Lao CSO Platform

ອົງການຈັດຕັ້ງສັງຄົມລາວ

Lao Civil Society Organizations Platform

ອົງການຈັດຕັ້ງສັງຄົມລາວ

Lao Civil Society Organizations Platform

ວິໄສທັດ, ພາລະກິດ, ເປົ້າໝາຍ ແລະ ຄຸນຄ່າ

ວິໄສທັດ

ອົງການຈັດຕັ້ງສັງຄົມ ມີຄວາມສາມັກຄິີ ແລະ ເປັນຄູ່ຮ່ວມງານທີ່ດີກັບທຸກພາກສ່ວນທີ່ກ່ຽວຂ້ອງທັງພາຍໃນ ແລະ ສາກົນ ໃນການປະກອບສ່ວນຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ.

ພາລະກິດ

  • ເຕົ້າໂຮມຄວາມສາມັກຄີ ຂອງອົງການຈັດຕັ້ງສັງຄົມລາວທົ່ວປະເທດ;
  • ປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດແຕ່ລະໄລຍະ, ເປົ້າໝາຍການພັດທະນາແບບຍືນຍົງ ແລະ ຖະແຫຼງການສາກົນທີ່ລັດໄດ້ໃຫ້ສັດຕະຍາບັນ;
  • ປະສານງານ, ແລກປ່ຽນບົດຮຽນ-ປະສົບການ ແລະ ນະວັດຕະກໍາໃໝ່,ຂໍ້ມູນຂ່າວສານ, ລາຍງານ ແລະ ເຜີຍແຜ່ຜົນສຳເລັດໃນການປະກອບສ່ວນຂອງອົງການຈັດຕັ້ງສັງຄົມ.

ເປົ້າໝາຍ

  • ເປັນສູນກາງຂໍ້ມູນຂ່າວສານຂອງອົງການຈັດຕັ້ງທາງສັງຄົມລາວ;
  • ສ້າງກົນໄກການປະສານງານ ແລະ ແລກປ່ຽນຂໍ້ມູນຂ່າວສານ ທີ່ມີປະສິດທິພາບ ແລະ ມີປະສິດທິຜົນ;
  • ສົ່ງເສີມ ແລະ ເຜີຍແຜ່ຜົນສໍາເລັດ ຂອງການປະກອບສ່ວນວຽກງານພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດຂອງອົງການຈັດຕັ້ງສັງຄົມ.

ຄຸນຄ່າ

  • ສາມັກຄີ - ອົງການຈັດຕັ້ງສັງຄົມລາວ ເຮັດວຽກປະສານສົມທົບກັນດ້ວຍຄວາມສາມັກຄີຊ່ວຍເຫຼືອເຊິ່ງກັນ ແລະ ກັນ.
  • ມີສ່ວນຮ່ວມ - ທຸກພາກສ່ວນມີສ່ວນຮ່ວມຢ່າງຕັ້ງໜ້າ ແລະ ພ້ອມກັນກ້າວໄປ.
  • ສະເໝີພາບ - ມີຄວາມເທົ່າທຽມ, ນັບຖື, ໃຫ້ກຽດ ແລະ ຮັບຟັງເຊິ່ງກັນ ແລະ ກັນ;
  • ໂປ່ງໃສ - ເຮັດວຽກທີ່ມີຄວາມສັດຊື່, ມີການຮ່ວມມື ແລະ ການປະສານງານທີ່ດີ.
  • ຫົວຄິດປະດິດສ້າງ - ເຮັດວຽກທີ່ເນັ້ນຄວາມກ້າວໜ້າທາງດ້ານນະວັດຕະກໍາໃໝ່ ໂດຍແທດເໝາະກັບແຜນວຽກພັດທະນາເສດຖະກິດຂອງແຕ່ລະທ້ອງຖີ່ນຢ່າງມີປະສິດທິພາບ ແລະ ປະສິດທິຜົນ.