ກອງປະຊຸມໃຫຍ່ປະຈໍາປີ 2025 ຂອງຄະນະກໍາມະການປະສານງານອົງການຈັດຕັ້ງສັງຄົມ
ວັນທີ 22 ພະຈິກ 2025ທີ່ຜ່ານມາ ກອງປະຊຸມໃຫຍ່ປະຈໍາປີ 2025 ແລະ ການເລືອກຕັ້ງຄະນະກໍາມະການປະສານງານອົງການຈັດຕັ້ງສັງຄົມຊຸດໃໝ່ສໍາລັບຊຸມປີ 2026-2030 ໄດ້ຖືກຈັດຂຶ້ນ ທີ່ໂຮງແຮມລາວພຣາຊາ ໂດຍໄດ້ຮັບກຽດເຂົ້າຮ່ວມຂອງຕົວແທນອົງການຈັດຕັ້ງສັງຄົມທົ່ວປະເທດ, ຄູ່ຮ່ວມພັດທະນາທັງພາກລັດ ແລະ ສາກົນ.
ທ່ານ ດຣ. ນາງ ຈັນສີ ພີມພະຈັນ ປະທານຄະນະກໍາມະການປະສານງານອົງການຈັດຕັ້ງສັງຄົມ ໄດ້ກ່າວເປີດກອງປະຊຸມ ໂດຍກ່າວຈຸດປະສົງສໍາຄັນ 3 ປະການ ຄື: ການລາຍງານຜົນສໍາເລັດໃນການຈັດຕັ້ງປະຕິບັດແຜນງານ 5 ປີ, ການຮັບຟັງຂໍ້ແນະນໍາຈາກຄູ່ຮ່ວມພັດທະນາເພື່ອປັບປຸງແຜນງານຕໍ່ໜ້າ ແລະ ການຄັດເລືອກຄະນະກໍາມະການປະສານງານຊຸດໃໝ່.
ທ່ານ ວຽງອາຄອນ ສຸລິໂຍ ຮອງຄະນະກໍາມະການປະສານງານ
ໄດ້ນໍາສະເໜີລາຍງານຜົນສໍາເລັດໃນໄລຍະ 4 ປີຜ່ານມາຢ່າງລະອຽດ ກວມເອົາ 4 ດ້ານສໍາຄັນ ປະກອບດ້ວຍ: ຜົນສໍາເລັດໃນການປະກອບສ່ວນຂອງອົງການຈັດຕັ້ງສັງຄົມຕໍ່ການພັດທະນາປະເທດຊາດ, ຜົນການຈັດຕັ້ງປະຕິບັດກິດຈະກໍາຕ່າງໆ, ການບໍລິຫານຈັດການງົບປະມານການເງິນຢ່າງໂປ່ງໃສ ແລະ ແຜນງານຍຸດທະສາດໃນຕໍ່ໜ້າ. ການລາຍງານໄດ້ສະແດງໃຫ້ເຫັນເຖິງຄວາມກ້າວໜ້າທີ່ຊັດເຈນໃນການເສີມສ້າງຄວາມເຂັ້ມແຂງຂອງອົງການຈັດຕັ້ງສັງຄົມລາວໃນຊ່ວງເວລາທີ່ຜ່ານມາ.
ທ່ານ ອໍາພອນ ສຸວັນນະລາດ ຮອງຄະນະກໍາມະການປະສານງານ ໄດ້ລາຍງານກ່ຽວກັບການເຂົ້າຮ່ວມກອງປະຊຸມພາກປະຊາຊົນອາຊຽນທີ່ປະເທດມາເລເຊຍໃນປີ 2025. ການລາຍງານດັ່ງກ່າວໄດ້ເນັ້ນໃຫ້ເຫັນເຖິງບົດບາດທີ່ເພີ່ມທະວີຂອງອົງການຈັດຕັ້ງສັງຄົມລາວໃນການປະກອບສ່ວນເຂົ້າໃນຂະບວນການບູລະນາການພາກພື້ນອາຊຽນ ແລະ ການສ້າງຕັ້ງເຄືອຂ່າຍຄວາມຮ່ວມມືກັບພາກປະຊາຊົນໃນພາກພື້ນ.
ກອງປະຊຸມໄດ້ສ້າງເວທີໃຫ້ມີການສົນທະນາຢ່າງເລິກເຊິ່ງກ່ຽວກັບຄວາມຄາດຫວັງຕໍ່ການບໍລິຫານຈັດການຂອງຄະນະກໍາມະການປະສານງານອົງການຈັດຕັ້ງສັງຄົມໃນອະນາຄົດ. ຕົວແທນຈາກກົມພັດທະນາການບໍລິຫານລັດ, ຄະນະຈັດຕັ້ງສູນກາງພັກ ໄດ້ໃຫ້ຄໍາເຫັນທີ່ສ້າງສັນ ແລະ ຂໍ້ແນະນໍາອັນມີຄຸນຄ່າຕໍ່ກັບທິດທາງການພັດທະນາບົດບາດຂອງອົງການຈັດຕັ້ງສັງຄົມໃນການປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດນະໂຍບາຍຂອງພັກ ແລະ ລັດຖະບານ.
