ຫ້ອງການສະມາຄົມ ແມ່ຍິງ ຮ່ວມໃຈພັດທະນາ
ເລກທີ: 103 / MHP
ແຂວງ ບໍ່ແກ້ວ, ວັນທີ: 26 JUN 2026
ໜັງສືແຈ້ງເຊີນເຂົ້າຮ່ວມປະມູນສົມທຽບລາຄາໃຫ້ບໍລິການລົດເຊົ່າ
ສະມາຄົມ ແມ່ຍິງ ຮ່ວມໃຈພັດທະນາ (MHP) ແມ່ນເປັນອົງກອນທີ່ບໍ່ຫວັງຜົນກຳໄລ ຮ່ວມໃຈພັດທະນາສັງຄົມ ດ້ວຍຄວາມໂປ່ງໃສ ເນັ້ນໃສ່ປະສິດທິຜົນ ເປີດໂອກາດໃຫ້ທຸກຄົນ ບົນຄວາມສຸກແຫ່ງການປ່ຽນແປງ. ປະຈຳຢູ່ແຂວງ ບໍ່ແກ້ວ ແລະ ກຳລັງຈັດຕັ້ງປະຕິບັດໂຄງການ ຢູ່ 5 ເມືອງຂອງແຂວງບໍ່ແກ້ວ (ເມືອງ ຫ້ວຍຊາຍ, ເມືອງ ຜາອຸດົມ, ເມືອງ ປາກທາ, ເມືອງ ຕົ້ນເຜິ້ງ ແລະ ເມືອງ ເມິງ) ມີຫ້ອງການໃຫຍ່ ຢູ່ບ້ານ ຂອນແກ້ວ, ເມືອງ ຫ້ວຍຊາຍ, ແຂວງ ບໍ່ແກ້ວ.
ສະມາຄົມ ແມ່ຍິງ ຮ່ວມໃຈພັດທະນາ (MHP) ຂໍຖືໂອກາດແຈ້ງເຊີນມາຍັງບັນດາບໍລິສັດ, ບຸກຄົນ, ນິຕິບຸກຄົນ ທີ່ມີປະສົບການໃນການໃຫ້ບໍລິການລົດເຊົ່າ ປະເພດລົດຕູ້ ແລະ ລົດກະບະ (ໂຟວິນ) ທີ່ສົນໃຈປະກອບເອກະສານປະມູນສົມທຽບລາຄາຕາມລາຍລະອຽດ ແລະ ເງື່ອນໄຂ ດັ່ງລຸ່ມນີ້:
# ເງື່ອນໄຂ ແລະ ເອກະສານທີ່ຕ້ອງການ:
ສຳເນົາໃບອະນຸຍາດດໍາເນີນທຸລະກິດ ທີ່ຍັງໃຊ້ໄດ້ 1 ຊຸດ (ຖ້າແມ່ນບໍລິສັດ);
ໃບແຈ້ງເສຍອາກອນ ປະຈຳປີ 2025 1 ຊຸດ (ຖ້າແມ່ນບໍລິສັດ);
ສຳເນົາບັດປະຈຳຕົວ, ພາສປອດ ຫຼື ສຳມະໂນຄົວ ທີ່ຍັງສາມາດນຳໃຊ້ໄດ້ 1 ຊຸດ (ສຳລັບບຸກຄົນ ຫຼື ນິຕິບຸກຄົນ);
ຕື່ມລາຄາໃສ່ແບບຟອມສົມທຽບລາຄາໃຫ້ບໍລິການລົດເຊົ່າ (ແບບຟອມຂອງສະມາຄົມ) 1 ຊຸດ;
ເອກະສານປະມິນພາຫະນະ ຄັດຕິດທີ່ລະບຸໃນແບບຟອມ (ແບບຟອມຂອງສະມາຄົມ) 1 ຊຸດ;
ສຳເນົາໃບຂັບຂີ່ຍານພາຫະນະ ຂອງພະນັກງານ/ຜູ້ຂັບລົດທຸກຄົນ ທີ່ໃຊ້ໄດ້ 1 ຊຸດ;
ໃບສະເໜີລາຄາ ແມ່ນລາຄາບໍ່ປ່ຽນແປງພາຍໃນ 1 ປີ 1 ຊຸດ;
ສຳເນົາເອກະສານປະກັນໄພລົດ ທີ່ຍັງໃຊ້ໄດ້ (ຄ້ຳລົດມີປະກັນໄພລົດຊັ້ນ 1 ຈະພິຈາລະນາພິເສດ) 1 ຊຸດ;
ຂຽນປະສົບການຂັບລົດ ໄປຕ່າງເມືອງ, ຕ່າງແຂວງ ແລະ ເສັ້ນທາງເຂດຊົນນະບົດ ຢ່າງໜ້ອຍ 5 ປີ.
