ປະກາດຮັບສະໝັກພະນັກງານ: ພະນັກງານ ຄູຝຶກ ແລະ ອຳນວຍຄວາມສະດວກໃນການພັດທະນາຊຸມຊົນ (1 ຕຳແໜ່ງ)
ອົງການ: ສະມາຄົມລາວພັດທະນາຊັບພະຍາກອນມະນຸດໃນເຂດຊົນນະບົດ (ສພຊບ)
ໄລຍະເວລາສັນຍາ: 6 ເດືອນ
ວັນປິດຮັບສະໝັກ: 15 ມັງກອນ 2026
ຈຸດປະສົງຫຼັກຂອງຕຳແໜ່ງ
ຮັບຜິດຊອບຫຼັກໃນການຮ່ວມຈັດຕັ້ງປະຕິບັດກິດຈະກຳ “ໂຄງການ ການໃຫ້ການບໍລິການຂໍ້ມູນສາທາລະນະ ແລະ ການສ້າງຄວາມຮັບຮູ້ ໃຫ້ແກ່ຊຸມຊົນທີ່ມີຄວາມບອບບາງ ໃນ ສປປ ລາວ”. ໃຫ້ບັນລຸເປົ້າໝາຍຂອງໂຄງການຢ່າງມີປະສິດທິພາບ ແລະ ປະສິດທິຜົນສູງສຸດ.
ເປັນຜູ້ອຳນວຍຄວາມສະດວກ, ຝຶກອົບຮົມຫົວຂໍ້ຕ່າງໆ ຕາມແຜນຂອງກິດຈະກຳໂຄງການ ໃຫ້ຖືກຕາມແຜນທີ່ຖືກຮັບຮອງ ແລະ ມອບໝາຍ ເພື່ອໃຫ້ແນ່ໃຈວ່າການຈັດຕັ້ງປະຕິບັດກິດຈະກຳໄປຕາມແຜນ, ຕາມເວລາທີ່ກຳນົດໄວ້, ຕາມສັນຍາຮ່ວມກັບຜູ້ໃຫ້ທຶນ/ພາກສ່ວນກ່ຽວຂ້ອງ ຢ່າງມີປະສິດທິພາບ ແລະ ປະສິດທິຜົນສູງສຸດ.
ຊ່ວຍປະສານງານກັບ ຄູ່ຮ່ວມງານພາກລັດຂັ້ນແຂວງ, ຂັ້ນເມືອງ, ຂັ້ນບ້ານ ແລະ ພາກສ່ວນກ່ຽວຂ້ອງ ຕາມການມອບໝາຍຈາກຜູ້ອຳນວຍການ.
ເງື່ອນໄຂຜູ້ສະໝັກ
ຖືສັນຊາດລາວ, ມີປະສົບການກ່ຽວກັບ ການເປັນຜູ້ອຳນວຍຄວາມສະດວກຂັ້ນຊຸມຊົນ.
ອາຍຸບໍ່ເກີນ 45 ປີ.
ຈົບການສຶກສາດ້ານ ກົດໝາຍ ຫຼື ພັດທະນາຊຸມຊົນ ແລະ ສິ່ງແວດລ້ອມ ຈະພິຈາລະນາເປັນພິເສດ.
ມີທັກສະດ້ານໄອທີ-ຄອມພິວເຕີ (Word, Excel, PowerPoint, Email).
ວິທີການສະໝັກ
ຜູ້ທີ່ສົນໃຈ ສົ່ງຂໍ້ມູນໄດ້ທີ່:
ຊີວະປະຫວັດ (CV)
ຈົດໝາຍສະໝັກວຽກ (Cover Letter)
ຊ່ອງທາງການຕິດຕໍ່:
Email: laodhrra@gmail.com
WhatsApp: +856 20 2222 7595
ປິດຮັບສະໝັກໃນວັນທີ: 15 ມັງກອນ 2026