ການສົນທະນາຖາມ-ຕອບໄດ້ດໍາເນີນຢ່າງກວ້າງຂວາງ ໂດຍສະມາຊິກອົງການຈັດຕັ້ງສັງຄົມ ແລະ ຄູ່ຮ່ວມພັດທະນາສາກົນໄດ້ແລກປ່ຽນຄວາມຄິດເຫັນກ່ຽວກັບການປັບປຸງກົນໄກການປະສານງານ, ການເພີ່ມທະວີຄວາມໂປ່ງໃສໃນການດໍາເນີນງານ ແລະ ການສ້າງເສີມຄວາມສາມາດຂອງອົງການຈັດຕັ້ງສັງຄົມໃຫ້ມີປະສິດທິຜົນຫຼາຍຂຶ້ນ.
ໃນຊ່ວງບ່າຍ,ກອງປະຊຸມໄດ້ດໍາເນີນຂະບວນການເລືອກຕັ້ງຄະນະກໍາມະການປະສານງານອົງການຈັດຕັ້ງສັງຄົມ ຄັ້ງທີ III ສໍາລັບຊຸມປີ 2026-2030 ຢ່າງເປັນລະບຽບ ແລະ ໂປ່ງໃສ. ຄະນະຊຸດເກົ່າໄດ້ອອກມາອໍາລາໜ້າທີ່ຕໍ່ໜ້າທີ່ປະຊຸມໂດຍຜູ້ເຂົ້າຮ່ວມກອງປະຊຸມໄດ້ສະແດງຄວາມຂອບໃຈຕໍ່ການປະກອບສ່ວນຂອງຄະນະຊຸດເກົ່າຕະຫຼອດຊຸມປີທີ່ຜ່ານມາ.
ຄະນະເລືອກຕັ້ງໄດ້ອ່ານລາຍຊື່ຜູ້ສະໝັກທັງໝົດ ແລະ ຊີ້ແຈງລະບຽບການເລືອກຕັ້ງຢ່າງລະອຽດກ່ອນທີ່ຈະແຈກຢາຍບັດລົງຄະແນນໃຫ້ກັບສະມາຊິກທຸກທ່ານ. ຜູ້ສະໝັກທຸກຄົນໄດ້ອອກມາແນະນໍາຕົວເອງຕໍ່ທີ່ປະຊຸມ ແລະ ກ່າວທັກທາຍລາຍງານວິໄສທັດໃນການເຮັດວຽກ. ການນັບຄະແນນໄດ້ດໍາເນີນຢ່າງໂປ່ງໃສພາຍໃຕ້ການກວດກາຂອງຄະນະເລືອກຕັ້ງ ແລະ ຕົວແທນຂອງຜູ້ເຂົ້າຮ່ວມ.
ຫຼັງຈາກການປະກາດຜົນການເລືອກຕັ້ງ, ຄະນະກໍາມະການປະສານງານຊຸດໃໝ່ຈໍານວນ 11 ທ່ານໄດ້ຂຶ້ນຮັບຄໍາໂອວາດຈາກປະທານກອງປະຊຸມ ແລະ ປະຕິຍານຕົນຢ່າງສະເໝີໃຈຕໍ່ໜ້າທີ່ປະຊຸມວ່າຈະປະຕິບັດໜ້າທີ່ດ້ວຍຄວາມຮັບຜິດຊອບສູງ, ໂປ່ງໃສ ແລະ ປະຊາທິປະໄຕ ເພື່ອຜົນປະໂຫຍດສ່ວນລວມຂອງອົງການຈັດຕັ້ງສັງຄົມລາວ. ຄະນະຊຸດໃໝ່ໄດ້ດໍາເນີນການປະຊຸມຍ່ອຍທັນທີເພື່ອຄັດເລືອກຄະນະປະທານພາຍໃນອອກມາບໍລິຫານວຽກງານຂອງຄະນະກໍາມະການຕາມໜ້າທີ່.
ກອງປະຊຸມໄດ້ສະແດງເຖິງຄວາມມຸ່ງໝັ້ນສູງໃນການສືບຕໍ່ເສີມສ້າງຄວາມເຂັ້ມແຂງຂອງອົງການຈັດຕັ້ງສັງຄົມລາວໃຫ້ມີປະສິດທິພາບຫຼາຍຂຶ້ນ. ຄະນະກໍາມະການຊຸດໃໝ່ໄດ້ຮັບໝາຍໃຫ້ສືບຕໍ່ພັດທະນາບົດບາດການປະກອບສ່ວນຂອງອົງການຈັດຕັ້ງສັງຄົມເຂົ້າໃນການພັດທະນາເສດຖະກິດ-ສັງຄົມ, ເພີ່ມທະວີການປະສານງານກັບພາກລັດ, ຂະຫຍາຍການຮ່ວມມືກັບອົງການສາກົນ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ເຄືອຂ່າຍ.