Lao CSO Platform

ອົງການຈັດຕັ້ງສັງຄົມລາວ

Lao Civil Society Organizations Platform

ອົງການຈັດຕັ້ງສັງຄົມລາວ

Lao Civil Society Organizations Platform

ການສົ່ງບົດລາຍງານປະຈໍາປີ 2024 ແລະ ການຕໍ່ໃບທະບຽນສະມາຄົມປະຈໍາປີ 2025

ແຈ້ງການ

  • ເຖິງ: ບັນດາສະມາຄົມ ແລະ ມູນນິທິ ໃນຂອບເຂດທົ່ວປະເທດ ທີ່ນັບຖື.
  • ເລື່ອງ: ການສົ່ງບົດລາຍງານປະຈໍາປີ 2024 ແລະ ການຕໍ່ໃບທະບຽນສະມາຄົມປະຈໍາປີ 2025.
  • ອີງຕາມ ຂໍ້ຕົກລົງວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງຫ້ອງການກະຊວງພາຍໃນ ສະບັບເລກທີ 225/ພນ, ລົງວັນທີ 16 ພຶດສະພາ 2022;
  • ອີງຕາມ ດຳລັດວ່າດ້ວຍມູນນິທິ ສະບັບເລກທີ 149/ນຍ, ລົງວັນທີ 19 ພຶດສະພາ 2011;
  • ອີງຕາມ ດຳລັດວ່າດ້ວຍສະມາຄົມ ສະບັບເລກທີ 238/ລບ, ລົງວັນທີ 11 ສິງຫາ 2017.

ຫ້ອງການກະຊວງພາຍໃນ ຂໍຖືເປັນກຽດແຈ້ງມາຍັງທ່ານຊາບວ່າ: ໂດຍປະຕິບັດຕາມດຳລັດວ່າດ້ວຍມູນນິທິ ສະບັບ ເລກທີ 149/ນຍ, ລົງວັນທີ 19 ພຶດສະພາ 2011 ມາດຕາ 18 ຂໍ້ 1 ແລະ ດຳລັດວ່າດ້ວຍສະມາຄົມ ສະບັບເລກທີ 238/ ລບ, ລົງວັນທີ 11 ສິງຫາ 2017 ມາດຕາ 30 ຂໍ້ 1 ແລະ ມາດຕາ 44 ວັກສອງ, ມູນນິທິ ແລະ ສະມາຄົມ ມີພັນທະລາຍງານ ປະຈຳປີ ໃຫ້ອົງການອະນຸມັດສ້າງຕັ້ງ ແລະ ອົງການຈັດຕັ້ງລັດທີ່ກ່ຽວຂ້ອງ ກ່ຽວກັບສະພາບການຈັດຕັ້ງ, ການເຄື່ອນໄຫວ ວຽກງານ, ລາຍຮັບ-ລາຍຈ່າຍ ຂອງຕົນ, ພ້ອມນີ້, ໃນດຳລັດວ່າດ້ວຍສະມາຄົມ ມາດຕາ 21 ຍັງໄດ້ກຳນົດໃຫ້ສະມາຄົມຕໍ່ ທະບຽນທຸກໆປີ ການສົ່ງບົດລາຍງານປະຈໍາປີແມ່ນພັນທະຂອງສະມາຄົມ ແລະ ມູນນິທິ ເພື່ອສະແດງໃຫ້ເຫັນຜົນງານການ ປະກອບສ່ວນຂອງຕົນໃນຂະແໜງການຕ່າງໆໃນການພັດທະນາຊຸມຊົນ ແລະ ສັງຄົມ ເຊິ່ງເປັນຂໍ້ມູນທີ່ຈຳເປັນຕໍ່ພາກລັດໃນ ການສະຫຼຸບສັງລວມລາຍງານຂັ້ນເທິງກ່ຽວກັບຜົນງານ, ຂໍ້ສະເໜີ, ຂໍ້ຫຍຸ້ງຍາກຕ່າງໆ ຂອງສະມາຄົມ ແລະ ມູນນິທິ. ສະນັ້ນ, ຫ້ອງການກະຊວງພາຍໃນ ຈຶ່ງຂໍຖືເປັນກຽດແຈ້ງມາຍັງທ່ານ ດັ່ງນີ້:

1. ໃຫ້ມູນນິທິ, ສະມາຄົມ ສົ່ງບົດລາຍງານປະຈຳປີ 2024 ມາຍັງກະຊວງພາຍໃນ, ກະຊວງອົງການທີ່ອະນຸມັດສ້າງຕັ້ງ ຊ້າສຸດບໍ່ໃຫ້ກາຍວັນທີ 31 ທັນວາ 2024.

