ປະກາດຮັບສະໝັກພະນັກງານ
- ຕຳແໜ່ງ: 02 ຕຳແໜ່ງ
- ໄລຍະເວລາສັນຍາ: ປີຕໍ່ປີ
- ລາຍງານເຖິງ: ຜູ້ປະສານງານໂຄງການ
- ບ່ອນປະຈຳການ: ແຂວງຈໍາປາສັກ
- ປິດຮັບສະໝັກ: 19 ກໍລະກົດ 2024 (17:00 ໂມງ)
ສະມາຄົມພວກເຮົາມີຄວາມຕ້ອງການເພື່ອນຮ່ວມງານ ຕຳແໜ່ງວິຊາການໂຄງການ ປະຈໍາສູນ ຈໍານວນ 02 ຕຳແໜ່ງ;
ເງື່ອນໄຂຜູ້ສະໝັກ:
- ສັນຊາດລາວ ອາຍຸບໍ່ເກີນ 35 ປີ ຈົບຊັ້ນສູງຂຶ້ນໄປດ້ານກະສິກຳ, ປ່າໄມ້ ຫຼື ສາຂາອື່ນໆທີ່ກ່ຽວຂ້ອງ;
- ມີປະສົບການ ຫຼື ທັກສະໃນການຂະຫຍາຍພັນພືດ ແລະ ສັດ; ມີປະສົບການ ຫຼື ທັກສະກ່ຽວການຜະລິດກະສິກຳແບບອິນຊີ:
- ມີທັກສະຄອມພິວເຕີໃນລະດັບພື້ນຖານ ແລະ ສາມາດນໍາໃຊ້ໂປຣແກຣມໄດ້ເຊັ່ນ: Word, Excel, PowerPoint, Outlook, Email ແລະ ອື່ນໆ;
- ເປັນຄົນພື້ນທີ່ແຂວງ ຈຳປາສັກ ຈະພິຈາລະນາເປັນພິເສດ.
ບ່ອນປະຈຳການ:
- ປະຈຳການຢູ່ສູນ ສະຖານີຮຽນຮູ້ເຕັກນິກກະສິກຳແບບຊຸມຊົນບ້ານແກ້ງເກ່ຍ, ເມືອງບາຈຽງຈະເລີນສຸກ, ແຂວງຈຳປາສັກ;
- ມີສິ່ງອໍານວຍຄວາມສະດວກພື້ນຖານ: ສະຖານທີ່ພັກ, ນໍ້າ, ໄຟຟ້າ ແລະ ອື່ນໆ….
ໜ້າທີ່ຮັບຜິດຊອບ:
- ວາງແຜນ ແລະ ອອກແບບກິດຈະກຳພາຍໃນສູນ ເພື່ອສ້າງເປັນສູນຮຽນຮູ້ ແລະ ແລກປ່ຽນເຕັກນິກນິເວດກະສິກຳ.
- ຮັບຜິດຊອບການຈັດຕັ້ງປະຕິບັດກິດຈະກຳພາຍໃນສູນ ເຊັ່ນວ່າ: ການປູກຝັງ ແລະ ລ້ຽງສັດ, ຂະຫຍາຍພັນພືດ ແລະ ສັດ, ກ້າເບ້ຍ
- ໄມ້ ແລະ ດູແລຮັກສາແນວພັນພືດ;
- ປະສານງານກັບຊຸມຊົນ, ຄູ່ຮ່ວມງານພາກລັດ, ຫ່າງຮ້ານ, ຕະຫຼາດຊຸມຊົນ ແລະ ພາກສ່ວນທີ່ກ່ຽວຂ້ອງ;
- ສະຫຼຸບລາຍງານຄວາມຄືບໜ້າ, ບັນຫາ ແລະ ສິ່ງທ້າທາຍ ພາຍໃນສູນ; ຈົດບັນທຶກຂໍ້ມູນກິດຈະກຳພາຍໃນສູນ;
- ບໍລິຫານຈັດການສູນ ໃຫ້ບັນລຸຈຸດປະສົງ, ເປົ້າໝາຍ ແລະ ແຜນພັດທະນາຂອງສູນ;
ຂໍ້ມູນໃນການສະໝັກ:
ທ່ານໃດທີ່ມີຄວາມສົນໃຈ ແມ່ນສາມາດສົ່ງຈົດໝາຍສະໝັກວຽກ (Cover Letter) ແລະ ຊີວະປະຫວັດຫຍໍ້ (CV) ມາໄດ້ທີ່ອີເມວ
souvanny@armi.la ແລະ info@armi.la, ຫຼື ສະໝັກຜ່ານສົ່ງ https://ee.kobotoolbox.org/x/KFfamPeB
ສໍາລັບຂໍ້ມູນເພີ່ມເຕີມກ່ຽວກັບພວກເຮົາແມ່ນເບິ່ງໄດ້ທີ່ www.armi.la.