Lao CSO Platform

ອົງການຈັດຕັ້ງສັງຄົມລາວ

Lao Civil Society Organizations Platform

ອົງການຈັດຕັ້ງສັງຄົມລາວ

Lao Civil Society Organizations Platform

ພະນັກງານ ວິຊາການຜູ້ປະສານງານຂັ້ນເມືອງ “Respond” (1 ຕຳແໜ່ງ ) 

ລາຍລະອຽດກ່ຽວກັບໜ້າວຽກ

ປະກາດຮັບພະນັກງານ

ສະມາຄົມສົ່ງເສີມສຸຂະພາບຄອບຄົວ (ສສສຄ) ເປັນອົງການຈັດຕັ້ງທາງສັງຄົມທີ່ບໍ່ຫວັງຜົນກຳໄລ (NPA). ເພື່ອຊ່ວຍເຫຼືອປະຊາຊົນທີ່ເປັນກຸ່ມສ່ຽງ ແລະ ກຸ່ມດ້ອຍໂອກາດໃຫ້ເຂົ້າເຖິງຂໍ້ມູນຂ່າວສານທາງດ້ານສຸຂະພາບທີ່ຖືກຕ້ອງແລະໄດ້ເຂົ້າຮັບການບໍລິການດ້ານສຸຂະພາບຢ່າງເທົ່າທຽມແລະຮອບດ້ານ. ສສສຄໄດ້ຮັບການສະໜັບສະໜູນເປັນຫລັກດ້ານວິຊາການ ແລະ ທຶນຮອນແມ່ນມາຈາກ ສະຫະພັນວາງແຜນຄອບຄົວສາກົນ (International Planned Parenthood Federation ຫຼື IPPF) ທີມີຫ້ອງການພາກພື້ນຢູ່ປະ ເທດມາເລເຊຍ ນັບຕັ້ງແຕ່ປີ 2004 ເປັນຕົ້ນມາ. ປະຈຸບັນ ສສສຄ ມີສະມາຊິກຫຼາຍກວ່າ 50ທ່ານທີ່ມີປະສົບການ, ຄວາມຊ່ຽວຊານແລະປະຫວັດການເຮັດວຽກຫຼາກຫຼາຍທີ່ແຕກຕ່າງກັນ. ຜົນໄດ້ຮັບ/ຜົນສຳ ເລັດທີ່ສໍາຄັນທີ່ສຸດຂອງ ສສສຄ ແມ່ນການປະກອບ ສ່ວນສ້າງຂີດຄວາມສາມາດຂອງພະນັກງານສາທາລະນະສຸກ, ຍົກສູງຄຸນນະພາບການເບິ່ງແຍງ, ເຮັດໃຫ້ກຸ່ມເປົ້າໝາຍ ຢູ່ເຂດຫ່າງໄກສອກຫຼີກເຂົ້າເຖິງການ
ບໍລິການທາງດ້ານສຸຂະພາບຈະເລີນພັນ, ການວາງແຜນຄອບຄົວແລະຂໍ້ມູນຂ່າວ ສານກ່ຽວກັບສຸຂະພາບຈະເລີນພັນ.

ສສສຄ, ມີຂົງເຂດ ໃນການເຮັດວຽກ ໃນທົ່ວປະເທດ ແລະ ທຸກລະດັບ, ໂດຍສະເພາະໃນລະດັບທ້ອງຖິ່ນ. ປະຈຸບັນນີ້ ສສສຄ ມີໂຄງການຢູ່ບາງແຂວງແລະບາງເມືອງ ເຊັນ: ໂຄງການແມ່ປອດໄພ, ໂຄງການ ຮ່າງກາຍຂອງຂ້ອຍອະນາຄົດຂອງຂ້ອຍ, ໂຄງການ“ ປັບປຸງການເຂົ້າເຖິງການບໍລິການດ້ານສາທາລະນະສຸກຂອງແມ່ຍິງ, ເດັກອ່ອນ ແລະ ເດັກນ້ອຍ, ໂຄງການເຊື່ອມສານແມ່ປອດໄພແລະຕອບສະໜອງ.ດັ່ງນັ້ນ, ໂຄງການ“, ໂຄງການເຊື່ອມສານແມ່ປອດໄພ ແລະ ຕອບສະໜອງ, ໂຄງການດັ່ງກ່າວນີ້ເລີ່ມຈັດຕັ້ງແຕ່ ປີ 2024-2028ດັ່ງນັ້ນສະມະຄົມສົ່ງເສີມສຸຂະພາບຄອບຄົວ(ສສສຄ) ຕ້ອງການເພືອນຮ່ວມງານໃນຕຳແຫນ່ງ:

ພະນັກງານ ວິຊາການຜູ້ປະສານງານຂັ້ນເມືອງ “Respond” (1 ຕຳແໜ່ງ )  (ປະຈຳຢູ່ ຫ້ອງການສສສຄ ແຂວງຫຼວງນໍ້າທາ)

ພາລະບົດບາດແລະຄວາມຮັບຜິດຊອບ

ຕຳແໜ່ງງານນີ້ ມີພາລະບົດບາດ ແລະ ຄວາມຮັບຜິດຊອບໃນການຄຸ້ມຄອງບໍລິຫານຈັດການໂຄງການຢູ່ໃນລະດັບຂັ້ນເມືອງ ພ້ອມທັງນໍາພາທີມງານແລະຄູ່ວມງານຈັດຕັ້ງປະຕິບັດແຕ່ລະກິດຈະກຳໃຫ້ປະສົບຜົນສໍາເລັດຕາມຈຸດປະສົງ ແລະ ເປົ້າໝາຍທີ່ທາງໂຄງການວາງແຜນໄວ້. ມີພາລະບົດບາດຫລັກໃນການປະສານງານແລະເຮັດວຽກຮ່ວມກັບຫົວໜ້າສາຍງານຂອງຕົນ ລວມທັງຄູ່ຮ່ວມງານທຸກພາກສ່ວນທີ່ກ່ຽວຂ້ອງໃນຂັ້ນເມືອງ ໃຫ້ການສະໜັບສະໜູແນະນໍາແລະຊ່ວຍເຫລືອຄູ່ຮ່ວມງານ ກ່ຽວກັບວິທີການຂື້ນແຜນ ຂໍອະນຸມັດຈັດຕັ້ງປະຕິບັດກິດຈະກຳ, ຂັ້ນຕອນການຈັດຕັ້ງປະຕິບັດກິດຈະກຳ, ການນໍາໃຊ້ເຄືອງມືຂອງໂຄງການ, ວິທີການຕິດຕາມເວລາຈັດຕັ້ງປະຕິບັດກິດຈະກຳແລະການເຮັດບົດລາຍງານກິດຈະກຳ ເພື່ອໃຫ້ຮັບປະກັນວ່າທຸກຂັ້ນຕອນການດໍາເນີນກິດຈະກຳແມ່ນເຂົ້າເຖິງກຸ່ມເປົ້າໝາຍ ມີຂໍ້ມູນອ້າງອີງ ແລະຖືກຕ້ອງຕາມລະບຽບແລະນະໂນບາຍຂອງ ສສສຄ ແລະໂຄງການ. ລົງຕິດຕາມຊຸກຍູ້ຄູ່ຮ່ວມງານ ແລະ ເຂົ້າຮ່ວມການຈັດຕັ້ງປະບັດກິດຈະກຳຂອງໂຄງການໃນຂັ້ນຊຸມຊົນ, ຂັ້ນເມືອງ ສະຫລຸບລາຍງານຜົນການຕິດຕາມປະເມີນກິດຈະກຳ, ພັດທະນາສ້າງຄວາມອາດສາມາດໃຫ້ກັບຕົນເອງ, ນອກຈາກນີ້ ຍັງມີພາລະບົດບາດກ່ຽວກັບວຽກງານສື່ສານ Mediaເຊັ່ນ: ຂຽນບົດເລື່ອງກໍລະນີສຶກສາປະກອບຮູບພາບ ກ່ຽວກັບການປ່ຽນແປງພືດຕິກຳ, ການປ່ຽນແຜງທາງດ້ານແນວຄິດ ຂອງຄົນເຈັບ ຂອງຄູ່ຮ່ວມງານ, ຖ່າຍຮູບ ແລະ ວີດີໂອສັ້ນທຸກຄັ້ງ ໃນເວລາເຮັດກິດຈະກຳ.