ໃຫ້ສະມາຄົມ ປະກອບເອກະສານເພື່ອຂໍຕໍ່ໃບທະບຽນປະຈໍາປີ 2025 ນໍາກະຊວງພາຍໃນ ລ່ວງໜ້າ 30 ວັນ ກ່ອນໃບທະບຽນຂອງສະມາຄົມ ຈະໝົດອາຍຸການນໍາໃຊ້ ເຊິ່ງການປະກອບເອກະສານ ໃຫ້ດໍາເນີນການ ດັ່ງນີ້:
ສະມາຄົມທີ່ເຄື່ອນໄຫວໃນລະດັບຂອບເຂດທົ່ວປະເທດ

 ສະມາຄົມເສດຖະກິດ ຍື່ນໜັງສືສະເໜີຂໍຄໍາເຫັນກ່ຽວກັບການຕໍ່ທະບຽນສະມາຄົມ ນໍາກະຊວງອຸດ ສາຫະກຳ ແລະ ການຄ້າ. ພາຍຫຼັງໄດ້ຄໍາເຫັນແລ້ວ, ໃຫ້ປະກອບເອກະສານຄົບຖ້ວນ ແລ້ວຢັນມາຍັງກະຊວງພາຍໃນ ດັ່ງນີ້:

  • (1) ໜັງສືສະເໜີຂໍຕໍ່ທະບຽນ (ຕາມແບບພິມຂອງກະຊວງພາຍໃນ);
  • (2) ໜັງສືຄໍາເຫັນຈາກກະຊວງອຸດສາຫະກຳ ແລະ ການຄ້າ;
  • (3) ບົດລາຍງານການເຄື່ອນໄຫວປະຈຳປີຂອງສະມາຄົມ (ຕາມແບບພົມຂອງກະຊວງພາຍໃນ);
  • (4) ສໍາເນົາໃບທະບຽນສະມາຄົມ;
  • (5) ສໍາເນົາຂໍ້ຕົກລົງ ວ່າດ້ວຍການຮັບຮອງເອົາກົດລະບຽບ, ຄະນະບໍລິຫານສະມາຄົມ ພ້ອມທັງຄັດຕິດ ສະບັບແທ້ມາຢັ້ງຢືນ (ກໍລະນີມີການປ່ຽນແປງ);
  • (6) ສໍາເນົາກົດລະບຽບຂອງສະມາຄົມສະບັບທີ່ໄດ້ຮັບຮອງແລ້ວ ພ້ອມທັງຄັດຕິດສະບັບແທ້ມາຢັ້ງຢືນ (ກໍລະນີມີການປ່ຽນແປງ).

 ສະມາຄົມວິຊາຊີບ, ເຕັກນິກວິຊາການ ແລະ ປະດິດຄິດແຕ່ງ ຫຼື ເຄື່ອນໄຫວໃນຂະແໜງການດຽວ ຍື່ນໜັງສືສະເໜີຂໍຄໍາເຫັນ ກ່ຽວກັບການຕໍ່ທະບຽນສະມາຄົມ ນໍາກະຊວງ, ອົງການລັດທຽບເທົ່າກະຊວງ ທີ່ອະນຸມັດສ້າງຕັ້ງ. ພາຍຫຼັງໄດ້ຄໍາເຫັນແລ້ວ, ໃຫ້ປະກອບເອກະສານຄົບຖ້ວນ ແລ້ວຍື່ນມາຍັງກະຊວງ ພາຍໃນ ດັ່ງນີ້.

