Lao CSO Platform

ອົງການຈັດຕັ້ງສັງຄົມລາວ

Lao Civil Society Organizations Platform

ອົງການຈັດຕັ້ງສັງຄົມລາວ

Lao Civil Society Organizations Platform

ກອງປະຊຸມ ກ່ຽວກັບການສົ່ງເສີມການມີສ່ວນຮ່ວມ ຂອງອົງການຈັດຕັ້ງ ທາງສັງຄົມລາວ ໃນວຽກງານ ການສ້າງຄວາມທົນທານຕໍ່ການປ່ຽນແປງດິນຟ້າອາກາດ ເພື່ອປະກອບສ່ວນເຂົ້າໃນ ຖະແຫລງການແຫ່ງຊາດ ຂອງຄະນະຜູ້ຕາງໜ້າຂອງລາວ ເພື່ອເຂົ້າຮ່ວມ ກອງປະຊຸມ COP31

ທີ່ ນະຄອນຫຼວງວຽງຈັນ, ສປປ ລາວ, ວັນທີ 08-09 ຕຸລາ 2026 - ຄະນະປະສານງານອົງການຈັດຕັ້ງສັງຄົມລາວ (LCCC) ຮ່ວມກັບ ອົງການອອກສະຟາມປະຈຳລາວ ໄດ້ຈັດກອງປະຊຸມຄວາມຮ່ວມມື ເພື່ອສ້າງຄວາມທົນທານຕໍ່ການປ່ຽນແປງດິນຟ້າ ອາກາດ ໃນວັນທີ 08-09 ຕຸລາ 2026 ທີ່ ໂຮງແຮມລາວພລາຊາ, ນະຄອນຫຼວງວຽງຈັນ. ເວທີດັ່ງກ່າວ ເປັນສ່ວນໜຶ່ງຂອງ ໂຄງການການບໍລິຫານຈັດການນ້ຳໃນອະນຸພາກພື້ນແມ່ນ້ຳຂອງແບບມີສ່ວນຮ່ວມ ແລະ ຄວາມທົນທານຕໍ່ການປ່ຽນແປງດິນ ຟ້າອາກາດ ໂດຍມີຈຸດປະສົງເສີມສ້າງການມີສ່ວນຮ່ວມ ລະຫວ່າງ ອົງການຈັດຕັ້ງທາງສັງຄົມ, ລັດຖະບານ ແລະ ຄູ່ຮ່ວມພັດ ທະນາກ່ອນກອງປະຊຸມບັນດາພາຄີການປ່ຽນແປງດີນຟ້າອາກາດຄັ້ງທີ 31 (COP31) ແລະ ຂະບວນການດ້ານດິນຟ້າອາກາດຂອງອາຊຽນທີ່ກ່ຽວຂ້ອງ.

ກອງປະຊຸມຄັ້ງນີ້ ຈັດຂຶ້ນໃນຊ່ວງເວລາທີ່ມີຄວາມສຳຄັນສຳລັບ ສປປ ລາວ. ນັບແຕ່ປີ 2024, ສປປ ລາວ ໄດ້ປະເຊີນກັບຜົນ ກະທົບຮຸນແຮງຈາກການປ່ຽນແປງດິນຟ້າອາກາດ ລວມທັງນ້ຳຖ້ວມເປັນວົງກວ້າງຈາກພາຍຸເຂດຮ້ອນຊູລິກ ແລະ ພາຍຸໄຕ້ຝຸ່ນ ຢາກິ. ປະຊາຊົນຫຼາຍກວ່າ 204,000 ຄົນ ໄດ້ຮັບຜົນກະທົບທົ່ວປະເທດ ແລະ ສ້າງຄວາມເສຍຫາຍສະເລ່ນ 279 ລ້ານໂດລາ ສະຫະລັດ ໃນລະຫວ່າງປີ 2024-2025. ກຸ່ມທີ່ມີຄວາມບອບບາງ ເຊັ່ນ ແມ່ຍິງ, ເດັກນ້ອຍ, ຄົນພິການ, ຊຸມຊົນຊົນເຜົ່າ ແລະ ຄົວເຮືອນທີ່ມີລາຍໄດ້ຕ່ຳ ໄດ້ຮັບຜົນກະທົບຫຼາຍກວ່າກຸ່ມອື່ນ.

