Lao CSO Platform

ອົງການຈັດຕັ້ງສັງຄົມລາວ

Lao Civil Society Organizations Platform

ອົງການຈັດຕັ້ງສັງຄົມລາວ

Lao Civil Society Organizations Platform

ຮັບສະໝັກພະນັກງານຝຶກງານ

ລາຍລະອຽດກ່ຽວກັບໜ້າວຽກ

ຮັບສະໝັກພະນັກງານຝຶກງານ
ກອງເລຂາ ຄະນະກຳມະການປະສານງານອົງການຈັດຄັ້ງສັງຄົມລາວ
ກ່ຽວກັບອົງການ
ພວກເຮົາແມ່ນສະມາຄົມທີ່ບໍ່ຫວັງຜົນກໍາໄລ ໄດ້ຂື້ນທະບຽນ ແລະ ເຄື່ອນໄຫວວຽກງານພັດທະນາຊຸມຊົນທັງໃນລະດັບຊາດ ແລະ ໃນລະດັບທ້ອງຖິ່ນ, ເຊີ່ງເປັນປັດໃຈອຳນວຍຄວາມສະດວກໃຫ້ແກ່ອົງການຈັດຕັ້ງສັງຄົມລາວ ໄດ້ປະກອບສ່ວນຢ່າງຫ້າວຫັນໃນລະດັບຮາກຖານໄດ້ເຂົ້າເຖີງຊຸມຊົນທັງໃນຕົວເມືອງ ແລະ ຊົນນະບົດ ເພື່ອຈັດຕັ້ງປະຕິບັດໂຄງການສະໜັບສະໜູນການພັດທະນາເສດຖະກິດ-ສັງຄົມ ເປັນຕົ້ນແມ່ນການພັດທະນາການຜະລິດກະສິກໍາ, ການຄ້ຳປະກັນສະບຽງອາຫານ, ວຽກງານສຸຂະພາບສຸກຂະອະນາໄມ-ສາທາລະນະສຸກ, ການອະນຸລັກ-ຄຸ້ມຄອງຊັບພະຍາກອນທຳມະຊາດ-ສິ່ງແວດລ້ອມ, ເສດຖະກິດ ວັດທະນທຳ-ສັງຄົມ, ສົ່ງເສີມຄວາມສະເໝີພາບຍິງ-ຊາຍ, ການເຂົ້າເຖິງການບໍລິການສາທາລະນະ, ຄວາມຍຸຕິທຳ, ການສຶກສາ, ໄພພິບັດ ແລະ ແຮງງານ-ສະຫວັດດີການສັງຄົມ ແລະ ຄົນພິການ.
ລາຍລະອຽດຕຳແໜ່ງ
ກອງເລຂາ ຄະນະກຳມະການປະສານງານອົງການຈັດຄັ້ງສັງຄົມລາວ ກຳລັງຮັບສະໝັກພະນັກງານຝຶກງານ ຈຳນວນ 6 ຄົນ ເພື່ອຊ່ວຍໃນການເກັບກຳຂໍ້ມູນ ແລະ ປະສານງານກັບສະມາຊິກອົງການຈັດຕັ້ງສັງຄົມຕ່າງໆ.
ເງື່ອນໄຂຜູ້ສະໝັກ

  • ເປັນນັກສຶກສາຈົບໃໝ່ ຫຼື ກຳລັງຮຽນຢູ່
  • ມີຄວາມຮູ້ພື້ນຖານໃນການນຳໃຊ້ຄອມພິວເຕີ
  • ສາມາດນຳໃຊ້ໂປຣແກຣມເກັບຂໍ້ມູນພື້ນຖານ ເຊັ່ນ: Google Forms, KOBO Toolbox
  • ມີຄວາມກະຕືລືລົ້ນ ແລະ ຮຽນຮູ້ໄວ
  • ມີທັກສະການສື່ສານທີ່ດີ

ໜ້າທີ່ຮັບຜິດຊອບ

  1. ເກັບກຳຂໍ້ມູນ
    • ຊ່ວຍເກັບກຳຂໍ້ມູນຂອງສະມາຊິກ Lao CSOs (ສະມາຄົມ ແລະ ມູນນິທິ)
    • ນຳໃຊ້ເຄື່ອງມືເກັບກຳຂໍ້ມູນ ເຊັ່ນ: Google Forms, KOBO Toolbox
  2. ລວບລວມຜົນງານ
    • ຊ່ວຍເກັບກຳຜົນງານຂອງບັນດາຂະແໜງການ ອົງການຈັດຕັ້ງສັງຄົມ
    • ລວບລວມຂໍ້ມູນເພື່ອກະກຽມລາຍງານປະຈຳປີ
  3. ວິເຄາະຂໍ້ມູນພື້ນຖານ
    • ຊ່ວຍໃນການຈັດລະບຽບ ແລະ ລວບລວມຂໍ້ມູນທີ່ເກັບກຳມາໄດ້
    • ກະກຽມສະຫຼຸບລາຍງານຂໍ້ມູນເບື້ອງຕົ້ນ

ຜົນປະໂຫຍດທີ່ຈະໄດ້ຮັບ

  • ໄດ້ຮັບປະສົບການເຮັດວຽກຈິງກັບອົງການຈັດຕັ້ງສັງຄົມລາວ
  • ມີໂອກາດສ້າງເຄືອຂ່າຍກັບອົງການຈັດຕັ້ງສັງຄົມຫຼາຍພາກສ່ວນ
  • ພັດທະນາທັກສະໃນການເກັບກຳ ແລະ ວິເຄາະຂໍ້ມູນ
  • ໄດ້ຮັບໃບຢັ້ງຢືນການຝຶກງານຫຼັງຈາກສຳເລັດໄລຍະການຝຶກງານ
  • ຄ່ານໍ້າມັນລົດ ສໍາລັບການເດີນທາງມາຝຶກງານ

ໄລຍະເວລາຝຶກງານ

  • ໄລຍະເວລາ 1 ເດືອນ, ມີໂອກາດຕໍ່ສັນຍາຕາມຜົນງານ

ວິທີການສະໝັກ
ຜູ້ສົນໃຈສາມາດສົ່ງເອກະສານດັ່ງຕໍ່ໄປນີ້:

  1. ຊີວະປະຫວັດຫຍໍ້ (CV)
  2. ຈົດໝາຍສະແດງຄວາມສົນໃຈ
  3. ສຳເນົາໃບປະກາສະນີຍະບັດ ຫຼື ໃບຢັ້ງຢືນການສຶກສາ (ຖ້າມີ)

ສົ່ງເອກະສານມາທີ່: daengnoy.laocsosec@gmail.com ກຳນົດປິດຮັບສະໝັກ: (ວັນທີ)
ຂໍ້ມູນຕິດຕໍ່
ທ່ານ ແດງນ້ອຍ ມະໄລທອງ (Mr. Daengnoy MALAITHONG)
ໂທລະສັບ: +856 (20) 52517156
ອີເມວ: daengnoy.laocsosec@gmail.com

⏰ ກຳນົດປິດຮັບສະໝັກ: 31 ມີນາ 2024 (ພາຍໃນ 1 ອາທິດ)

ຕິດຕໍ່