ປະກາດຮັບສະໝັກພະນັກງານ 2 ຕໍາແໜ່ງ
ຕໍາແໜ່ງ ທະນາຍຄວາມ/ນັກກົດໝາຍ ປະຈໍາການຢູ່ເມືອງງາ ແລະ ເມືອງນາໝໍ້, ແຂວງ ອຸດົມໄຊ
ໄລຍະສັນຍາ 1ປີ (ສາມາດຕໍ່ສັນຍາໃໝ່ໄດ້)
ກ່ຽວກັບອົງກອນ
ສະມາຄົມເພື່ອພັດທະນາແມ່ຍິງ ແລະ ການສຶກສາກົດໝາຍ (ສພມສກ) ແມ່ນອົງການຈັດຕັ້ງທາງສັງຄົມທີ່ບໍ່ຫວັງຜົນກໍາໄລ, ໂດຍໄດ້ຮັບການອະນຸຍາດສ້າງຕັ້ງຈາກ ກະຊວງພາຍໃນ ໃນປີ 2012, ມີຈຸດມຸ່ງໝາຍໃນການສົ່ງເສີມຄວາມສະເໝີພາບຍິງ-ຊາຍ, ສິດທິແມ່ຍິງ, ຕ້ານການໃຊ້ຄວາມຮຸນແຮງຕໍ່ກັບແມ່ຍິງ ແລະ ເດັກ, ຕ້ານການຄ້າມະນຸດ, ການເຄື່ອນຍ້າຍແຮງງານທີ່ປອດໄພ ແລະ ສົ່ງເສີມໃຫ້ແມ່ຍິງສາມາດເຂົ້າເຖິງຂະບວນການຍຸຕິທໍາ ໃນ ສປປ ລາວ ຜ່ານການບໍລິການຂອງຫ້ອງການໃຫ້ຄໍາປຶກສາ ແລະ ຊ່ວຍເຫຼືອທາງດ້ານກົດໝາຍແກ່ແມ່ຍິງ ແລະ ເດັກ ໂດຍບໍ່ເສຍຄ່າ.
ກ່ຽວກັບໂຄງການ
ສະມາຄົມເພື່ອພັດທະນາແມ່ຍິງ ແລະ ການສຶກສາກົດໝາຍ ໂດຍໄດ້ຮັບການສະໜັບສະໜູນຈາກມູນນິທິເອເຊຍ (TAF) ໂດຍຜ່ານແຜນງານການຊ່ວຍເຫຼືອທາງດ້ານກົດໝາຍທີ່ໄດ້ຮັບການສະໜັບສະໜູນຈາກອົງການພັດທະນາສາກົນ ປະເທດສະຫະລັດອາເມລິກາ (USAID) ໃນການຈັດຕັ້ງປະຕິບັດໂຄງການ “ສ້າງຄວາມເຂັ້ມແຂງໃນການເຂົ້າເຖິງຄວາມຍຸຕິທຳຂອງປະຊາຊົນ ເພື່ອຄວາມສະເໝີພາບຍິງ-ຊາຍ” ທີ່ຈັດຕັ້ງປະຕິບັດຢູ່ເມືອງງາ ແລະ ເມືອງນາໝໍ້, ແຂວງອຸດົມໄຊ ເລີ່ມແຕ່ເດືອນມັງກອນ 2024 ຈົນເຖິງ ເດືອນກໍລະກົດ 2026.
ໜ້າທີ່ຮັບຜິດຊອບ
ເງື່ອນໄຂຜູ້ສະໝັກ
ວິທີການສະໝັກ
ທ່ານໃດທີ່ມີຄວາມສົນໃຈ ສາມາດສົ່ງເອກະສານສະໝັກ, ຊີວະປະຫວັດ/CV, ໃບຄຳຮ້ອງການສະໝັກວຽກ/Cover letter, ສົ່ງມາທີ່ອີເມວ santisouk2012stk@gmail.com ພ້ອມທັງ cc phayao2018py@gmail.com ກອ່ນວັນທີ 24 ມັງກອນ 2025 ເວລາ 17:00 ໂມງ, ສອບຖາມຂໍ້ມູນເພີ່ມເຕີມ ໂທ/ວອັດແອັບ: 020 5285 2455, 020 98834422. ຜູ້ທີ່ຮັບການຄັດເລືອກຈະຖືກຕິດຕໍ່ກັບເພື່ອນັດມາສໍາພາດ.
ໝາຍເຫດ: ແມ່ຍິງ, ຊົນເຜົ່າ, ຄົນພິການ ແລະ ຄົນທີ່ມີຄວາມຫຼາກຫຼາຍທາງເພດ ແມ່ນສົ່ງເສີມໃຫ້ສະໝັກ.