ກອງປະຊຸມດັ່ງກ່າວ ມີຜູ້ເຂົ້າຮ່ວມປະມານ 150 ທ່ານ ທີ່ມາຈາກຫຼາຍພາກສ່ວນ ເຊັ່ນ: ອົງການຈັດຕັ້ງທາງສັງຄົມ, ເຄືອຂ່າຍຊາວໜຸ່ມ, ນັກວິຊາການ, ອົງການຈັດຕັ້ງຂັ້ນຊຸມຊົນ, ກຸ່ມແມ່ຍິງ, ລັດຖະບານ, ບັນດາຄູ່ຮ່ວມມືເພື່ອການພັດທະນາ ແລະ ສະຖານທູດ. ໃນມື້ທີໜຶ່ງ, ກອງປະຊຸມ ໄດ້ສຸມໃສ່ການປຶກສາຫາລື ແລະ ສ້າງຂໍ້ສະເໜີແນະ ທີ່ບັນດາອົງການຈັດຕັ້ງທາງສັງຄົມ ຕ້ອງການນຳສະເໜີຕໍ່ກອງປະຊຸມບັນດາພາຄີ ຄັ້ງທີ 31 (COP31). ໃນມື້ທີສອງ, ກອງປະຊຸມ ໄດ້ສຸມໃສ່ການສັງລວມ ແລະ ສະຫຼຸບຜົນການປຶກສາຫາລືຈາກມື້ທຳອິດ, ການຈັດລຽງບຸລິມະສິດ ແລະ ປັບປຸງຂໍ້ສະເໜີທາງນະໂຍບາຍຂອງອົງການຈັດຕັ້ງທາງສັງຄົມ ເພື່ອນຳໃຊ້ໃນການເຂົ້າຮ່ວມກອງປະຊຸມບັນດາພາຄີ ຄັ້ງທີ 31 (COP31) ແລະ ການມີສ່ວນຮ່ວມໃນອາຊຽນ, ພ້ອມທັງສ້າງຄວາມເຫັນດີຮ່ວມກັນ. ຜ່ານການປຶກສາຫາລືໂຕະມົນດ້ານນະໂຍບາຍໃນລະດັບຍຸດທະສາດ. ບັນດາຜູ້ເຂົ້າຮ່ວມ ໄດ້ຮ່ວມກັນທົບທວນ, ປັບປຸງເນື້ອໃນ ແລະ ຮັບຮອງຂໍ້ສະເໜີແນະຮ່ວມກັນກັບອົງການຈັດຕັ້ງທາງສັງຄົມຢ່າງເປັນທາງການ ເພື່ອໃຫ້ມີຈຸດຢືນ ແລະ ສຽງສະທ້ອນທີ່ເປັນເອກະພາບ ກ່ຽວກັບການດຳເນີນງານດ້ານການປ່ຽນແປງດິນຟ້າອາກາດ, ການສ້າງຄວາມທົນທານຕໍ່ຜົນກະທົບດ້ານດິນຟ້າອາກາດ ແລະ ການມີສ່ວນຮ່ວມຢ່າງທົ່ວເຖິງ. ກອງປະຊຸມ ປິດລົງດ້ວຍການບັນລຸຂໍ້ຕົກລົງຮ່ວມກັນ ກ່ຽວກັບ ແຜນການຂັບເຄື່ອນນະໂຍບາຍທີ່ສາມາດນຳໄປປະຕິບັດໄດ້ຈິງ ໂດຍການກຳນົດການຈັດຕັ້ງປະຕິບັດ, ຄວາມຮ່ວມມື ແລະ ກົນໄກການປະສານງານ ເພື່ອສົ່ງເສີມການມີສ່ວນຮ່ວມ ແລະ ບົດບາດໃນການສົ່ງຕໍ່ນະໂຍບາຍ ເພື່ອປະກອບສ່ວນໃຫ້ກັບກອງເລຂາກະກຽມ ເພື່ອນຳໄປຖະແຫລງທີ່ກອງປະຊຸມ COP31.

