Lao CSO Platform

ອົງການຈັດຕັ້ງສັງຄົມລາວ

Lao Civil Society Organizations Platform

ອົງການຈັດຕັ້ງສັງຄົມລາວ

Lao Civil Society Organizations Platform

ພວກເຮົາເຮັດຫຍັງ

ຄະນະກໍາມະການອົງການຈັດຕັ້ງສັງຄົມລາວ ມີບົດບາດຕໍ່ອົງການຈັດຕັ້ງສັງຄົມລາວທົ່ວປະເທດ ໂດຍອີງຕາມໜັງສືຂໍ້ຕົກລົງຮັບຮອງເອົາການເລືອກຄະນະກໍາມະການດັ່ງກ່າວສະບັບເລກທີ 02/ກພລ ລົງວັນທີ 29 ມີນາ 2019 ພາລະບົດບາດຂອງຄະນະກໍາມະການປະສານງານອົງການຈັດຕັ້ງສັງຄົມລາວ ມີດັ່ງລຸ່ມນີ້:

  1. ເຄື່ອນໄຫວພາຍໃຕ້ກົດໝາຍ, ລະບຽບການຂອງລັດວາງອອກ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ຂອງປະເທດ;
  2. ເປັນຈຸດປະສານງານ ແລະ ແລກປ່ຽນຂໍ້ມູນຂ່າວສານໃຫ້ບັນດາອົງການຈັດຈັ້ງສັງຄົມລາວ;
  3. ສ້າງໂອກາດ ແລະ ສົ່ງເສີມຄວາມສາມາດໃຫ້ບັນດາອົງການຈັດຕັ້ງສັງຄົມໄດ້ມີທ່ານແຮງໃນການປະກອບສ່ວນຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ແລະ ເປົ້າໝາຍການພັດທະນາແບບຍືນຍົງ;
  4. ສ້າງຜນການ, ໂຄງການຕ່າງໆ ເພື່ອເຄື່ອນໄຫວວຽກງານຂອງຄະນະໂດຍປະສານສົມທົບກັບກະຊວງພາຍໃນ (ກົມພັດທະນາການບໍລຫານລັດ) ແລະ ພາກສ່ວນກ່ຽວຂ້ອງກຳນົດຢ່າງເປັນປົກກະຕິ;
  5. ລະດົມຂົນຂວາຍທຶນທັງພາຍໃນ ແລະ ຕ່າງປະເທດ ເພື່ອປະກອບສ່ວນເຂົ້າໃນການເຄື່ອນໄຫວຂອງຄະນະ ກໍ່ຄືການຊຸກຍູ້-ສົ່ງເສີມບັນດາອົງການຈັດຕັ້ງສັງຄົມ ບົນພື້ນຖານຫຼັກການສະເໜີພາບ, ໂປ່ງໃສ ແລະ ສອດຄ່ອງກັບກົດໝາຍ.
  6. ການລະດົມຂົນຂວາຍທຶນທັງພາຍໃນ ແລະ ຕ່າງປະເທດ ເພື່ອປະກອບສ່ວນເຂົ້າໃນການເຄື່ອນໄຫວຂອງຄະນະ ກໍ່ຄືການຊຸກຍູ້-ສົ່ງເສີມບັນດາອົງການຈັດຕັ້ງສັງຄົມ ບົນພື້ນຖານຫຼັກການສະເໜີພາບ, ໂປ່ງໃສ ແລະ ສອດຄ່ອງກັບກົດໝາຍ ແລະ ລະບຽບການຂອງລັດກຳນົດ;
  7. ລາຍງານການເຄື່ອນໄໄຫວວຽກງານຂອງຄະນະໃນແຕ່ລະໄລຍະ ແລະ ຜົນສຳເລັດໃນການເຂົ້າຮ່ວມກອງປະຊຸມຕ່າງທ ໃຫ້ກະຊວງພາຍໃນ (ກົມພັດທະນາການບໍລິຫານລັດ) ແລະ ພາກສ່ວນຕ່າງທກ່ຽວຂ້ອງຊາບ.