Lao CSO Platform

ອົງການຈັດຕັ້ງສັງຄົມລາວ

Lao Civil Society Organizations Platform

ອົງການຈັດຕັ້ງສັງຄົມລາວ

Lao Civil Society Organizations Platform

ຜູ້ປະສານງານຂັ້ນແຂວງ 1 ຕໍາແຫນ່ງ  

ລາຍລະອຽດກ່ຽວກັບໜ້າວຽກ

ສະມາຄົມພັດທະນາກະສິກຳ ແລະ ສິ່ງແວດລ້ອມແບບຍືນຍົງ (SAEDA)  ເຮັດວຽກສົ່ງເສີມກ່ຽວກັບກະສິກຳແບບຍືນຍົງ, ສືກສາຜົນກະທົບຂອງສາເຄມີໃນການນຳໃຊ້ກັບການເຮັດກະສີກຳແລະຄວາມຫລາກຫລາຍທາງດ້ານຊີວະພາບຂອງຊັບພະຍາກອນທຳມະຊາດ ເພື່ອຈັດຕັ້ງປະຕິບັດໂຄງການ ໂຄງການສົ່ງເສີມກະສິກຳປັບຕົວເຂົ້າກັບອາກາດປ່ຽນແປງ ແລະ ການເຂົ້າເຖິງການຕະຫຼາດເພື່ອຊາວກະສິກອນໜຸ່ມ ໃນ 4 ບ້ານ (ບ້ານນໍ້າເເງ້ນ, ບ້ານນຳ້ທຸງ, ບ້ານປາສັກ ແລະ ບ້ານປຸ່ງ), ເມືອງຫຼວງນໍ້າທາ, ແຂວງຫຼວງນໍ້າທາ ເລີ່ມແຕ່ 01/11/2024-14/10/2026. ໂຄງການ ແມ່ນໄດ້ຮ່ວມຈັດຕັ້ງປະຕິບັດສະຫວ່າງຫ້ອງການກະສິກຳ ແລະ ປ່າໄມ້ເມືອງຫຼວງນໍ້າທາ ຮ່ວມກັບ ສະມາຄົມພັດທະນາກະສິກຳ ແລະສິ່ງແວດລ້ອມແບບຍືນຍົງ (SAEDA). ໂຄງການ ແມ່ນໄດ້ຮັບທຶນສະໜັບສະໜູນ ໂດຍ ອົງການ Solidaritätsdienst International (SODI) and ກະຊວງຮ່ວມມືເສດຖະກິດ ແລະ ພັດທະນາ (Federal Ministry for Economic Cooperation and Development-BMZ). ມີຄວາມຕ້ອງການຮັບພະນັກງານ 1 ຕໍາແໜ່ງ: ຜູ້ປະສານງານຂັ້ນແຂວງ 1 ຕໍາແຫນ່ງ  ປະຈຳໂຄງການຢູ່ຫ້ອງການ ເມືອງຫຼວງນໍ້າທາ ແຂວງຫຼວງນໍ້າທາ ໄລຍະເວລາ 2 ປິ

ຫນ້າທີ່ຮັບຜິດຊອບ:

  • ສ້າງແຜນກິດຈະກຳປະຈຳປີ ປະຈຳໄຕມາດ ແລະ ປະຈຳເດືອນ ພ້ອມນຳພາທີມງານຈັດຕັ້ງປະຕິບັດກິດຈະກຳ
  • ຈັດຕັ້ງປະຕິບັດ, ສົ່ງເສີມ ແລະ ພັດທະນາກິດຈະກຳດ້ານກະສິກຳ, ໃນການຈັດຕັ້ງປະຕິບັດໂຄງການສົ່ງເສີມຄວາມເຂັ້ມແຂງ, ລະບົບການດຳລົງຊິວິດໃນຊຸມຊົນໃນບ້ານເປົ້າ ໝາຍຂອງໂຄງການ;
  • ປະສານງານກັບລະຫວ່າງສະມາຄົມ SAEDA ວຽງຈັນ, ແລະ ພາກລັດຂັ້ນແຂວງ, ເມືອງ, ບ້ານ ແລະ ອົງການຈັດຕັ້ງອື່ນໆທີ່ກ່ຽວຂ້ອງ;
  • ຕິດຕາມ ກວດກາ ແລະ ຊຸກຍູ້ວຽກງານຂອງໂຄງການທີ່ຮັບຜິດຊອບ.
  • ລາຍງານການຈັດຕັ້ງກິດຈະກຳ ປະຈຳເດືອນ ແລະ ປະຈຳປີ ໃຫ້ສາຍງານ ແລະ ຄູ່ຮ່ວມງານຕາມຄວາມຕ້ອງການ.

ຄຸນນະວຸດ ແລະ ມາດຖານຕ້ອງການ:

  • ຮຽນຈົບປະລິນຍາຕີ ຫຼື ທຽບເທົ່າ ດ້ານກະສິກຳ ແລະ ອື່ນໆທີ່ກ່ຽວຂ້ອງ;
  • ສັນຊາດລາວ ມີອາຍຸລະຫວ່າງ 2550 ປີ;
  • ມີປະສົບການເຮັດວຽກດ້ານກະສິກຳມາກ່ອນຫຼາຍກວ່າ 3-5 ປີ;
  • ​ເຄີຍເຮັດວຽກນຳພາກລັດ ຫຼື ອົງການຈັດຕັ້ງສາກົນ ຫຼື ສະມາຄົມ ຫຼື ບໍລິສັດ;
  • ສາມາດນຳໃຊ້ຄອມພິວເຕີ : Word, Excel, Power point, Publisher, ອິນເຕີເນັດ ແລະ ອື່ນໆ;
  • ສາມາດເວົ້າ ແລະ ຂຽນພາສາອັງກິດໄດ້ດີພໍສົມຄວນ;
  • ຖ້າເປັນຄົນຖິ່ນຖານຢູ່ນະຄອນຈໍາປາສັກຈະພິຈາລະນາເປັນພີເສດ;
  • ມີສຸຂະພາບແຂງແຮງດີ ແລະ ສາມາດເຮັດວຽກໃນເຂດຫ່າງໄກສອກຫລີກໄດ້;
  • ມີຄວາມຮັບຜິດຊອບສູງ, ມີຫົວຄິດປະດິດສ້າງ, ກະຕືລີລົ້ນໃນການຮຽນຮູ້ເອົາບົດຮຽນອັນໃໝ່, ມີຄວາມອົດທົນ, ມີຄວາມອ່ອນໄຫວ​ ແລະ ການເຮັດວຽກເປັນທີມໄດ້ດີ;
  • ຈະຕ້ອງມີໃບອະນຸຍາດຂັບຂີ່ລົດຈັກ;
  • ສາມາດເລີ່ມວຽກ 01/11/2024

ທ່ານໃດສົນໃຈສາມາດຍື່ນຄຳຮ້ອງສະໝັກຂຽນດ້ວຍຕົວເອງ ພ້ອມດ້ວຍ ຊີວະປະຫວັດ, ໃບປະ ກາດ, ໃບຜ່ານງານ,ໃບແຈ້ງໂທດ,ອັດປື້ມສຳມະໂນຄົວ/ບັດປະຈຳຕົວແລະ ເອກກະສານອື່ນໆ ທີ່ກ່ຽວຂ້ອງມາທີ່. ສະເກນ ສົ່ງມາທາງອີແມ໋ວ: infor.saedalaos@gmail.com;

ປິດຮັບສະໝັກ ວັນທີ 31/10/2024

Downloads

ຕິດຕໍ່