ທ່ານ ນາງ ມະນີວັນ ສຸຍະວົງ, ຮອງປະທານຄະນະປະສານງານອົງການຈັດຕັ້ງທາງສັງຄົມລາວ (LCCC), ກ່າວວ່າ: “ການ ປ່ຽນແປງດິນຟ້າອາກາດ ບໍ່ແມ່ນໄພຄຸກຄາມທີ່ຢູ່ໄກຕົວ, ເຊິ່ງກຳລັງສົ່ງຜົນກະທົບຕໍ່ຊີວິດ ແລະ ການດຳລົງຊິວິດຂອງຊຸມ ຊົນທົ່ວ ສປປ ລາວ. ຊຸມຊົນ ກຳລັງປະເຊີນຄວາມສ່ຽງດ້ານດິນຟ້າອາກາດທີ່ເພີ່ມຂຶ້ນ, ເຊິ່ງຄຸກຄາມການດຳລົງຊີວິດ, ຄວາມ ໝັ້ນຄົງດ້ານນ້ຳ ແລະ ການພັດທະນາທ້ອງຖິ່ນ. ກອງປະຊຸມຄັ້ງນີ້ ເປັນໂອກາດສຳຄັນໃຫ້ອົງການຈັດຕັ້ງທາງສັງຄົມ, ລັດຖະ ບານ ແລະ ຄູ່ຮ່ວມພັດທະນາ ຮ່ວມກັນກຳນົດວິທີແກ້ໄຂທີ່ສາມາດປະຕິບັດໄດ້ ແລະ ນຳເອົາຄໍາເຫັນຂອງທ້ອງຖິ່ນ ໂດຍເນັ້ນ ເຖິງຄວາມສະເໝີພາບຍິງ-ຊາຍ ແລະ ການມີສ່ວນຮ່ວມຂອງຄົນພິການ ເຂົ້າສູ່ການສົນທະນາດ້ານດິນຟ້າອາກາດໃນລະດັບ ຊາດ ແລະ ສາກົນ. ໃນຂະນະທີ່ ສປປ ລາວ ກຽມພ້ອມສຳລັບ COP31, ສຽງຂອງຊຸມຊົນທີ່ມີຄວາມບອບບາງ ໂດຍສະ ເພາະແມ່ຍິງ, ຊາວໜຸ່ມ ແລະ ຄົນພິການ ຕ້ອງໄດ້ຮັບການຮັບຟັງ ແລະ ປະກອບສ່ວນເຂົ້າໃນການຮ່າງນະໂຍບາຍ, ການຕັດ ສິນໃຈ ແລະ ການລົງທຶນກ່ຽວກັບບັນຫາການປ່ຽນດິນຟ້າອາກາດ.”

ທ່ານ Andreas Gerrits, ຮອງຫົວໜ້າການຮ່ວມມື, ອົງການຮ່ວມມືເພື່ອການພັດທະນາສະວິດ (SDC) ປະຈຳ ນະຄອນ ຫຼວງວຽງຈັນ, ໄດ້ກ່າວໃນພິທີເປີດວ່າ: “ນ້ຳແມ່ນປັດໄຈພື້ນຖານໃຫ້ແກ່ວຽກງານກະສິກຳ, ການປະມົງ, ລະບົບພະລັງງານ, ລະບົບນິເວດ ແລະ ການດຳລົງຊີວິດຂອງປະຊາຊົນຫຼາຍລ້ານຄົນ. ດັ່ງນັ້ນ, ການສ້າງຄວາມທົນທານຕໍ່ການ ປ່ຽນແປງດິນຟ້າ ອາກາດ ຈຶ່ງຕ້ອງອາໄສຄວາມຮ່ວມມືທີ່ເຂັ້ມແຂງ, ການສົນທະນາຢ່າງທົ່ວເຖິງ ແລະ ການມີສ່ວນຮ່ວມຢ່າງມີຄວາມໝາຍຂອງອົງການຈັດຕັ້ງທາງສັງຄົມ ເຊິ່ງມີບົດບາດສຳຄັນຕໍ່ການດຳເນີນງານດ້ານດິນຟ້າອາກາດ ແລະ ການບໍລິຫານຈັດການນ້ຳຢ່າງມີປະ ສິດທິຜົນ.”

ຜູ້ຕາງໜ້າຊຸມຊົນ ຍັງໄດ້ແບ່ງປັນປະສົບການໂດຍກົງ ກ່ຽວກັບ ຜົນກະທົບຂອງການປ່ຽນແປງດິນຟ້າອາກາດຕໍ່ການດຳລົງຊີ ວິດໃນຊົນນະບົດ ແລະ ລະບົບຕ່ອງໂສ້ອາຫານ.

