Lao CSO Platform

ອົງການຈັດຕັ້ງສັງຄົມລາວ

Lao Civil Society Organizations Platform

ອົງການຈັດຕັ້ງສັງຄົມລາວ

Lao Civil Society Organizations Platform

ຜູ້ຊ່ວຍຄູ 15 ຕໍາແໜ່ງ

ລາຍລະອຽດກ່ຽວກັບໜ້າວຽກ

ປະກາດຮັບສະໝັກວຽກດ່ວນ!

ຮັບສະໝັກຄູ ແລະ ຜູ້ຊ່ວຍຄູ ຈຳນວນ 15 ຕຳແໜ່ງ

ເພື່ອຮ່ວມເປັນສ່ວນໜຶ່ງໃນການພັດທະນາສັກກະຍະພາບຂອງເດັກທີ່ເປັນໂອທິສຕິກ

ສະຖານທີ່ປະຕິບັດງານ: ສູນເພື່ອຄົນໂອທິສຕິກວຽງຈັນ, ຕັ້ງຢູ່ບ້ານໂພນປ່າເປົ້າ, ເມືອງສີສັດຕະນາກ, ນະຄອນຫຼວງວຽງຈັນ

ສູນເພື່ອຄົນໂອທິສຕິກວຽງຈັນ ແມ່ນອົງການຈັດຕັ້ງທີ່ບໍ່ສະແຫວງຫາຜົນກຳໄລ, ພວກເຮົາມີຄວາມມຸ່ງໝັ້ນໃນການສ້າງໂອກາດ ແລະ ພັດທະນາຄຸນນະພາບຊີວິດທີ່ດີໃຫ້ແກ່ບຸກຄົນທີ່ເປັນໂອທິສຕິກໃນ ສປປ ລາວ. ປັດຈຸບັນ, ທາງສູນฯ ມີຄວາມຕ້ອງການຮັບສະໝັກບຸກຄະລາກອນທີ່ມີໃຈຮັກ, ມີຄວາມຕັ້ງໃຈ, ມີຄວາມອົດທົນ ແລະ ມີຄວາມເຂົ້າໃຈໃນການເຮັດວຽກຮ່ວມກັບເດັກທີ່ມີຄວາມຕ້ອງການພິເສດ ເພື່ອມາຮ່ວມງານໃນຕຳແໜ່ງ ຄູ ແລະ ຜູ້ຊ່ວຍຄູ ຈຳນວນທັງໝົດ 15 ຕຳແໜ່ງ.

ນີ້ແມ່ນໂອກາດອັນດີທີ່ທ່ານຈະໄດ້ນຳໃຊ້ຄວາມຮູ້ ແລະ ຄວາມສາມາດຂອງທ່ານ ເພື່ອຮ່ວມສ້າງການປ່ຽນແປງທີ່ດີໃຫ້ກັບຊີວິດຂອງເດັກນ້ອຍ ແລະ ຄອບຄົວຂອງພວກເຂົາ, ພ້ອມກັນນັ້ນ ທ່ານຍັງຈະໄດ້ຮຽນຮູ້ ແລະ ພັດທະນາສາຍອາຊີບຂອງທ່ານໃນດ້ານການສຶກສາພິເສດອີກດ້ວຍ.

I. ເງື່ອນໄຂຂອງຜູ້ສະໝັກ:

ພວກເຮົາກຳລັງຊອກຫາຜູ້ສະໝັກທີ່ມີຄຸນນະວຸດທິ ແລະ ຄຸນສົມບັດດັ່ງລຸ່ມນີ້:

  • ບໍ່ຈຳກັດເພດ: ເປີດຮັບສະໝັກທຸກເພດ.

  • ລະດັບການສຶກສາ: ຈົບການສຶກສາລະດັບ ຊັ້ນກາງ, ຊັ້ນສູງ, ປະລິນຍາຕີ ຫຼື ສາຍວິຊາຊີບທີ່ກ່ຽວຂ້ອງ.