  • (1) ໜັງສືສະເໜີ ຂໍຕໍ່ທະບຽນ (ຕາມແບບພິມຂອງກະຊວງພາຍໃນ); (2) ໜັງສືຄໍາເຫັນຈາກກະຊວງ, ອົງການລັດທຽບເທົ່າກະຊວງ ທີ່ອະນຸມັດສ້າງຕັ້ງ;
  • (3) ບົດລາຍງານການເຄື່ອນໄຫວປະຈຳປີ ຂອງສະມາຄົມ (ຕາມແບບພົມຂອງກະຊວງພາຍໃນ);
  • (4) ສຳເນົາໃບທະບຽນສະມາຄົມ;
  • (5) ສໍາເນົາຂໍ້ຕົກລົງ ວ່າດ້ວຍການຮັບຮອງເອົາກົດລະບຽບ, ຄະນະບໍລິຫານສະມາຄົມ ພ້ອມທັງຄັດຕິດ ສະບັບແທ້ມາຢັ້ງຢືນ (ກໍລະນີມີການປ່ຽນແປງ);
  • (6) ສໍາເນົາກົດລະບຽບຂອງສະມາຄົມ ສະບັບທີ່ໄດ້ຮັບຮອງແລ້ວ ພ້ອມທັງຄັດຕິດສະບັບແທ້ມາຢັ້ງຢືນ (ກໍລະນີມີການປ່ຽນແປງ).

 ສະມາຄົມສັງຄົມສົງເຄາະ ແລະ ພັດທະນາສັງຄົມ ຫຼື ສະມາຄົມທີ່ເຄື່ອນໄຫວກວມເອົາສອງຂະແໜງການຂື້ນໄປ ປະກອບເອກະສານ ເພື່ອສະເໜີຂໍຕໍ່ທະບຽນນໍາ ກະຊວງພາຍໃນ ດັ່ງນີ້:

  • (1) ໜັງສືສະເໜີ ຂໍຕໍ່ທະບຽນ (ຕາມແບບພິມຂອງກະຊວງພາຍໃນ);
  • (2) ບົດລາຍງານການເຄື່ອນໄຫວປະຈຳປີ ຂອງສະມາຄົມ (ຕາມແບບພິມຂອງກະຊວງພາຍໃນ);
  • (3) ສໍາເນົາໃບທະບຽນສະມາຄົມ;
  • (4) ສໍາເນົາຂໍ້ຕົກລົງ ວ່າດ້ວຍການຮັບຮອງເອົາກົດລະບຽບ, ຄະນະບໍລິຫານສະມາຄົມ ພ້ອມທັງຄັດຕິດ
  • ສະບັບແທ້ມາຢັ້ງຢືນ (ກໍລະນີມີການປ່ຽນແປງ)
  • (5) ສໍາເນົາກົດລະບຽບຂອງສະມາຄົມ ສະບັບທີ່ໄດ້ຮັບຮອງແລ້ວ ພ້ອມທັງຄັດຕິດສະບັບແທ້ມາຢັ້ງຢືນ (ກໍລະນີມີການປ່ຽນແປງ).

ສະມາຄົມ ທີ່ເຄື່ອນໄຫວໃນລະດັບຂອບເຂດພາຍໃນແຂວງ ຫຼື ນະຄອນຫຼວງ, ເມືອງ ຫຼື ເທດສະບານ, ນະຄອນ ຫຼື ບ້ານ

ສະມາຄົມເສດຖະກິດ ຢັນໜັງສືສະເໜີຂໍຄໍາເຫັນກ່ຽວກັບການຕໍ່ທະບຽນສະມາຄົມ ຈາກເຈົ້າແຂວງ, ເຈົ້າ ຄອງນະຄອນຫຼວງ ແລະ ກະຊວງອຸດສາຫະກຳ ແລະ ການຄ້າ ໂດຍຜ່ານພະແນກອຸດສາຫະກຳ ແລະ ການ ຄໍາແຂວງ, ນະຄອນຫຼວງ. ພາຍຫຼັງໄດ້ຮັບຄໍາເຫັນແລ້ວ, ໃຫ້ປະກອບເອກະສານຄົບຖ້ວນແລ້ວຢືນໄປຍັງ ກະຊວງພາຍໃນ ໂດຍຜ່ານພະແນກພາຍໃນແຂວງ ຫຼື ນະຄອນຫຼວງ ດັ່ງນີ້:

  • (1) ໜັງສືສະເໜີ ຂໍຕໍ່ທະບຽນ (ຕາມແບບພິມຂອງກະຊວງພາຍໃນ);
  • (2) ໜັງສືຄໍາເຫັນຂອງທ່ານເຈົ້າແຂວງ ຫຼື ເຈົ້າຄອງນະຄອນ ແລະ ຄໍາເຫັນຂອງກະຊວງອຸດສາຫະກຳ ແລະ ການຄ້າ;
  • (3) ບົດລາຍງານການເຄື່ອນໄຫວປະຈຳປີຂອງສະມາຄົມ (ຕາມແບບພິມຂອງກະຊວງພາຍໃນ);
  • (4) ສຳເນົາໃບທະບຽນສະມາຄົມ;
  • (5) ສໍາເນົາຂໍ້ຕົກລົງ ວ່າດ້ວຍການຮັບຮອງເອົາກົດລະບຽບ, ຄະນະບໍລິຫານສະມາຄົມ ພ້ອມທັງຄັດຕິດ ສະບັບແທ້ມາຢັ້ງຢືນ (ກໍລະນີມີການປ່ຽນແປງ);
  • (6) ສໍາເນົາກົດລະບຽບຂອງສະມາຄົມ ສະບັບທີ່ໄດ້ຮັບຮອງແລ້ວ ພ້ອມທັງຄັດຕິດສະບັບແທ້ມາຢັ້ງຢືນ (ກໍລະນີມີການປ່ຽນແປງ).

ສະມາຄົມວິຊາຊີບ, ເຕັກນິກວິຊາການ ແລະ ປະດິດຄິດແຕ່ງ ຫຼື ເຄື່ອນໄຫວໃນຂະແໜງ ການດຽວ ຍື່ນໜັງ ສືສະເໜີຂໍຄໍາເຫັນກ່ຽວກັບການຕໍ່ທະບຽນສະມາຄົມ ຈາກເຈົ້າແຂວງ, ເຈົ້າຄອງນະຄອນຫຼວງ ແລະ ກະຊວງ, ອົງການລັດທຽບເທົ່າກະຊວງ ທີ່ອະນຸມັດສ້າງຕັ້ງ ໂດຍຜ່ານພະແນກການ ຫຼື ອົງການລັດທຽບເທົ່າພະແນກ ຂັ້ນແຂວງທີ່ກ່ຽວຂ້ອງ. ພາຍຫຼັງໄດ້ຮັບຄໍາເຫັນໃຫ້ປະກອບເອກະສານຄົບຖ້ວນແລ້ວຢັນໄປຍັງກະຊວງພາຍ ໃນ ໂດຍຜ່ານພະແນກພາຍໃນແຂວງ ຫຼື ນະຄອນຫຼວງ ດັ່ງນີ້:

  • (1) ໜັງສືສະເໜີ ຂໍຕໍ່ທະບຽນ (ຕາມແບບພົມຂອງກະຊວງພາຍໃນ);
  • (2) ໜັງສືຄໍາເຫັນຂອງທ່ານເຈົ້າແຂວງ ຫຼື ເຈົ້າຄອງນະຄອນ ແລະ ຄໍາເຫັນຂອງກະຊວງ, ອົງການລັດທຽບ
  • ເທົ່າກະຊວງ ທີ່ອະນຸມັດສ້າງຕັ້ງ;
  • (3) ບົດລາຍງານການເຄື່ອນໄຫວປະຈຳປີ ຂອງສະມາຄົມ (ຕາມແບບພິມຂອງກະຊວງພາຍໃນ);
  • (4) ສໍາເນົາໃບທະບຽນສະມາຄົມ;
  • (5) ສໍາເນົາຂໍ້ຕົກລົງ ວ່າດ້ວຍການຮັບຮອງເອົາກົດລະບຽບ, ຄະນະບໍລິຫານສະມາຄົມ ພ້ອມທັງຄັດຕິດ
  • ສະບັບແທ້ມາຢັ້ງຢືນ (ກໍລະນີມີການປ່ຽນແປງ);
  • (6) ສໍາເນົາກົດລະບຽບຂອງສະມາຄົມ ສະບັບທີ່ໄດ້ຮັບຮອງແລ້ວ ພ້ອມທັງຄັດຕິດສະບັບແທ້ມາຢັ້ງຢືນ (ກໍລະນີມີການປ່ຽນແປງ).