ທ່ານ ຄຳແພງ, ຮອງນາຍບ້ານຈາກບ້ານລາດ ໄດ້ແບ່ງປັນວ່າ: “ບ້ານຂອງພວກເຮົາ ຕັ້ງຢູ່ຫ່າງຈາກແມ່ນ້ຳປະມານ 1 ກິໂລແມັດ, ມີປະຊາກອນປະມານ 1,331 ຄົນ (ແມ່ຍິງ 623 ຄົນ) ແລະ ມີເນື້ອທີ່ກະສິກຳເກືອບ 800 ເຮັກຕາ ທີ່ເປັນແຫຼ່ງດຳລົງຊີວິດຂອງຊາວບ້ານ. ທຸກໆປີ, ພວກເຮົາ ປະເຊີນກັບນ້ຳຖ້ວມໃນຊ່ວງເດືອນມິຖຸນາ ຫາ ຕຸລາ, ເຊິ່ງສ້າງຄວາມຫຍຸ້ງຍາກຢ່າງຫຼວງ ຫຼາຍໃຫ້ຊຸມຊົນ. ຖະໜົນ ແລະ ໂຄງລ່າງພື້ນຖານສຳຄັນມັກຖືກນ້ຳຖ້ວມ ເຮັດໃຫ້ເຮືອເປັນພາຫະນະພຽງຢ່າງດຽວທີ່ໃຊ້ ເດີນທາງໄດ້. ບາງຄັ້ງ ນ້ຳຖ້ວມມາຮອດໂດຍການແຈ້ງເຕືອນບໍ່ທົ່ວເຖິງ ຫຼື ບໍ່ມີເລີຍ ເຮັດໃຫ້ເຮືອນຊານ, ຊັບສິນຂອງຊຸມຊົນ ແລະ ຜະລິດຕະພັນກະສິກຳມີຄວາມເສຍຫາຍ. ແຕ່ດ້ວຍການສະໜັບສະໜູນຈາກໂຄງການທີ່ໄດ້ຮັບທຶນຈາກອອກສະຟາມ ທີ່ຊ່ວຍຕິດຕັ້ງລະບົບ ເຕືອນໄພລ່ວງໜ້າ ແລະ ຈັດຕັ້ງກຸ່ມຄຸ້ມຄອງໄພພິບັດຂັ້ນບ້ານ ເຮັດໃຫ້ຄວາມພ້ອມຂອງພວກເຮົາດີຂຶ້ນ ຫຼາຍ. ເມື່ອເກີດນ້ຳຖ້ວມ, ປັດຈຸບັນ ພວກເຮົາ ສາມາດແຈ້ງເຕືອນຊາວບ້ານໄດ້ທັນເວລາ ແລະ ອົບພະຍົບກຸ່ມທີ່ມີຄວາມ ບອບບາງລ່ວງໜ້າ ເພື່ອຫຼຸດຄວາມສ່ຽງ ແລະ ປົກປ້ອງຊີວິດກັບການດຳລົງຊີວີດ. ເຖິງແມ່ນຄວາມພະຍາຍາມເຫຼົ່ານີ້ ຈະຊ່ວຍເພີ່ມຂີດຄວາມ ສາມາດໃນການຮັບມືໄພພິບັດ, ແຕ່ພວກເຮົາ ຍັງຕ້ອງການການສະໜັບສະໜູນດ້ານການປັບຕົວ ເພີ່ມເຕີມ ລວມທັງໂຄງລ່າງພື້ນຖານທີ່ທົນທານ, ການກະສິກຳທີ່ທົນທານຕໍ່ສະພາບອາກາດ ແລະ ການລົງທຶນຢ່າງຕໍ່ເນື່ອງ ໃນການຈັດການຄວາມສ່ຽງໄພພິບັດໂດຍຊຸມຊົນ ເພື່ອໃຫ້ບ້ານສາມາດຮັບມືກັບຜົນກະທົບດ້ານດິນຟ້າອາກາດທີ່ຮຸນແຮງ ຂຶ້ນໃນອະນາຄົດ.” ທ່ານກ່າວ ເພີ່ມວ່າ ກຸ່ມທີ່ມີຄວາມບອບບາງທີ່ສຸດ ເຊັ່ນ ຄົນພິການ, ເດັກນ້ອຍ ແລະ ຄົນກຸ່ມນ້ອຍ ໄດ້ຮັບຜົນກະທົບຫຼາຍທີ່ສຸດ; ສັດລ້ຽງ ແລະ ພືດຜົນທາງການຄ້າ ກໍເສຍຫາຍຈາກນ້ຳຖ້ວມ.

ທ່ານ ນາງ ພອນສະຫວັນ, ຜູ້ຕາງໜ້າບ້ານຫ້ວຍໂລ, ເມືອງປາກອູ, ແຂວງຫຼວງພະບາງ, ກ່າວວ່າ: “ເນື່ອງຈາກບ້ານຂອງພວກ ເຮົາຕັ້ງຢູ່ຕາມລຳແມ່ນ້ຳອູ, ພວກເຮົາ ຈຶ່ງປະເຊີນຄວາມຫຍຸ້ງຍາກເພີ່ມຂຶ້ນທັງໃນລະດູຝົນ ແລະ ລະດູແລ້ງ. ນ້ຳຖ້ວມ ແລະ ລະບົບລະບາຍນ້ຳທີ່ອຸດຕັນ ເຮັດໃຫ້ເຮືອນຊານເສຍຫາຍ ແລະ ກະທົບຕໍ່ການເຂົ້າເຖິງນ້ຳດື່ມທີ່ປອດໄພ, ໃນຂະນະທີ່ ການຂາດແຄນນ້ຳໃນລະດູແລ້ງ ກະທົບຕໍ່ການດຳລົງຊີວິດ ແລະ ການຜະລິດອາຫານ. ພວກເຮົາຫວັງວ່າ ຈະໄດ້ເຫັນການ ປັບປຸງໂຄງລ່າງລະບາຍນ້ຳ ແລະ ການຟື້ນຟູລະບົບນ້ຳປະປາຂອງບ້ານ ເພື່ອໃຫ້ຊຸມຊົນສາມາດເຂົ້າເຖິງນ້ຳໄດ້ຢ່າງໝັ້ນຄົງ ຕະຫຼອດປີ.”