ໜ້າທີ່ຫຼັກ

• ເຮັດວຽກຢ່າງໃກ້ຊິດແລະຕໍເນື່ອງຮ່ວມກັບຫົວສາຍງານຂອງຕົນ ກ່ຽວກັບແຜນງານຂອງໂຄງການ, ແຜນງົບປະມານ ແລະ ແຜນຕົວຊີ້ວັດພ້ອມນິຍາມ ແຍກອອກ ເປັນປີ, ໄຕມາດ, ເດືອນ ແລະ ເປັນລາຍກິດຈະກຳ.
• ວາງແຜນດໍາເນີນໂຄງການໃນຂັ້ນເມືອງເປັນປີ, ໄຕມາດ, ເດືອນ ແລະ ລາຍກກິດຈະກຳເຊັ່ນ: ແຜນວຽກຂອງໂຄງການ, ແຜນຕົວຊີວັດ ແລະ ແແຜນງົບປະມານ.
• ອຳນວຍຄວາມສະດວກໃນການນໍາສະເໜີ ແນະນໍາແຜນງານໂຄງການ ແຜນວຽກຂອງໂຄງການ, ແຜນຕົວຊີວັດ ແລະ ແແຜນງົບປະມານ ເປັນປີ ໄຕມາດ ກິດຈະກຳ ໃຫ້ຄູ່ຮ່ວມງານເພື່ອໃຫ້ຮັບປະກັນວ່າຄູ່ຮ່ວມງານແຕ່ລະພາກສ່ວນຢູ່ຂັ້ນເມືອງຮັບຮູ້ ແລະເຂົ້າໃຈແຜນດໍາເນີນກິດຈະກຳຂອງໂຄງການ ທີ່ຕິດພັນກັບພາລະບົບບາດຂອງເຂົາເຈົ້າ.
• ເຮັດວຽກຢ່າງໃກ້ຊິດແລະຕໍເນື່ອງກັບຄູ່ຮ່ວມງງານຂັ້ນເມືອງພ້ອມໃຫ້ການສະໜັບສະໜູນແລະອຳນວຍຄວາມສະດວກຕໍ່ຫ້ອງການສາທາເມືອງ,ຫ້ອງການສະຫະພັນແມ່ຍິງເມືອງ ຫ້ອງການຍຸຕິທຳເມືອງ, ກ່ຽວກັບແຜນການຈັດ ຕັ້ງປະຕິບັດໂຄງການເຊັ່ນ: ຂັ້ນຕອນການຂື້ນແຜນກິດຈະກຳ, ວິທີການຈັດຕັ້ງປະຕິບັດແຕ່ລະກິດຈະກຳ, ການນໍາໃຊ້ເຄື່ອງມືແບບຟອມຂອງໂຄງການ ແລະ ວິທີການການລາຍຜົນສໍາເລັດຂອງກິດຈະກຳ.
• ລົງຕິດຕາມຊຸກຍູ້ ແລະ ເຂົ້າຮ່ວມການຈັດຕັ້ງປະຕິບັດກິດຈະກຳຂອງໂຄງການຢູ່ໃນ ຂັ້ນຊຸມຊົນ, ຂັ້ນເມືອງ ພ້ອມສັງລວມງາຍງານຜົນການລົງຕິດຕາມຊຸກຍູ້ທຸກຄັ້ງໃຫ້ກັບຫົວໜ້າສາຍງານແລະຄູ່ຮ່ວມງານ.
• ສະຫລຸບສັງລວມລາຍງານຜົນການຈັດຕັ້ງປະຕິບັດໂຄງການ ລວມທັງງົບປະມານ ຕົວຊີ້ວັດ ເປັນລາຍກິດຈະກຳ, ໄຕມາດ, ແລະ ປີສົ່ງໃຫ້ຫົວໜ້າສາຍງານ ແລະ ຄູ່ຮ່ວມງານຂັ້ນເມືອງ.
• ອຳນວຍຄວາມສະດວກໃຫ້ກັບຜູ້ປະສານງານໂຄງການ, ວິຊາການສສສຄ, ຄູ່ຮງານຂັ້ນສູນກາງ, ຄູຝຶກ, ຊ່ຽວຊາ ໃນການລົງຕິດຕາມຊຸກຍູ້, ດ້ານວິຊາການ, ຫລັງການອົບຮົມ, ແລະ ວຽກງານອື່ນທີ່ກ່ຽວຂ້ອງ. ພ້ອມລາຍງານຜົນຂອງການລົງຕິດຕາມທຸກຄັ້ງໃຫ້ກັບຫົວໜ້າສາຍງານແລະຄູ່ຮ່ວມງານ.
• ຂື້ນແຜນຂໍຈັດຕັ້ງປະຕິບັດກິດຈະກຳຕາມແຜນທີ່ຕົນເອງຮັບຜິດຊອບ, ຕາມການມອບໝາຍຂອງຫົວໜ້າສາຍງານ ຫລື ແຜນງານຂອງໂຄງການພ້ອມທັງລາຍງານຜົນການຈັດຕັ້ງປະຕິບັດກິດຈະກຳທຸກຄັ້ງ.
• ເກັບມ້ຽນເອກະສານກ່ຽວກັບການຈັດຕັ້ງປະຕິບັດຂອງໂຄງການໃຫ້ເປັນລະບຽບເຂົ້າເຖິງງ່າຍລວມທັງເປັນຟາຍSoftware,Hardware, ແລະ ເກັບມ້ຽນໃນ Google Drive ເຊັ່ນ: ເອກະສານ ກ່ຽວກັບ ແຜນງານໂຄງການ, ແຜນງົບປະມານ, ແຜນຕົວຊີ້ວັດ ພ້ອມທັງລາຍງານ ທີ່ແຍກອອກເປັນ ເປັນປີ, ໄຕມາດ ແລະ ລາຍກິດຈະກຳ.
• ທຸກໆໄຕມາດ ຂຽນບົດເລື່ອງກໍລະນີສຶກສາປະກອບຮູບພາບເຈົ້າຂອງບົດເລື່ອງ ຂອງຜູ້ທີ່ຢູ່ໃນ ຊຸມຊົນ ຫລື ຄົນເຈັບ ກ່ຽວກັບການປ່ຽນແປງພືດຕິກຳ, ການປ່ຽນແປງທາງດ້ານແນວຄິດ, ທີ່ເກີດຂື້ນຍ້ອນຜົນການຈັດຕັ້ງປະຕິບັດກິດຈະ ກຳຂອງໂຄງການ.
• ຂຽນຂ່າວທຸກຄັ້ງແລະປະກອບຮູບພາບກ່ຽວກັບກິດຈະກຳທີ່ໄດ້ຈັດປະຕິບັດຢູ່ໃນຊຸມຊົນ, ສຸກສາລາ, ເມືອງ ແລ້ວສົ່ງໃຫ້ຫົວໜ້າສາຍງານ ແລະ ໜ່ວຍງານ Media ພ້ອມທັງຕິດຕາມຄໍາຄິເຫັນຈາກຂ່າວ.
• ຕິດຕາມ, ໃຫ້ການສະໜັບສະໜູນແລະອຳນວຍຄວາມສະດວກໃນການຜະລີດສື່ໂຄສະນາຜ່ານທາງອອນລາຍ ໂດຍສະເພາະແມ່ນທາງຕິກຕັອກ.ການປະສານງານໂຄງການ