  • ຄວາມສາມາດດ້ານພາສາ: (ຖ້າຫາກສາມາດສື່ສານພາສາອັງກິດໄດ້ ຈະໄດ້ຮັບການພິຈາລະນາເປັນພິເສດ).

  • ທັດສະນະຄະຕິ: ມີຄວາມເຂົ້າໃຈ ແລະ ມີທັດສະນະຄະຕິທີ່ດີຕໍ່ບຸກຄົນພິການ.

  • ບຸກຄະລິກກະພາບ: ເປັນຜູ້ມີອັດທະຍາໄສດີ, ມີຄວາມອ່ອນໂຍນ, ຮັກແພງເດັກນ້ອຍ, ມີຄວາມອົດທົນສູງ ແລະ ສາມາດຄວບຄຸມອາລົມໄດ້ດີ.

  • ປະຫວັດສ່ວນຕົວ: ມີສະຫວັດດີການທີ່ດີ, ບໍ່ເຄີຍກະທຳຜິດທາງອາຍາ.

  • ເງື່ອນໄຂເພີ່ມເຕີມ: ຫຼັງຈາກສຳພາດ ແລະ ຜ່ານການຄັດເລືອກແລ້ວ ແມ່ນສາມາດເລີ່ມວຽກໄດ້ທັນທີ.

  • ທີ່ພັກອາໄສ: ສຳລັບຜູ້ສະໝັກທີ່ມາຈາກຕ່າງແຂວງ, ທາງສູນฯ ມີທີ່ພັກຈັດຫາໃຫ້.

II. ເອກະສານທີ່ຕ້ອງປະກອບໃນການສະໝັກ:

  1. ຊີວະປະຫວັດ (CV)

  2. ໃບປະກາດສະນີຍະບັດ (ສຳເນົາ)

  3. ໃບຢັ້ງຢືນທີ່ຢູ່ (ສະບັບແທ້)

  4. ໃບຢັ້ງຢືນສຸຂະພາບ

  5. ໃບແຈ້ງໂທດ (ທີ່ອອກໃຫ້ບໍ່ເກີນ 3 ເດືອນ)

  6. ສຳເນົາບັດປະຈຳຕົວ ຫຼື ສຳມະໂນຄົວ

  7. ໃບຜ່ານງານ (ຖ້າມີ)

ໝາຍເຫດ: ຜູ້ທີ່ສົນໃຈສາມາດເຂົ້າມາທົດລອງວຽກຕົວຈິງກ່ອນໄດ້ ເພື່ອສຶກສາ ແລະ ສ້າງຄວາມເຂົ້າໃຈໃນລັກສະນະຂອງວຽກ ກ່ອນຈະຕັດສິນໃຈຢື່ນເອກະສານ.

ວິທີການສະໝັກ ແລະ ສອບຖາມຂໍ້ມູນເພີ່ມເຕີມ:

ຖ້າຫາກທ່ານມີຄຸນສົມບັດກົງຕາມທີ່ໄດ້ລະບຸໄວ້ຂ້າງເທິງ ແລະ ມີຄວາມສົນໃຈທີ່ຈະຮ່ວມງານກັບພວກເຮົາ, ກະລຸນາຕິດຕໍ່ເພື່ອສອບຖາມຂໍ້ມູນເພີ່ມເຕີມ ຫຼື ເຂົ້າມາຢື່ນເອກະສານດ້ວຍຕົນເອງໄດ້ທີ່:

ສູນເພື່ອຄົນໂອທິສຕິກວຽງຈັນ
ບ້ານໂພນປ່າເປົ້າ, ເມືອງ ສີສັດຕະນາກ, ນະຄອນຫຼວງວຽງຈັນ

ເບີໂທລະສັບ: 030 5022 261
ເບີໂທ / WhatsApp: +85620 55918117; 020 91015498; 020 55475679

ຕິດຕາມພວກເຮົາໄດ້ທາງເຟສບຸກ (Facebook): Lao Autism

ຕິດຕໍ່