ການຮ່ວມມືລະຫວ່າງພາກລັດ ແລະ ອົງການຈັດຕັ້ງສັງຄົມ ແມ່ນປັດໄຈຫຼັກໃນການສ້າງການພັດທະນາທີ່ຍືນຍົງ, ເຊິ່ງແຜນງານທີມເອີຣົບ “CEGGA II” ໄດ້ໃຫ້ການສະໜັບສະໜູນວຽກງານດັ່ງກ່າວຢ່າງຕໍ່ເນື່ອງ. ໃນວັນທີ 5 ມີນາ ທີ່ນະຄອນຫຼວງວຽງຈັນ, ໄດ້ມີການຈັດກອງປະຊຸມປະຈຳປີ ລະຫວ່າງພາກລັດ ແລະ ອົງການຈັດຕັ້ງສັງຄົມ (CSOs) ໂດຍມີຜູ້ຕາງໜ້າຈາກບັນດາກະຊວງ, ສະພາແຫ່ງຊາດ, ສະພາປະຊາຊົນຂັ້ນແຂວງ, ອົງການຈັດຕັ້ງສັງຄົມ ແລະ ພາກສ່ວນທີ່ກ່ຽວຂ້ອງຈາກທັງຂັ້ນສູນກາງ ແລະ ທ້ອງຖິ່ນໃນຂະແໜງການຕ່າງໆ ເຂົ້າຮ່ວມ. 

ໃນກອງປະຊຸມດັ່ງກ່າວ, ທ່ານ ວິສຸກ ພົມພິທັກ, ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ, ໄດ້ເນັ້ນໜັກເຖິງບົດບາດອັນສຳຄັນຂອງອົງການຈັດຕັ້ງສັງຄົມຕໍ່ກັບຂະບວນການພັດທະນາປະເທດ, ໂດຍທ່ານໄດ້ກ່າວວ່າ ບັນດາອົງການດັ່ງກ່າວໄດ້ເຮັດວຽກໂດຍກົງ ແລະ ໃກ້ຊິດຕິດແທດກັບຊຸມຊົນ. ການສົນທະນາແລກປ່ຽນກັບພາກລັດໃນຄັ້ງນີ້ຖືເປັນເວທີທີ່ສຳຄັນໃນການນຳເອົາສຽງຂອງປະຊາຊົນເຂົ້າສູ່ການປຶກສາຫາລືດ້ານນະໂຍບາຍ, ເພື່ອຮັບປະກັນວ່າ ຈະບໍ່ມີຜູ້ໃດຖືກຖີ້ມໄວ້ຂ້າງຫຼັງ. 

ຈຸດສຸມຫຼັກຂອງການແລກປ່ຽນຄັ້ງນີ້ແມ່ນເລັ່ງໃສ່ ດຳລັດວ່າດ້ວຍສະມາຄົມ ແລະ ມູນນິທິ (ສະບັບປັບປຸງ), ເຊິ່ງມີຈຸດປະສົງເພື່ອເຮັດໃຫ້ຂັ້ນຕອນການຈົດທະບຽນມີຄວາມຄ່ອງຕົວ, ວ່ອງໄວ ແລະ ເປັນລະບົບລວມສູນຫຼາຍຂຶ້ນ. ຜູ້ເຂົ້າຮ່ວມໄດ້ຍົກໃຫ້ເຫັນທັງສິ່ງທ້າທາຍ ແລະ ໂອກາດຕ່າງໆ ເພື່ອໃຫ້ຂະແໜງການຕ່າງໆຈະສາມາດຮ່ວມມືກັນຢ່າງໃກ້ຊິດ ເພື່ອປະກອບສ່ວນເຂົ້າໃນການພັດທະນາປະເທດຊາດ. 

ງານດັ່ງກ່າວແມ່ນຈັດຂຶ້ນໂດຍ ຄະນະຈັດຕັ້ງສູນກາງພັກ ຜ່ານການສະໜັບສະໜູນຈາກແຜນງານ CEGGA II. ແຜນງານ CEGGA II ແມ່ນໄດ້ຮັບທຶນສະໜັບສະໜູນຈາກ ປະເທດສະວິດເຊີແລນ
, ເຢຍລະມັນ
, ແລະ ສະຫະພາບເອີຣົບ
, ແລະ ຈັດຕັ້ງປະຕິບັດໂດຍ GIZ ເພື່ອສົ່ງເສີມການມີສ່ວນຮ່ວມຂອງປະຊາຊົນ ຕໍ່ວຽກງານການປົກຄອງທີ່ດີ ແລະ ການພັດທະນາແບບມີສ່ວນຮ່ວມ ໃນ ສປປ ລາວ. 

