Lao CSO Platform

ອົງການຈັດຕັ້ງສັງຄົມລາວ

Lao Civil Society Organizations Platform

ອົງການຈັດຕັ້ງສັງຄົມລາວ

Lao Civil Society Organizations Platform

TeenGen V.2

Description

📣📣ຂໍເຊີນຊວນນ້ອງໆໄວໜຸ່ມອາຍຸຕັ້ງແຕ່ 14-18 ປີ ຜູ້ທີ່ມີຄວາມສົນໃຈໃນເລື່ອງເພດສຶກສາ ກ່ຽວກັບ HIV, ພາວະຄວາມເປັນຜູ້ນໍາ ແລະ ສິດທິມະນຸດ ຮີບຟ້າວສະໝັກເຂົ້າມາຮ່ວມຝຶກອົບຮົມຮຽນຮູ້ຫຼັກສູດນອກໂຮງຮຽນໃນເລື່ອງເພດສຶກສາ ແລະ ສຸຂະພາບທາງເພດ ຮັບຮອງວ່າຈະບໍ່ຊ້ຳກັບຫຼັກສູດການຮຽນຮູ້ໃດໆທີ່ຜ່ານມາ. ເຊິ່ງນ້ອງໆຈະໄດ້ຮັບປະສົບການການຝຶກອົບຮົມແບບໃໝ່ຈາກຄູຝຶກທີ່ຜ່ານຫຼັກສູດຂອງພາກພື້ນມາແລ້ວ ຈະເນັ້ນໃສ່ກິດຈະກໍາທີ່ສອດແຊກເນື້ອໃນໃຈຄວາມຂອງບົດຮຽນຢ່າງຄົບຖ້ວນ, ຕອບທຸກຂໍ້ສົງໄສຂອງນ້ອງໆທຸກຄົນໃນເລື່ອງກ່ຽວກັບ HIV, ພາວະຄວາມເປັນຜູ້ນໍາ ແລະ ສິດທິມະນຸດ.

✅TeenGen V.2 ມີຈຸດປະສົງເພື່ອສ້າງຄວາມຮູ້ ແລະ ທັກສະຂອງກຸ່ມໄວໜຸ່ມກ່ຽວກັບ HIV, ພາວະຄວາມເປັນຜູ້ນໍາ ແລະ ສິດທິມະນຸດໂດຍສະເພາະ, ເຊິ່ງມີລາຍລະອຽດດັ່ງນີ້:
✅ສະໜອງຂໍ້ມູນສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນໃຫ້ໄວໜຸ່ມ ເພື່ອປັບປຸງພຶດຕິກຳການເຂົ້າຮັບການບໍລິການດ້ານສຸຂະພາບຂອງເຂົາເຈົ້າ.
✅ສ້າງຄວາມຮັບຮູ້ ແລະ ຄວາມເຂົ້າໃຈໃຫ້ກຸ່ມໄວໜຸ່ມກ່ຽວກັບສິດທິຂອງໄວໜຸ່ມເອງ.
✅ສ້າງທັກສະການສື່ສານ, ສົ່ງເສີມຄວາມເປັນຜູ້ນໍາໃຫ້ແກ່ໄວໜຸ່ມ.
ເງື່ອນໄຂການສະໝັກ:
– ອາຍຸ 14-18 ປີ
– ເປັນນັກຮຽນ, ນັກສຶກສາ (ບໍ່ຈໍາກັດໂຮງຮຽນ).
– ສາມາດເຂົ້າຮ່ວມໄດ້ທັງ 4 ມື້
– ສົນໃຈໃນຫົວຂໍ້ເພດສຶກສາ
– ອາໄສຢູ່ນະຄອນຫຼວງວຽງຈັນ

👉🏻ນ້ອງໆຄົນໃດຍັງບໍ່ທັນໄດ້ສະໝັກຮີບພາກັນສະໝັກກັນເຂົ້າມາຫຼາຍໆເດີ ຮັບຮອງວ່າຈະເປັນການຝຶກອົບຮົມທີ່ມ່ວນ, ໄດ້ຮັບບົດຮຽນ ແລະ ປະສົບການທີ່ຫາຈາກໃສບໍ່ໄດ້ແນ່ນອນ.

❗️ທີ່ສໍາຄັນແມ່ນ ສະໝັກຟຣີ, ມີຄ່າເດີນທາງໃຫ້, ມີອາຫານວ່າງໃຫ້, ອາຫານສວາຍໃຫ້ ແລະ ມີໃບຢັ້ງຢື່ນຫຼັງຈາກຈົບການຝຶກອົບຮົມ💥💥 ຮັບພຽງແຕ່ 43 ຄົນເທົ່ານັ້ນເດີ!!!
ສົນໃຈສະໝັກເຂົ້າມາເລີຍທີ່👇🏻👇🏻
https://docs.google.com/…/1FAIpQLScR9JNrq3p…/viewform…

ຕິດຕໍ່