ຜູ້ເຂົ້າຮ່ວມ ໄດ້ຮ່ວມກັນສ້າງຂໍ້ສະເໜີແນະທີ່ເປັນເອກະພາບ ເພື່ອສະໜັບສະໜູນການເຂົ້າຮ່ວມ COP31 ຂອງລັດ ຖະບານ ສປປ ລາວ ທີ່ ເມືອງອັນຕາລີຢາ, ປະເທດຕວັກກີ. ຜ່ານຂະບວນການປຶກສາຫາລືແບບມີສ່ວນຮ່ວມ, ຜູ້ເຂົ້າຮ່ວມ ໄດ້ກຳນົດ 4 ບູລິມະສິດສຳຄັນ ຄື: ປັບປຸງການເຂົ້າເຖິງແຫຼ່ງທຶນດ້ານດິນຟ້າອາກາດຢ່າງເປັນທຳ ແລະ ໂດຍກົງ ສຳລັບການ ປັບຕົວ,ສ້າງຄວາມທົນທານ ແລະ ການສູນເສຍກັບຄວາມເສຍຫາຍ; ເພີ່ມການລົງທຶນເຂົ້າໃນການປັບຕົວທີ່ຊຸມຊົນເປັນເຈົ້າການ, ຄວາມໝັ້ນຄົງດ້ານນ້ຳ, ການຟື້ນຟູລະບົບນິເວດ ແລະ ການດຳລົງຊີວິດທີ່ທົນທານຕໍ່ການປ່ຽນແປງດິນຟ້າອາກາດ; ຮັບປະກັນຄວາມສົມບູນ ຂອງສິ່ງແວດລ້ອມ, ມາດຕະການປົກປ້ອງທາງສັງຄົມ ແລະ ການແບ່ງປັນຜົນປະໂຫຍດຢ່າງເປັນທຳ ໃນກົນໄກຕະຫຼາດ ກາກບອນ ແລະ ກົນໄກຕາມມາດຕາ 6; ແລະ ສົ່ງເສີມການບໍລິຫານຈັດການດ້ານດິນຟ້າອາກາດຢ່າງ ທົ່ວເຖິງ ທີ່ສົ່ງເສີມ ໃຫ້ແມ່ຍິງ, ຊາວໜຸ່ມ, ປະຊາຊົນ, ຊຸມຊົນຊົນເຜົ່າ, ຄົນພິການ ແລະ ກຸ່ມທີ່ມີຄວາມບອບບາງ ອື່ນໆ. ການປຶກສາ ຫາລື ໄດ້ສິ້ນສຸດດ້ວຍການຮຽກຮ້ອງຢ່າງໜັກແໜ້ນໃຫ້ແຫຼ່ງທຶນດ້ານດິນຟ້າອາກາດໃຫ້ເຂົ້າເຖິງໄດ້ງ່າຍ, ຖືຊຸມຊົນເປັນສູນກາງ ແລະ ຕອບສະໜອງຄວາມຕ້ອງການຂອງທ້ອງຖິ່ນ ເພື່ອຮັບຮູ້ວ່າຊຸມຊົນທີ່ຢູ່ແນວໜ້າຂອງຜົນກະທົບ ແມ່ນຄູ່ຮ່ວມງານ ສຳຄັນໃນການດຳເນີນງານດ້ານດິນຟ້າອາກາດ ແລະ ບໍ່ປະໃຜໄວ້ຂ້າງຫຼັງ ໃນການຫັນປ່ຽນຂອງ ສປປ ລາວ ໄປສູ່ອະນາຄົດ ທີ່ທົນທານ ແລະ ຍືນຍົງ.

ກອງປະຊຸມຄວາມຮ່ວມມືດ້ານຄວາມທົນທານຕໍ່ການປ່ຽນແປງດິນຟ້າອາກາດ ໄດ້ຮັບການສະໜັບສະໜູນຈາກກະຊວງ ການຕ່າງປະເທດ ແລະ ການຄ້າອົດສະຕຣາລີ (DFAT) ແລະ ອົງການຮ່ວມມືເພື່ອການພັດທະນາສະວິດ (SDC) ຜ່ານ ໂຄງການຂອງອອກສະຟາມ ດ້ານການບໍລິຫານຈັດການນ້ຳໃນອະນຸພາກພື້ນແມ່ນ້ຳແບບມີສ່ວນຮ່ວມ ແລະ ຄວາມທົນທານ ຕໍ່ການປ່ຽນແປງດິນຟ້າອາກາດ ໄລຍະທີ 3 (IP-3).

