໄຊ ຜູ້ປະສານງານໂຄງການ 

ເບີໂທ 020 78885288

Email: anousone.testvte@gmail.com

ຕິດຕໍ່