ສະມາຄົມສັງຄົມສົງເຄາະ ແລະ ພັດທະນາສັງຄົມ ຫຼື ສະມາຄົມທີ່ເຄື່ອນໄຫວກວມເອົາສອງຂະແໜງການ ຂຶ້ນໄປ ປະກອບເອກະສານເພື່ອຂໍຕໍ່ທະບຽນສະມາຄົມ ຈາກເຈົ້າແຂວງ, ເຈົ້າຄອງນະຄອນຫຼວງ ໂດຍຜ່ານພະ ແນກພາຍໃນແຂວງ, ນະຄອນຫຼວງ, ພາຍຫຼັງໄດ້ຮັບຄໍາເຫັນໃຫ້ປະກອບເອກະສານຄົບຖ້ວນ ແລ້ວຢັນໄປ ຍັງກະຊວງພາຍໃນ ດັ່ງນີ້:

  • (1) ໜັງສືສະເໜີ ຂໍຕໍ່ທະບຽນ (ຕາມແບບພົມຂອງກະຊວງພາຍໃນ);
  • (2) ໜັງສືຄໍາເຫັນຂອງທ່ານເຈົ້າແຂວງ ຫຼື ເຈົ້າຄອງນະຄອນຫຼວງ;
  • (3) ສໍາເນົາໃບທະບຽນສະມາຄົມ;
  • (4) ບົດລາຍງານການເຄື່ອນໄຫວປະຈຳປີ ຂອງສະມາຄົມ (ຕາມແບບພິມຂອງກະຊວງພາຍໃນ);
  • (5) ສໍາເນົາຂໍ້ຕົກລົງ ວ່າດ້ວຍການຮັບຮອງເອົາກົດລະບຽບ, ຄະນະບໍລິຫານສະມາຄົມ ພ້ອມທັງຄັດຕິດ ສະບັບແທ້ມາຢັ້ງຢືນ (ກໍລະນີມີການປ່ຽນແປງ);
  • (6) ສໍາເນົາກົດລະບຽບຂອງສະມາຄົມ ສະບັບທີ່ໄດ້ຮັບຮອງແລ້ວ ພ້ອມທັງຄັດຕິດສະບັບແທ້ມາຢັ້ງຢືນ (ກໍລະນີມີການປ່ຽນແປງ).

3. ອາຍຸຂອງໃບທະບຽນສະມາຄົມ ມີກຳນົດ 01 ປີ ຕາມປີປະຕິທິນ, ສໍາລັບສະມາຄົມທີ່ອະນຸມັດສ້າງຕັ້ງໃໝ່ ແຕ່ເດືອນ ມັງກອນ ຫາ ເດືອນມິຖຸນາ ອາຍຸຂອງໃບທະບຽນສະມາຄົມ ຈະໝົດກຳນົດທ້າຍເດືອນທັນວາ ຂອງປີ 2024. ສໍາລັບ ສະມາຄົມ ທີ່ອະນຸມັດສ້າງຕັ້ງແຕ່ເດືອນ ກໍລະກົດ ຫາ ເດືອນທັນວາ ຂອງປີ ໃບທະບຽນສະມາຄົມຈະໝົດ ກຳນົດໃນ ທ້າຍເດືອນທັນວາ ຂອງປີ 2025.

4. ສະມາຄົມ ທີ່ບໍ່ສະເໜີຂໍຕໍ່ທະບຽນປະຈໍາປີ 02 ປີ ຕິດຕໍ່ກັນແມ່ນຈະຖືກຍຸບເລີກຕາມທີ່ກຳນົດໃນ ມາດຕາ 48 ຂອງດໍາລັດວ່າດ້ວຍສະມາຄົມ. ດັ່ງນັ້ນ, ຈຶ່ງໄດ້ແຈ້ງມາຍັງທ່ານ ເພື່ອຊາບ ແລະ ຈັດຕັ້ງປະຕິບັດຕາມເນື້ອໃນແຈ້ງການຢ່າງເຂັ້ມງວດ.