• ປະສານງານຫລັກກັບຫົວໜ້າສາຍງານຂອງຕົນ, ໜ່ວຍງານຕິດຕາມປະເມີນໂຄງການ ແລະ ຄູ່ຮ່ວມງານຫ້ອງການສາທາເມືອງ,ຫ້ອງການສະຫະພັນແມ່ຍິງ ຫ້ອງການຍຸຕິທຳ ພ້ອມບັນດາຄູ່ຮ່ວມງານພາກສ່ວນທີ່ກ່ຽວຂ້ອງ.
• ເປັນຕົວແທນຂອງ PFHA ເຂົ້າຮ່ວມກອງປະຊຸມພາຍໃນແລະພາຍໃນຕາມຄໍາແນະນໍາຂອງຫົວໜ້າວາຍງານແລະຂອງອົງກອນສສສຄ.
• ປະສານງານກັບພະນັກງານ PFHA ທີ່ກ່ຽວຂ້ອງທັງໝົດເພື່ອສະໜັບສະໜູນ ແລະ ຊ່ວຍເຫຼືອໂຄງການພາຍໃນ ອື່ນໆ.ການສ້າງຄວາມອາດສາມາດ

• ພັດທະນາຄວາມອາດສາມາດຂອງຕົນຢ່າງຕໍ່ເນື່ອງເຊັ່ນ: ການເປັນຜູ້ນໍາ, ການຄຸ້ມຄອງບໍລິຫານໂຄງການ, ການປະສານງານ, ທັກ
ສະການສື່ສານ, ວິຊາການ, ດ້ານການເປັນຄູຝຶກ, ດ້ານນິຕິກຳ ແລະ ນະໂຍບາຍທີ່ກ່ຽວຂ້ອງກັບສຸຂະພາບຈະເລີນພັນ ແລະ ສິທີ
ທາງເພດ
• ເຂົ້າຮ່ວມຝຶກອົບຮົມເພື່ອພັດທະນາຄວາມສາມາດຂອງຕົນຕາມການມອບໝາຍຂອງຫົວໜ້າສາຍງານ ແລະ ຂອງອົງກອນ ສສສຄ.
• ພັດທະນາຄວາມອາດສາມາດຂອງຕົນໃນການນໍາໃຊ້ ເທັກໂນໂລຊີເຊັ່ນ: AI, KOBO, Google sheet, Google form,
DATA Analyze.

