Lao CSO Platform

ອົງການຈັດຕັ້ງສັງຄົມລາວ

Lao Civil Society Organizations Platform

ອົງການຈັດຕັ້ງສັງຄົມລາວ

Lao Civil Society Organizations Platform

ພະນັກງານບໍລິຫານຫ້ອງການ

ລາຍລະອຽດກ່ຽວກັບໜ້າວຽກ

ສະມາຄົມພັດທະນາກະສິກຳ ແລະ ສິ່ງແວດລ້ອມແບບຍືນຍົງ (SAEDA), ເຮັດວຽກສົ່ງເສີມກ່ຽວກັບກະສິກຳແບບຍືນຍົງ, ສືກສາຜົນກະທົບຂອງສາເຄມີໃນການນຳໃຊ້ກັບການເຮັດກະສີກຳ ແລະ ຄວາມຫລາກຫລາຍທາງດ້ານຊີວະພາບຂອງຊັບພະຍາກອນທຳມະຊາດ ມີຄວາມຕ້ອງການຮັບສະໝັກ ພະນັກງານບໍລິຫານຫ້ອງການ 1 ຕໍາແໜ່ງ ໂດຍປະຈຳຢູ່ຫ້ອງການ ນະຄອນຫຼວງວຽງຈັນ.

ພາລະໜ້າທີ່ຫຼັກ:

  • ວຽກບໍລີຫານຫ້ອງການ
  • ຈັດເກັບ ແລະ ຄຸ້ມຄອງເອກະສານ
  • ຂື້ນແຜນ ແລະ ສະຫຼຸບການເງີນຂອງສະມາຄົມ
  • ສົ່ງ ແລະ ຮັບສົ່ງເອກະສານຫ້ອງການ
  • ຮັບໂທລະສັບ
  • ກອບປີເອກະສານ
  • ຈັດຊື້ອຸປະກອນຫ້ອງການ
  • ຕິດຕາມ ແລະ ກວດແຜນງົບປະມານ ແລະ ສະຫຼຸບແຜນງົບປະມານ
  • ຄຸ້ມຄອງເງິນສົດ
  • ຄຸ້ມຄອງ, ກວດກາ ແລະ ຈັດລະບົບສັບສີນຫ້ອງການ ແລະ ຂໍ້ມູນຫ້ອງການ
  • ເບີງຄວາມເປັນລະບຽບຮຽບຮ້ອຍ ແລະ ອຳນວຍຄວາມສະດວກຕ່າງໆ
  • ຕິດຕໍ່ ແລະ ປະສານງານວຽກກັບພາຍນອກ: ທະນາຄານ, ຫ້ອງການໄປສະນີ, ອົງການຈັດຕັ້ງອື່ນໆ.

ຄຸນນະວຸດ ແລະ ມາດຖານຕ້ອງການ:

  • ຮຽນຈົບປະລິນຍາຕີ ຫຼື ທຽບເທົ່າ ດ້ານບໍລິຫານ ແລະ ອື່ນໆທີ່ກ່ຽວຂ້ອງ
  • ສັນຊາດລາວ ມີອາຍຸລະຫວ່າງ 22-35ປີ
  • ປະສົບການເຮັດວຽກດ້ານບໍລິຫານມາກ່ອນຫຼາຍກວ່າ 2 ປີ
  • ເຄີຍເຮັດວຽກນຳພາກລັດ ຫຼື ອົງການຈັດຕັ້ງສາກົນ ຫຼື ສະມາຄົມ ຫຼື ບໍລິສັດ
  • ສາມາດນຳໃຊ້ຄອມພິວເຕີ : Word, Excel, Power point, Publisher, ອິນເຕີເນັດ ແລະ ອື່ນໆ
  • ສາມາດເວົ້າ ແລະ ຂຽນພາສາອັງກິດໄດ້ດີພໍສົມຄວນ
  • ມີສຸຂະພາບແຂງແຮງດີ ແລະ ສາມາດເດີນທາງໄປເຮັດວຽກໃນເຂດຫ່າງໄກສອກຫລີກໄດ້
  • ມີຄວາມຮັບຜິດຊອບສູງ, ມີຄວາມຫ້າວຫັນຕໍ່ໜ້າທີວຽກງານ, ມີຫົວຄິດປະດິດສ້າງ, ກະຕືລີລົ້ນໃນການຮຽນຮູ້ເອົາບົດຮຽນອັນໃໝ່, ມີຄວາມອົດທົນ, ມີຄວາມອ່ອນໄຫວ ແລະ ການເຮັດວຽກເປັນທີມໄດ້ດີ
  • ບໍ່ມີຄະດີ ແລະ ເຮັດຜິດລະບຽບກົດໝາຍມາກ່ອນ
  • ສາມາດເລີ່ມເຮັດວຽກ 01/01/2024

ທ່ານໃດສົນໃຈສາມາດຍື່ນຄຳຮ້ອງສະໝັກຂຽນດ້ວຍຕົວເອງ ພ້ອມດ້ວຍ ຊີວະປະຫວັດ, ໃບປະ ກາດ, ໃບຜ່ານງານ, ໃບແຈ້ງໂທດ, ອັດປື້ມສຳມະໂນຄົວ/ບັດປະຈຳຕົວ ແລະ ເອກກະສານອື່ນໆ ທີ່ກ່ຽວຂ້ອງມາທີ່. ສະເກນ ສົ່ງມາທາງອີແມ໋ວ: infor.saedalaos@gmail.com infor.saedalaos@gmail.comປິດຮັບສະໝັກ ວັນທີ 12/11/2023

Downloads

ຕິດຕໍ່