Related News

  • ກະສິກຳ ແລະ ຫັດຖະກຳ
  • ກະສິກໍາ, ປ່າໄມ້
  • ​ສ້າງ​ຄວາມ​ສາ​ມາດ​,
  • ການພັດທະນາຊຸມຊົນ
  • ເສດຖະກິດ, ຂໍ້ມູນຂ່າວສານ, ວັດທະນາທໍາ ແລະ ການທ່ອງທ່ຽວ
  • ການສຶກສາ
  • ການສຶກສາ & ກິລາ
  • ສິ່ງແວດລ້ອມ
  • Forests
  • ບົດບາດຍິງຊາຍ ແລະ ກົດໝາຍ
  • ທົ່ວໄປ
  • ການປົກຄອງທີ່ດີ
  • Health and Agriculture
  • ສາທາລະນະສຸກ
  • ມະນຸດສະທໍາ
  • ແຮງງານ, ຄວາມພິການ ແລະ ສະຫວັດດີການສັງຄົມ
  • ແຮງງານ, ຄວາມພິການ & ສະຫວັດດີການສັງຄົມ
  • ການສ້າງຄວາມອາດສາມາດ
  • ສາທາລະນະສຸກ
  • ສ້າງຄວາມເຂັ້ມແຂງ
  • Rights to Health and Community Mobilization
  • ວັດທະນະທຳ-ສັງຄົມ
  • ການພັດທະນາຊົນນະບົດ
  • ການສ້າງຄວາມອາດສາມາດ ແລະ ສົ່ງເສີມອາຊີບ
05 ມີນາ 2026
ວັນທີ 5 ມີນາ 2026, ທີ່ສູນການຄ້າພາກຊັນ (ເດີ່ນດ້ານຫຼັງ), ນະຄອນຫຼວງວຽງຈັນ, ໄດ້ມີພິທີເປີດງານວາງສະແດງຜົນງານ ແລະ ຜະລິດຕະພັນຂອງອົງການຈັດຕັ້ງສັງຄົມລາວ ປະຈຳປີ 2026 (CSO FAIR 2026)…
  • ກະສິກຳ ແລະ ຫັດຖະກຳ
  • ກະສິກໍາ, ປ່າໄມ້
  • ​ສ້າງ​ຄວາມ​ສາ​ມາດ​,
  • ການພັດທະນາຊຸມຊົນ
  • ເສດຖະກິດ, ຂໍ້ມູນຂ່າວສານ, ວັດທະນາທໍາ ແລະ ການທ່ອງທ່ຽວ
  • ການສຶກສາ
  • ສິ່ງແວດລ້ອມ
  • Forests
  • ບົດບາດຍິງຊາຍ ແລະ ກົດໝາຍ
  • ທົ່ວໄປ
  • ການປົກຄອງທີ່ດີ
  • Health and Agriculture
  • ສາທາລະນະສຸກ
  • ມະນຸດສະທໍາ
  • ແຮງງານ, ຄວາມພິການ ແລະ ສະຫວັດດີການສັງຄົມ
  • ການສ້າງຄວາມອາດສາມາດ
  • ສາທາລະນະສຸກ
  • ສ້າງຄວາມເຂັ້ມແຂງ
  • Rights to Health and Community Mobilization
  • ວັດທະນະທຳ-ສັງຄົມ
  • ການພັດທະນາຊົນນະບົດ
  • ການສ້າງຄວາມອາດສາມາດ ແລະ ສົ່ງເສີມອາຊີບ
  • ກະສິກຳ ແລະ ຫັດຖະກຳ
  • ກະສິກໍາ, ປ່າໄມ້
  • ​ສ້າງ​ຄວາມ​ສາ​ມາດ​,
  • ການພັດທະນາຊຸມຊົນ
  • ເສດຖະກິດ, ຂໍ້ມູນຂ່າວສານ, ວັດທະນາທໍາ ແລະ ການທ່ອງທ່ຽວ
  • ການສຶກສາ
  • ການສຶກສາ & ກິລາ
  • ສິ່ງແວດລ້ອມ
  • Forests
  • ບົດບາດຍິງຊາຍ ແລະ ກົດໝາຍ
  • ທົ່ວໄປ
  • ການປົກຄອງທີ່ດີ
  • Health and Agriculture
  • ສາທາລະນະສຸກ
  • ມະນຸດສະທໍາ
  • ແຮງງານ, ຄວາມພິການ ແລະ ສະຫວັດດີການສັງຄົມ
  • ແຮງງານ, ຄວາມພິການ & ສະຫວັດດີການສັງຄົມ
  • ການສ້າງຄວາມອາດສາມາດ
  • ສາທາລະນະສຸກ
  • ສ້າງຄວາມເຂັ້ມແຂງ
  • Rights to Health and Community Mobilization
  • ວັດທະນະທຳ-ສັງຄົມ
  • ການພັດທະນາຊົນນະບົດ
  • ການສ້າງຄວາມອາດສາມາດ ແລະ ສົ່ງເສີມອາຊີບ
  • ກະສິກຳ ແລະ ຫັດຖະກຳ
  • ກະສິກໍາ, ປ່າໄມ້
  • ​ສ້າງ​ຄວາມ​ສາ​ມາດ​,
