ວັນທີ 17 ທັນວາ 2025 – ຄະນະກຳມະການປະສານງານອົງການຈັດຕັ້ງສັງຄົມລາວ (LCCC) ໄດ້ຈັດກອງປະຊຸມປະຈຳປີ 2025 ສຳລັບກຸ່ມວິຊາການດ້ານກະສິກຳ ແລະ ສິ່ງແວດລ້ອມ ຢ່າງເປັນທາງການ ໂດຍມີຜູ້ເຂົ້າຮ່ວມກວ່າ 60 ທ່ານ ຈາກພາກສ່ວນອົງການຈັດຕັ້ງສັງຄົມ, ພາກລັດ, ຄູ່ຮ່ວມພັດທະນາ ແລະ ພາກທຸລະກິດ.
ກອງປະຊຸມໃນຄັ້ງນີ້ ໄດ້ຮັບກຽດກ່າວເປີດໂດຍ ທ່ານ ທອງດຳ ພົງພິຈິດ ຜູ້ຕາງໜ້າຄະນະກຳມະການປະສານງານອົງການຈັດຕັ້ງສັງຄົມລາວ (LCCC). ຈຸດປະສົງຫຼັກຂອງກອງປະຊຸມແມ່ນເພື່ອເພີ່ມທະວີການຮ່ວມມື ແລະ ການຮຽນຮູ້ລະຫວ່າງພາກສ່ວນຕ່າງໆ, ປັບປຸງບູລິມະສິດນະໂຍບາຍໃຫ້ກົມກຽວກັນ, ພ້ອມທັງຄົ້ນຄວ້າໂອກາດໃນການລະດົມທຶນ ເພື່ອສະໜັບສະໜູນຂໍ້ລິເລີ່ມທີ່ກ່ຽວຂ້ອງກັບສິ່ງແວດລ້ອມ ແລະ ການປ່ຽນແປງດິນຟ້າອາກາດ.
ເນື້ອໃນສຳຄັນຂອງກອງປະຊຸມ ໄດ້ມີການລາຍງານຜົນການເຄື່ອນໄຫວໃນໄລຍະ 4 ປີຜ່ານມາ ຂອງກຸ່ມຂະແໜງການກະສິກຳ, ປ່າໄມ້, ພັດທະນາຊົນນະບົດ ແລະ ກຸ່ມສິ່ງແວດລ້ອມ. ຈຸດພົ້ນເດັ່ນຂອງວາລະແມ່ນ "Session 2" ເຊິ່ງເປັນການປຶກສາຫາລືເລື່ອງການພັດທະນາ ແລະ ຮ່າງບົດບາດໜ້າທີ່ (TOR) ໃໝ່ ໂດຍມີການສະເໜີໃຫ້ລວມໂຄງຮ່າງຂອງກຸ່ມກະສິກຳ ແລະ ສິ່ງແວດລ້ອມເຂົ້າກັນ ເພື່ອປະສິດທິພາບໃນການເຮັດວຽກ.
ໃນພາກບ່າຍ, ຜູ້ເຂົ້າຮ່ວມໄດ້ແບ່ງກຸ່ມຄົ້ນຄວ້າໃນຫົວຂໍ້ "ສິ່ງທ້າທາຍ ແລະ ໂອກາດ" (Challenges & Opportunities Analysis), ໂດຍໄດ້ວິເຄາະເຖິງສິ່ງທ້າທາຍທີ່ຜ່ານມາ, ໂອກາດໃນຕໍ່ໜ້າ ແລະ ຂໍ້ດີຂອງການຈັດຕັ້ງກຸ່ມແບບໃໝ່. ນອກຈາກນີ້ ຍັງໄດ້ປຶກສາຫາລືກ່ຽວກັບກົນໄກການປະສານງານ (Coordination mechanism) ເພື່ອຊອກຫາວິທີການເຮັດວຽກຮ່ວມກັນໃຫ້ດີຂຶ້ນໃນອະນາຄົດ ແລະ ວາງແຜນກິດຈະກຳສຳລັບປີຕໍ່ໄປ.
ກອງປະຊຸມໄດ້ດຳເນີນໄປດ້ວຍບັນຍາກາດທີ່ສ້າງສັນ, ໂດຍ ກອງປະຊຸມຄັ້ງນີ້ ໄດ້ຮັບການສະໜັບສະໜູນທາງດ້ານງົບປະມານຈາກ ທີມງານເອີຣົບ (Team Europe) ຊຶ່ງປະກອບມີ: ປະເທດເຢຍລະມັນ, ສະວິດເຊີແລນ ແລະ ສະຫະພາບເອີຣົບ ຜ່ານແຜນງານການມີສ່ວນຮ່ວມຂອງປະຊາຊົນ ຕໍ່ວຽກງານການປົກຄອງທີ່ດີ ແລະ ການສ້າງລັດທີ່ປົກຄອງດ້ວຍກົດໝາຍ (CEGGA II Programme).
ຜົນຂອງກອງປະຊຸມຄັ້ງນີ້ ຈະເປັນພື້ນຖານສຳຄັນໃນການຂັບເຄື່ອນວຽກງານກະສິກຳ ແລະ ສິ່ງແວດລ້ອມຂອງອົງການຈັດຕັ້ງສັງຄົມລາວ ໃຫ້ມີຄວາມເຂັ້ມແຂງ ແລະ ຍືນຍົງຍິ່ງຂຶ້ນ.
Swiss Cooperation Mekong
Germanyinlaos
European Union in Laos
GIZ Laos