ເງື່ອນໄຂ

• ເປັນພົນລະເມືອງລາວ
• ດ້ານການສືກສາ ຈົບຊັ້ນສູງຂື້ນໄປ ສາຂາໃດກໍ່ໄດ້ ຖ້າຈົບທາງດ້ານແພດແລະກົດໝາຍຈະເປັນການດີ
• ມີປະສົບການໃນການເປັນຜູ້ຮັບຜິດຊອບໂຄງການ ຫລື ນໍາພາຈັດຕັ້ງປະຕິບັດກີດຈະກຳຢ່າງນ້ອຍ 2ປີຂື້ນໄປ
• ດ້ານພາສາສາມາດສື່ສານພາສາອັງກິດລະດັບພື້ນຖານ, ຖ້າສື່ສານພາສາຊົນເຜົ່າໄດ້ຈະເປັນການດີ
• ດ້ານຄອມພິວເຕີສາມາດນໍາໃຊ້ Word, Excel ແລະ Power Point.
• ມີປະສົບການແລະຄວາມຮູ້ກ່ຽວກັບສຸຂະພາບຈະເລີນພັນແລະການວາງແຜນຄອບຄົວຢ່າງນ້ອຍ2ປີຂື້ນໄປ
• ມີປະສົບການແລະຄວາມຮູ້ກ່ຽວກັບຄວາມສະເໝີພາບຍິງຊາຍແລະການຕ້ານການໃຊ້ຄວາມຸນແຮງຢ່າງນ້ອຍ 2ປີຂື້ນໄປ
• ມິມະນຸດສຳພັນດີ, ມັກຮັກໃນວຽກງານພັດທະນາຊົນນະບົດເຂດຫ່າວໄກຊອກຫລີກ.
• ສາມາດເດີນທາງໄປເຂດພື້ນທີ່ຫ່າງໄກສອກຫລີກໄດ້

ເງິນເດືອນ: ສາມາດຕໍ່ລອງໄດ້ ອີງຕາມຄຸນສົມບັດ ແລະ ປະສົບການ

ໃບສະໝັກ: ສະມະຄົມສົ່ງເສີມສຸຂະພາບຄອບຄົວ ມຸ້ມຫມັ້ນທີ່ຈະໃຫ້ໂອກາດ ຢ່າງສະເຫມີພາບ, ເທົ່າທຽມ ແລະ ມີຄວາມຫຼາກຫຼາຍທາງດ້ານວັດທະນະທຳ. ຍິນດີຕ້ອນຮັບຜູ້ສະຫມັກ ຈາກທຸກພາກສ່ວນ. ພວກເຮົາເຂັງຂັດ ໃນນະໂຍບາຍການປົກປ້ອງສິດທິດເດັກ, ໄວໜຸ່ມແລະ ຜູ້ທີ່ມີຄວາມສ່ຽງ ຖ້າທ່ານຖືກຄັດເລືອກ. ທ່ານຈະຕ້ອງປະຕິບັດຕາມນະໂຍບາຍນີ້. ຜູ້ສະໝັກສາມາດຍື່ນຊີວະປະຫວັດ, ພ້ອມໃສ່ຊື່ຜູ້ຢັ້ງຢືນ 3 ທ່ານໃນໃບຊີວະປະຫວັດ, ແລະ ໃບສະໝັກວຽກ (ສໍາລັບເອກະສານປະກອບອື່ນໆ ເຊັ່ນ: ໃບແຈ້ງໂທດ, ໃບກວດສຸຂະພາບ,ແມ່ນສາມາດຍື່ນເພີ່ມເຕີມຫລັງຈາກຖືກຄັດເລືອກ) ກຳນົດສົ່ງເອກະສານ ຕັ້ງແຕ່ວັນທີ 5 ມິຖຸນາ 2025 ເຖິງວັນທີ 12 ມິຖຸນາ 2025

ສະມາຄົມ ສົ່ງເສີມສຸຂະພາບຄອບຄົວ, ສປປ ລາວ ເຮືອນເລກທີ 449 ໜ່ວຍ 36, ບ້ານ ໂພນເຄັ່ງ,
ໄຊເສດຖາ, ນະຄອນຫຼວງວຽງຈັນ, ສປປ ລາວ ໂທ: 856 21 413261, ແຟັກ: 021 414918 ອີເມວ: pfha@outlook.com

Downloads

ຕິດຕໍ່