ບັນດາບໍລິສັດ, ບຸກຄົນ, ນິຕິບຸກຄົນ ທີ່ມີຄວາມສົນໃຈ ກະລຸນາເຂົ້າມາຫ້ອງການ ຫຼື ໂທມາ ພົວພັນເອົາແບບຟອມສົມທຽບລາຄາ ແລ້ວປະກອບເອກະສານສົ່ງຫາ ຫ້ອງການສະມາຄົມ ແມ່ຍິງ ຮ່ວມໃຈພັດທະນາ (MHP) ຢູ່ຂ້າງລຸ່ມ ແລະ ມື້ສຸດທ້າຍໃນການປິດຮັບເອກະສານແມ່ນບໍ່ໃຫ້ກາຍ ເວລາ 17:00 ໂມງ ຂອງວັນທີ 30 ມັງກອນ 2026.
# ບ່ອນພົວພັນເອົາເອກະສານ:
ສະມາຄົມ ແມ່ຍິງ ຮ່ວມໃຈພັດທະນາ (MHP) 16 ບ້ານ ຂອນແກ້ວ, ເມືອງຫ້ວຍຊາຍ, ແຂວງ ບໍ່ແກ້ວ.
Email: donekeomhp@gmail.com, boatiphan@yahoo.com, tamonmanykeo@gmail.com, bouangeun2012@hotmail.com
ເບີໂທ: 020 56647386, 020 5553 2966, 020 59884486, 020 22777339
ເອກະສານ ແລະ ຂໍ້ມູນຕ້ອງຕາມເງື່ອນໄຂ ຕ້ອງປິດບັດເປັນຄວາມລັບ ແລະ ບັນຈຸໃນຊອງທີ່ປິດຢ່າງສະນິດແໜ້ນ ກ່ອນຕື່ມລາຄາຄວນຄິດໄລ່ໃນຄອມພິວເຕີ ຫຼື ຂຽນກໍ່ໄດ້ ແຕ່ໃຫ້ລະອຽດ ແລະ ຫຼີກເວັ້ນການເປື້ອນ ຫຼື ຂຽນຜິດພາດຈະບໍ່ໄດ້ຮັບພິຈາລະນາຕາມເງື່ອນໄຂ, ເອກະສານທີ່ສົ່ງຫາສະມາຄົມ ແມ່ຍິງ ຮ່ວມໃຈພັດທະນາ (MHP) ບໍ່ສາມາດຖອນຄືນໄດ້.
# ເສັ້ນທາງການໃຫ້ບໍລິການລົດເຊົ່າ:
ລ/ດ
ລາຍລະອຽດເສັ້ນທາງການເຊົ່າລົດ
# ສຳລັບລົດກະບະ
1
ຈາກແຂວງບໍ່ແກ້ວ ຫາ ແຂວງຫຼວງນ້ຳທາ, ນາເຕີຍ ແລະ ເທດສະບານເມືອງ ຫຼວງນ້ຳທາ
2
ພາຍໃນແຂວງ ບໍ່ແກ້ວ ຄື: ເມືອງ ຫ້ວຍຊາຍ, ເມືອງ ຜາອຸດົມ, ເມືອງ ປາກທາ, ເມືອງ ຕົ້ນເຜິ້ງ ແລະ ເມືອງ ເມິງ (ທັງໃນເທດສະບານ ແລະ ນອກເທດສະບານເມືອງເຂດພູດອຍ)
3
ຈາກແຂວງບໍ່ແກ້ວ ຫາ ນະຄອນຫຼວງວຽງຈັນ ຫາ ແຂວງ ບໍ່ແກ້ວ
# ສຳລັບລົດຕູ້
1
ພາຍໃນແຂວງ ບໍ່ແກ້ວ ຄື: ເມືອງ ຫ້ວຍຊາຍ, ເມືອງ ຜາອຸດົມ, ເມືອງ ປາກທາ, ເມືອງ ຕົ້ນເຜິ້ງ ແລະ ເມືອງ ເມິງ (ທັງໃນເທດສະບານ ແລະ ນອກເທດສະບານເມືອງ)
2
ຈາກແຂວງ ບໍ່ແກ້ວ ຫາ ແຂວງ ຫຼວງນ້ຳທາ, ນາເຕີຍ ແລະ ເທດສະບານເມືອງ ຫຼວງນ້ຳທາ
3
ຈາກແຂວງ ບໍ່ແກ້ວ ຫາ ນະຄອນຫຼວງວຽງຈັນ ຫາ ແຂວງ ບໍ່ແກ້ວ
ຮູບແບບຂອງສັນຍາ ແລະ ໄລຍະເວລາ ບັນດາບໍລິສັດ ຫຼື ບຸກຄົນ ທີ່ຜ່ານເງື່ອນໄຂການຄັດເລືອກລາຄາແມ່ນຈະໄດ້ເຊັນສັນຍາເປັນປີ ກັບ ສະມາຄົມ ແມ່ຍິງ ຮ່ວມໃຈພັດທະນາ (MHP).