Lao CSO Platform

ອົງການຈັດຕັ້ງສັງຄົມລາວ

Lao Civil Society Organizations Platform

ອົງການຈັດຕັ້ງສັງຄົມລາວ

Lao Civil Society Organizations Platform

ທີ່ປຶກສາດ້ານການສື່ສານກ່ຽວກັບສຸຂະພາບແມ່ ແລະ ເດັກ

ລາຍລະອຽດກ່ຽວກັບໜ້າວຽກ

 ຂໍ້ກຳນົດ ແລະ ຂອບເຂດການຈ້າງງານ

ການຜະລິດຂໍ້ຄວາມສຳຄັນ ແລະ ເຄື່ອງມືສື່ໂຄສະນາ

  1. ຄວາມເປັນມາ

ສະມາຄົມສຸຂະພາບຊຸມຊົນ ແລະ ການມີສ່ວນຮ່ວມ (ສສຮ) ແມ່ນອົງການຈັດຕັ້ງສັງຄົມລາວ ເຮັດວຽກສົ່ງເສີມຊຸມຊົນເພື່ອຂໍການສະຫນັບສະຫນູນທາງດ້ານນະໂຍບາຍ, ສິດທີໃນການເຂົ້າເຖິງການບໍລິການສຸຂະພາບທົ່ວເຖີງ ແລະ ເທົ່າທຽມ ລວມທັງການສົ່ງເສີມຄວາມສະເຫນີພາບບົດບາດຍີງຊາຍ ແລະ ບົດບາດທາງເພດ ແລະ ຕ້ານການໃຊ້ຄວາມຮຸນແຮງທຸຮູບແບບຕໍ່ແມ່ຍີງ, ເດັກຍີງ, ເດັກນ້ອຍ ແລະ ຜູ້ໄດ້ຮັບຜົນກະທົບຈາກກັບພະຍາດ ໃນສປປລາວ.

ສສຮ ຮວ່ມມືກັບ ສູນວິໄຈພະຍາດຊຶມເຊື້ອລາວ-ຄຣິດຕົບ ເມຣີເອີ(CILM) ໂດຍໄດ້ຮັບທຶນສະໜັບສະໜູນຈາກExpertise French. ພາຍໃຕ້ໂຄງການດັ່ງກ່າວ, ສະມາຄົມຍັງໄດ້ມີກິດຈະກໍາການເຂົ້າເຖິງກຸ່ມເປົ້າໝາຍທີ່ເນັ້ນໃສ່ສອງກຸ່ມປະຊາກອນຄື: ແມ່ຍິງຖືພາ ແລະ ໄວໜຸ່ມ. ການເຂົ້າເຖິງແມ່ຍິງຖືພາແມ່ນໄດ້ແນະນຳໃຫ້ໄດ້ຮັບການບໍລິການຝາກທ້ອງ ແລະ ກວດຫາ 3 ເຊື້ອພະຍາດເຊັ່ນ: ເອສໄອວີ, ຊີຟີລິດ ແລະ ພະຍາດອັກເສບຕັບບີສສຮມີແຜນຜະລິດສື່ໂຄສະນາເພື່ອສົ່ງໃຫ້ທຸກຄົນສາມາດເຂົ້າເຖິງຄວາມຮູ້, ການບໍລິການຮດ້ານສຸຂະພາບຢ່າງທົ່ວເຖິງ, ເປັນມິດ, ມີຄວາມໝັ້ນໃຈໃນການມາຮັບບໍລິການ ແລະ ມີສ່ວນຮ່ວມໃນການຕິດຕາມປະເມີນຄຸນນະພາບການບໍລິການໃນສະຖານທີ່ໂຮງຫມໍ ແລະ ຊຸມຊົນ ໂດຍຜ່ານລາຍບຸກຄົນ, ກຸ່ມຄົນ ແລະ ສື່ອອນລາຍເຊັ່ນ: ຮູບພາບ, ຮູບເງົາ ແລະ ຂໍ້ຄວາມ.