  • ການພັດທະນາຊຸມຊົນ
  • ເສດຖະກິດ, ຂໍ້ມູນຂ່າວສານ, ວັດທະນາທໍາ ແລະ ການທ່ອງທ່ຽວ
  • ການສຶກສາ
  • ການສຶກສາ & ກິລາ
  • ສິ່ງແວດລ້ອມ
  • Forests
  • ບົດບາດຍິງຊາຍ ແລະ ກົດໝາຍ
  • ທົ່ວໄປ
  • ການປົກຄອງທີ່ດີ
  • Health and Agriculture
  • ສາທາລະນະສຸກ
  • ມະນຸດສະທໍາ
  • ແຮງງານ, ຄວາມພິການ ແລະ ສະຫວັດດີການສັງຄົມ
  • ແຮງງານ, ຄວາມພິການ & ສະຫວັດດີການສັງຄົມ
  • ການສ້າງຄວາມອາດສາມາດ
  • ສາທາລະນະສຸກ
  • ສ້າງຄວາມເຂັ້ມແຂງ
  • Rights to Health and Community Mobilization
  • ວັດທະນະທຳ-ສັງຄົມ
  • ການສ້າງຄວາມອາດສາມາດ ແລະ ສົ່ງເສີມອາຊີບ
  • ກະສິກຳ ແລະ ຫັດຖະກຳ
  • ການພັດທະນາຊຸມຊົນ
  • ເສດຖະກິດ, ຂໍ້ມູນຂ່າວສານ, ວັດທະນາທໍາ ແລະ ການທ່ອງທ່ຽວ
  • ການສຶກສາ
  • ການສຶກສາ & ກິລາ
  • ສິ່ງແວດລ້ອມ
  • ບົດບາດຍິງຊາຍ ແລະ ກົດໝາຍ
  • ທົ່ວໄປ
  • ການປົກຄອງທີ່ດີ
  • ແຮງງານ, ຄວາມພິການ ແລະ ສະຫວັດດີການສັງຄົມ
  • ແຮງງານ, ຄວາມພິການ & ສະຫວັດດີການສັງຄົມ
  • ການສ້າງຄວາມອາດສາມາດ
  • ສາທາລະນະສຸກ
  • ການພັດທະນາຊົນນະບົດ
  • ກະສິກໍາ, ປ່າໄມ້
  • ເສດຖະກິດ, ຂໍ້ມູນຂ່າວສານ, ວັດທະນາທໍາ ແລະ ການທ່ອງທ່ຽວ
  • ການສຶກສາ & ກິລາ
  • ສິ່ງແວດລ້ອມ
  • ທົ່ວໄປ
  • ການປົກຄອງທີ່ດີ
  • ແຮງງານ, ຄວາມພິການ & ສະຫວັດດີການສັງຄົມ
  • ສາທາລະນະສຸກ
Invitation to CSO FAIR 2024 You are invited to attend National Civil Society Organization (CSO) Fair 2024 (Free entry! ) Date: December 13-14, 2024 ( Frida…
  • ກະສິກໍາ, ປ່າໄມ້
  • ເສດຖະກິດ, ຂໍ້ມູນຂ່າວສານ, ວັດທະນາທໍາ ແລະ ການທ່ອງທ່ຽວ
  • ການສຶກສາ & ກິລາ
  • ສິ່ງແວດລ້ອມ
  • ທົ່ວໄປ
  • ການປົກຄອງທີ່ດີ
  • ແຮງງານ, ຄວາມພິການ & ສະຫວັດດີການສັງຄົມ
  • ສາທາລະນະສຸກ
The Lao Civil Society Organizations Coordination Committee (LCCC) launched its sixth National CSO Fair on December 13, 2024, at the Parkson Shopping Centre. The…
  • ກະສິກໍາ, ປ່າໄມ້
  • ເສດຖະກິດ, ຂໍ້ມູນຂ່າວສານ, ວັດທະນາທໍາ ແລະ ການທ່ອງທ່ຽວ
  • ການສຶກສາ & ກິລາ
  • ສິ່ງແວດລ້ອມ
  • ທົ່ວໄປ
  • ການປົກຄອງທີ່ດີ
  • ແຮງງານ, ຄວາມພິການ & ສະຫວັດດີການສັງຄົມ
  • ສາທາລະນະສຸກ
Dr. Chansy Phimphachanh, Chair of the Lao CSO Platform, along with the staff of the Lao CSO Secretariat, are honored to host the distinguished team from the Swi…
  • ກະສິກໍາ, ປ່າໄມ້
  • ເສດຖະກິດ, ຂໍ້ມູນຂ່າວສານ, ວັດທະນາທໍາ ແລະ ການທ່ອງທ່ຽວ