Related News

  • ກະສິກໍາ, ປ່າໄມ້ & ການພັດທະນາຊົນນະບົດ
  • ເສດຖະກິດ, ຂໍ້ມູນຂ່າວສານ, ວັດທະນາທໍາ ແລະ ການທ່ອງທ່ຽວ
  • ການສຶກສາ & ກິລາ
  • ສິ່ງແວດລ້ອມ
  • ທົ່ວໄປ
  • ການປົກຄອງທີ່ດີ
  • ແຮງງານ, ຄວາມພິການ & ສະຫວັດດີການສັງຄົມ
  • ສາທາລະນະສຸກ
03 ເດືອນກຸມພາ 2025
On February 3, 2025, the Lao Civil Society Organizations Coordination Committee (LCCC) and the Department of Public Administration Development, Ministry of Home Affairs, …
  • ກະສິກໍາ, ປ່າໄມ້ & ການພັດທະນາຊົນນະບົດ
  • ເສດຖະກິດ, ຂໍ້ມູນຂ່າວສານ, ວັດທະນາທໍາ ແລະ ການທ່ອງທ່ຽວ
  • ການສຶກສາ & ກິລາ
  • ສິ່ງແວດລ້ອມ
  • ທົ່ວໄປ
  • ການປົກຄອງທີ່ດີ
  • ແຮງງານ, ຄວາມພິການ & ສະຫວັດດີການສັງຄົມ
  • ສາທາລະນະສຸກ
  • ກະສິກໍາ, ປ່າໄມ້ & ການພັດທະນາຊົນນະບົດ
  • ເສດຖະກິດ, ຂໍ້ມູນຂ່າວສານ, ວັດທະນາທໍາ ແລະ ການທ່ອງທ່ຽວ
  • ການສຶກສາ & ກິລາ
  • ສິ່ງແວດລ້ອມ
  • ທົ່ວໄປ
  • ການປົກຄອງທີ່ດີ
  • ແຮງງານ, ຄວາມພິການ & ສະຫວັດດີການສັງຄົມ
  • ສາທາລະນະສຸກ
  • ກະສິກໍາ, ປ່າໄມ້ & ການພັດທະນາຊົນນະບົດ
  • ເສດຖະກິດ, ຂໍ້ມູນຂ່າວສານ, ວັດທະນາທໍາ ແລະ ການທ່ອງທ່ຽວ
  • ການສຶກສາ & ກິລາ
  • ສິ່ງແວດລ້ອມ
  • ທົ່ວໄປ
  • ການປົກຄອງທີ່ດີ
  • ແຮງງານ, ຄວາມພິການ & ສະຫວັດດີການສັງຄົມ
  • ສາທາລະນະສຸກ
  • ກະສິກໍາ, ປ່າໄມ້ & ການພັດທະນາຊົນນະບົດ
  • ເສດຖະກິດ, ຂໍ້ມູນຂ່າວສານ, ວັດທະນາທໍາ ແລະ ການທ່ອງທ່ຽວ
  • ການສຶກສາ & ກິລາ
  • ສິ່ງແວດລ້ອມ
  • ທົ່ວໄປ
  • ການປົກຄອງທີ່ດີ
  • ແຮງງານ, ຄວາມພິການ & ສະຫວັດດີການສັງຄົມ
  • ສາທາລະນະສຸກ
  • ກະສິກໍາ, ປ່າໄມ້ & ການພັດທະນາຊົນນະບົດ
  • ເສດຖະກິດ, ຂໍ້ມູນຂ່າວສານ, ວັດທະນາທໍາ ແລະ ການທ່ອງທ່ຽວ
  • ການສຶກສາ & ກິລາ
  • ສິ່ງແວດລ້ອມ
  • ທົ່ວໄປ
  • ການປົກຄອງທີ່ດີ
  • ແຮງງານ, ຄວາມພິການ & ສະຫວັດດີການສັງຄົມ
  • ສາທາລະນະສຸກ
On October 17th and 18th, 2023, the planning committee for the 2023 Lao CSO Fairs, chaired by LCCC's Dr. Chansy Phimphachan, traveled to Luang Prabang to finali…