  1. ຈຸດປະສົງສະເພາະ
  • ເພື່ອເຜີຍແຜ່ຄວາມຮູ້, ຄວາມຄວາມເຂົ້າໃຈທາງກ່ຽວກັນການໄປພາກທ້ອງສໍາລັບແມ່ຍິງຖືພາ ລວມທັງການເຂົ້າເຖີງການກວດຫາເຊື້ອພະຍາດເອສໄອວີ, ຊີຟີລິດ ແລະ ພະຍາດອັກເສບຕັບບີ.
  • ເພື່ອໃຊ້ພື້ນທີ່ອອນລາຍເປັນແຫຼ່ງຂໍ້ມູນໃນການເຜີຍແຜ່ ກ່ຽວກັບ 3 ພະຍາດ (ພະຍາດເອສໄອວີ, ຊີຟີລິດ ແລະ ພະຍາດອັກເສບຕັບບີ) ລວມທັງການເຂົ້າເຖີງບໍລິການແບບງ່າຍດາຍ.
  • ເພື່ອໃຫ້ຜູ້ໄຊ້ບໍລິການໄດ້ມີໂອກາດໃນການປະເມີນຄຸນນະນພາບ ແລະ ໄຫ້ຂໍ້ແນະນໍາໃນການປັບປຸງການໃຫ້ບໍລິການໃນສະຖານທີ່ໂຮງຫມໍ ແລະ ຊຸມຊົນ.
  • ຫນ້າວຽກຫລັກ
  • ອອກແບບ ສະໂລແກນ, ຂໍ້ຄວາມ ແລະ ເຄື່ອງມືທີ່ຈະຕ້ອງຜະລິດ ໂດຍອີງຕາມຜົນລາຍງານການສໍາຫລວດຂອງ KAP survey ທີ່ພວກເຮົາໄດ້ມີໃຫ້ແລ້ວ. ເພື່ອນໍາໄປໃຊ້ໃນການສື່ສານການໃຫ້ຄວາມຮູ້ກັບແມ່ຍິງຖືພາ ແລະ ກຸ່ມໄວໜຸ່ມ ກ່ຽວກັບຄວາມສຳຄັນຂອງການຝາກທ້ອງ ແລະ ກວດຫາເຊື້ອພະຍາດ ພະຍາດເອສໄອວີ, ຊີຟີລິດ ແລະ ພະຍາດອັກເສບຕັບບີ ໃນຊຸມຊົນຕົນເອງ
  • ຂໍ້ຄວາມຕ້ອງມີຄວາມກະທັດຫັດ ແລະ ເຂົ້າໃຈງ່າຍທຸກຄົນສາມາດອ່ານແລ້ວເຂົ້າໃຈໄດ້ເລີຍໂດຍບໍ່ມີການຊັບຊ້ອນ.
  • ຂໍ້ຄວາມຕ້ອງມີ 2 ສະບັບ ພາສາລາວລາວ ແລະ ພາສາອັງກິດ.
  • ຂໍ້ຄວາມທີ່ໄດ້ຕ້ອງບໍ່ສ້າງເຖິງຄວາມແຕກແຍກ, ໃສ່ຮ້າຍປ້າຍສີ ແລະ ບໍ່ຜິດກົດໝາຍຂອງ ສປປ ລາວ.
  1. ໄລຍະເວລາຂອງການຈັດຕັ້ງປະຕິບັດ ແລະ ຈັດສົ່ງງານ
  • ໄລຍະເວລາຂອງການດໍາເນີນການຜະລິດແມ່ນ 10 ວັນນັບຕັ້ງແຕ່ມື້ທີ່ລົງລາຍເຊັນເປັນຕົ້ນໄປ, ເຊິ່ງຝ່າຍຖືກຈ້າງຈະຕ້ອງປະຕິບັດແບບຕາມເງື່ອນໄຂດັ່ງຕໍ່ໄປນີ້:
  • ວັນທີ 12/02/2024 ປະຊຸມກັບທີມງານໂຄງການເພື່ອສະເໜີຈຸດປະສົງ ແລະ ຮູບແບບທີ່ຕ້ອງການ.
  • ວັນທີ 13-16/02/2024 ໃຫ້ທີ່ປຶກສາດຳເນີນການເພື່ອສ້າງເຄື່ອງມືເພື່ອສື່ສານ ແລະ ໂຄສະນາ.
  • ວັນທີ 17/02/2024 ປະຊຸມເພື່ອນຳສະເໜີຂໍ້ຄວາມ ແລະ ເຄື່ອງມືເພື່ອສື່ສານ ແລະ ໂຄສະນາທີ່ໄດ້ສ້າງເພື່ອສະເໜີໃຫ້ກັບພາກສ່ວນທີ່ກ່ຽວຂ້ອງ.
  • ວັນທີ 18/02/2024 ການດັດແກ້ບົດ (ຖ້າຫາກມີການດັດແກ້).
  • ວັນທີ 19/02/2024 ປະຊຸມເພື່ອນຳສະເໜີຂໍ້ຄວາມ ແລະ ເຄື່ອງມືເພື່ອສື່ສານ ແລະ ໂຄສະນາໃຫ້ກັບພາກສ່ວນທີ່ກ່ຽວຂ້ອງທີ່ໄດ້ຖືກດັດແກ້ມາແລ້ວ.
  • ວັນທີ 20/02/2024 ການດັດແກ້ບົດ (ຖ້າຫາກມີການດັດແກ້).
  • ວັນທີ່ 21/02/2024 ສົ່ງບົດຄວາມສຳຄັນທີ່ໄດ້ວິເຄາະອອກມາຕ້ອງໄດ້ສົ່ງ ເປັນໄຟລ໋ ໃຫ້ສົມບູນແບບ ແລະ ຄົບຖ້ວນທີ່ສຸດ
  1. ເງື່ອນໄຂອື່ນໆ
  • ໃນການດໍາເນີນການເລືອກຂໍ້ຄວາມສຳຄັນ ທີ່ປຶກສາຈະຕ້ອງໄດ້ມີເອກະສານຢືນຢັນໂຕຕົນທີ່ສາມາດກວດສອບໄດ້ແທ້, ກໍລະນີນີ້ແມ່ນບໍ່ຈໍາກັດວ່າຈະເປັນບໍລິສັດ ຫຼື ໃນນາມບຸກຄົນ
  • ເມື່ອໄດ້ຮັບຄັດເລືອກໃຫ້ເປັນທີ່ປຶກສາ ຈະຕ້ອງມີເອກະສານຕ່າງໆເພື່ອປະກອບເຂົ້າໃນການຈັດຊື້ຈັດຈ້າງ ເຊັ່ນ: ໃບຊີວະປະຫວັດ (CV), ໃບສະເໜີລາຄາ, ໃບຮຽກເກັບເງິນ, ໃບບິນ, ໃບສັນຍາ ຕ່າງໆເຫຼົ່ານີ້ເປັນຕົ້ນ

 

                                                        

 

Downloads

ຕິດຕໍ່