  • ການສຶກສາ & ກິລາ
  • ສິ່ງແວດລ້ອມ
  • ທົ່ວໄປ
  • ການປົກຄອງທີ່ດີ
  • ແຮງງານ, ຄວາມພິການ & ສະຫວັດດີການສັງຄົມ
  • ສາທາລະນະສຸກ
The Lesson Learning/Debriefing Workshop on ACSC/APF 2024 was held on the morning of November 26, 2024, at Meuang Tang Hotel in Vientiane. The meeting was offici…
  • ກະສິກໍາ, ປ່າໄມ້
  • ເສດຖະກິດ, ຂໍ້ມູນຂ່າວສານ, ວັດທະນາທໍາ ແລະ ການທ່ອງທ່ຽວ
  • ການສຶກສາ & ກິລາ
  • ສິ່ງແວດລ້ອມ
  • ທົ່ວໄປ
  • ການປົກຄອງທີ່ດີ
  • ແຮງງານ, ຄວາມພິການ & ສະຫວັດດີການສັງຄົມ
  • ສາທາລະນະສຸກ
ແຈ້ງການ ເຖິງ: ບັນດາສະມາຄົມ ແລະ ມູນນິທິ ໃນຂອບເຂດທົ່ວປະເທດ ທີ່ນັບຖື. ເລື່ອງ: ການສົ່ງບົດລາຍງານປະຈໍາປີ 2024 ແລະ ການຕໍ່ໃບທະບຽນສະມາຄົມປະຈໍາປີ 2025. …
  • ກະສິກໍາ, ປ່າໄມ້
  • ເສດຖະກິດ, ຂໍ້ມູນຂ່າວສານ, ວັດທະນາທໍາ ແລະ ການທ່ອງທ່ຽວ
  • ການສຶກສາ & ກິລາ
  • ສິ່ງແວດລ້ອມ
  • ທົ່ວໄປ
  • ການປົກຄອງທີ່ດີ
  • ແຮງງານ, ຄວາມພິການ & ສະຫວັດດີການສັງຄົມ
  • ສາທາລະນະສຸກ
On February 27, 2024, the Secretariat of the Lao Civil Society Organization Coordination Committee organized a meeting for exchange between civil society organi…
  • ກະສິກໍາ, ປ່າໄມ້
  • ເສດຖະກິດ, ຂໍ້ມູນຂ່າວສານ, ວັດທະນາທໍາ ແລະ ການທ່ອງທ່ຽວ
  • ການສຶກສາ & ກິລາ
  • ສິ່ງແວດລ້ອມ
  • ທົ່ວໄປ
  • ການປົກຄອງທີ່ດີ
  • ແຮງງານ, ຄວາມພິການ & ສະຫວັດດີການສັງຄົມ
  • ສາທາລະນະສຸກ
The Lao CSO platform is represented by the Lao CSO Coordinating Committee, which includes seven working groups focused on the following technical sectors: Healt…
  • ກະສິກໍາ, ປ່າໄມ້
  • ເສດຖະກິດ, ຂໍ້ມູນຂ່າວສານ, ວັດທະນາທໍາ ແລະ ການທ່ອງທ່ຽວ
  • ການສຶກສາ & ກິລາ
  • ສິ່ງແວດລ້ອມ
  • ທົ່ວໄປ
  • ການປົກຄອງທີ່ດີ
  • ແຮງງານ, ຄວາມພິການ & ສະຫວັດດີການສັງຄົມ
  • ສາທາລະນະສຸກ
Representatives of the Lao Civil Society Organization Coordination Committee (LCCC) participated in the One ASEAN One Response (OAOR) Roadshow held on June 10, …
  • ກະສິກໍາ, ປ່າໄມ້
  • ເສດຖະກິດ, ຂໍ້ມູນຂ່າວສານ, ວັດທະນາທໍາ ແລະ ການທ່ອງທ່ຽວ
  • ການສຶກສາ & ກິລາ
  • ສິ່ງແວດລ້ອມ
  • ທົ່ວໄປ
On July 10th, the Lao Civil Society Organization (Lao CSO), under the leadership of the Lao Civil Society Secretariats, held its annual meeting for the Sub-Sect…