ແຈ້ງການ  ເຖິງ: ບັນນດາສະມາຄົມ, ມູນນິທິ ທີ່ເຄື່ອນໄຫວປະກອບສ່ວນໃນການສະໜັບສະໜູນ,  ຊ່ວຍເຫຼືອ ແລະ ພັດທະນາວຽກງານດ້ານສະຫວັດດີການສັງຄົມ  ເລື່ອງ: ການຄັດເລືອກບັນດາສະມາຄົມ, ມູນນິທິ ທີ່ມີຜົນງານໃນການສະໜັບສະໜູນ ຊ່ວຍເຫຼືອ ແລະ ພັດທະນາ ດ້ານສະຫວັດດີການສັງຄົມ ເພື່ອຮັບລາງວັນອາຊຽນ  ຄັ້ງທີ 03 ທີ່ ປະເທດ ສສ ຫວຽດນາມ.
  • ກະສິກໍາ, ປ່າໄມ້ & ການພັດທະນາຊົນນະບົດ
  • ເສດຖະກິດ, ຂໍ້ມູນຂ່າວສານ, ວັດທະນາທໍາ ແລະ ການທ່ອງທ່ຽວ
  • ການສຶກສາ & ກິລາ
  • ສິ່ງແວດລ້ອມ
  • ທົ່ວໄປ
  • ການປົກຄອງທີ່ດີ
  • ແຮງງານ, ຄວາມພິການ & ສະຫວັດດີການສັງຄົມ
  • ສາທາລະນະສຸກ
ແຈ້ງການ ເຖິງ: ບັນນດາສະມາຄົມ, ມູນນິທິ ທີ່ເຄື່ອນໄຫວປະກອບສ່ວນໃນການສະໜັບສະໜູນ,ຊ່ວຍເຫຼືອ ແລະ ພັດທະນາວຽກງານດ້ານສະຫວັດດີການສັງຄົມ ທີ່ນັບຖື. ເລື່ອງ: ການຄັດເລືອກບັນດາສ…
  • ກະສິກໍາ, ປ່າໄມ້ & ການພັດທະນາຊົນນະບົດ
  • ເສດຖະກິດ, ຂໍ້ມູນຂ່າວສານ, ວັດທະນາທໍາ ແລະ ການທ່ອງທ່ຽວ
  • ການສຶກສາ & ກິລາ
  • ສິ່ງແວດລ້ອມ
  • ທົ່ວໄປ
  • ການປົກຄອງທີ່ດີ
  • ແຮງງານ, ຄວາມພິການ & ສະຫວັດດີການສັງຄົມ
  • ສາທາລະນະສຸກ
The Lao CSO Coordination Committee (LCCC), in collaboration with the committee overseeing the ASEAN Peoples' Forum (APF) and representatives from Lao CSOs parti…
Lao CSOs exchange lessons on advocacy and organisational growth
  • ກະສິກໍາ, ປ່າໄມ້ & ການພັດທະນາຊົນນະບົດ
  • ເສດຖະກິດ, ຂໍ້ມູນຂ່າວສານ, ວັດທະນາທໍາ ແລະ ການທ່ອງທ່ຽວ
  • ການສຶກສາ & ກິລາ
  • ສິ່ງແວດລ້ອມ
  • ທົ່ວໄປ
  • ການປົກຄອງທີ່ດີ
  • ແຮງງານ, ຄວາມພິການ & ສະຫວັດດີການສັງຄົມ
  • ສາທາລະນະສຸກ
On June 20-22, 2023, the CiSAC project organized the "Lao CSOs Learning Exchange Workshop on Capacity Building for Sustainability" in Luang Prabang Province. …
  • ກະສິກໍາ, ປ່າໄມ້ & ການພັດທະນາຊົນນະບົດ
  • ການສຶກສາ & ກິລາ
  • ທົ່ວໄປ
  • ແຮງງານ, ຄວາມພິການ & ສະຫວັດດີການສັງຄົມ
  • ສາທາລະນະສຸກ
On August 17, 2023, Dr. Chansy Phimphachan, the Head of the Lao CSO Coordination Committee (LCCC), along with the secretariat of the Lao CSO Coordination Commit…