Lao CSO Platform

ອົງການຈັດຕັ້ງສັງຄົມລາວ

Lao Civil Society Organizations Platform

ອົງການຈັດຕັ້ງສັງຄົມລາວ

Lao Civil Society Organizations Platform

ກອງປະຊຸມແລກປ່ຽນປະສົບການຂອງອົງການຈັດຕັ້ງສັງຄົມ ກ່ຽວກັບວຽກງານກະສິກຳ ແລະ ສິ່ງແວດລ້ອມ (Exchange Meeting for the Agriculture and Environment CSO Sector Working Groups)

ຄະນະກຳມະການປະສານງານອົງການຈັດຕັ້ງສັງຄົມລາວ (LCCC) ຮ່ວມກັບ ໂຄງການ ສົ່ງເສີມການຜະລິດ ແລະ ການບໍລິໂພກແບບຍືນຍົງ ໃນ ສປປ ລາວ (SCP ລາວ) ພາຍໃຕ້ ອົງການສະວິດຄອນແທັກ. ໄດ້ຈັດ ກອງປະຊຸມແລກປ່ຽນປະສົບການຂອງອົງການຈັດຕັ້ງສັງຄົມ ກ່ຽວກັບວຽກງານກະສິກຳ ແລະ ສິ່ງແວດລ້ອມ (Exchange Meeting for the Agriculture and Environment CSO Sector Working Groups) ຂຶ້ນຢ່າງເປັນທາງການ ໃນວັນທີ 16 ທັນວາ 2025, ພາຍໃຕ້ການເປັນປະທານຂອງ ທ່ານ ທອງດໍາ ພົງພິຈິດ, ຜູ້ຕາງໜ້າຄະນະກຳມະການປະສານງານອົງການຈັດຕັ້ງສັງຄົມລາວ (LCCC).

ກອງປະຊຸມໃນຄັ້ງນີ້ ມີຜູ້ເຂົ້າຮ່ວມທັງໝົດ 43 ທ່ານ, ເຊິ່ງປະກອບດ້ວຍ ຜູ້ຕາງໜ້າຈາກອົງການຈັດຕັ້ງສັງຄົມລາວ (CSOs) ທີ່ເຮັດວຽກໃນຂະແໜງກະສິກຳ ແລະ ສິ່ງແວດລ້ອມ, ຜູ້ຕາງໜ້າຈາກພາກລັດ (ກົມພັດທະນາ, ຄະນະຈັດຕັ້ງສູນກາງພັກ ແລະ ຫ້ອງການກະຊວງກະສິກຳ ແລະ ສິ່ງແວດລ້ອມ), ບັນດາຄູ່ຮ່ວມພັດທະນາ ແລະ ຜູ້ໃຫ້ທຶນ ໄດ້ແກ່: ສະຫະພາບເອີຣົບ (EU), ອົງການ GIZ ໂຄງການ CEGGA, ກອງທຶນສິ່ງແວດລ້ອມໂລກ (GEF) ພາຍໃຕ້ ອົງການສະຫະປະຊາຊາດເພື່ອການພັດທະນາ (UNDP), ແລະ ໂຄງການ ສົ່ງເສີມການຜະລິດ ແລະ ການບໍລິໂພກແບບຍືນຍົງ ໃນ ສປປ ລາວ (SCP ລາວ) ພາຍໃຕ້ ອົງການສະວິດຄອນແທັກ. ນອກຈາກນີ້ ຍັງມີຜູ້ຕາງໜ້າຈາກອົງການຈັດຕັ້ງສາກົນ (Oxfam, Helvetas, WWF, RECOFTC) ແລະ ພາກສ່ວນທຸລະກິດ ເຂົ້າຮ່ວມຢ່າງພ້ອມພຽງ.

ຈຸດປະສົງຕົ້ນຕໍຂອງກອງປະຊຸມ ແມ່ນເພື່ອເພີ່ມທະວີການຮ່ວມມື ແລະ ການແລກປ່ຽນບົດຮຽນ ລະຫວ່າງ ອົງການຈັດຕັ້ງສັງຄົມ, ພາກລັດຖະບານ, ອົງການຈັດຕັ້ງສາກົນ ແລະ ພາກສ່ວນຫົວໜ່ວຍທຸລະກິດ. ພ້ອມດຽວກັນນັ້ນ, ຍັງເປັນການປຶກສາຫາລືເພື່ອປັບປຸງບູລິມະສິດນະໂຍບາຍໃຫ້ມີຄວາມສອດຄ່ອງກັນ ແລະ ຄົ້ນຄວ້າໂອກາດໃນການເຂົ້າເຖິງແຫຼ່ງທຶນ ໂດຍສະເພາະແມ່ນທຶນສະໜັບສະໜູນຂໍ້ລິເລີ່ມທີ່ກ່ຽວຂ້ອງກັບວຽກງານສິ່ງແວດລ້ອມ ແລະ ການປ່ຽນແປງດິນຟ້າອາກາດ.

ເນື້ອໃນສຳຄັນຂອງກອງປະຊຸມ ໄດ້ດຳເນີນໄປຢ່າງສ້າງສັນ ໂດຍໄດ້ມີການປຶກສາຫາລື ແລະ ແລກປ່ຽນຄວາມຄິດເຫັນຢ່າງກວ້າງຂວາງໃນຫຼາຍປະເດັນສຳຄັນ. ເລີ່ມຕົ້ນດ້ວຍການສົນທະນາຮ່ວມກັບບັນດາຜູ້ໃຫ້ທຶນ (GIZ CEGGA, GEF-UNDP Helvetas, WWF, RECOFTC Oxfam ) ກ່ຽວກັບທິດທາງ, ບູລິມະສິດ ແລະ ສິ່ງທ້າທາຍຂອງການສະໜອງທຶນໃນປັດຈຸບັນ ລວມເຖິງຄວາມຄາດຫວັງທີ່ມີຕໍ່ອົງການຈັດຕັ້ງສັງຄົມໃນດ້ານຄວາມໂປ່ງໃສ ແລະ ຄວາມຮັບຜິດຊອບ. ຄຽງຄູ່ກັນນັ້ນ, ຍັງໄດ້ເປີດເວທີແລກປ່ຽນບົດຮຽນໃນຮູບແບບ "ເພື່ອນສອນເພື່ອນ" ເພື່ອຖອດຖອນປະສົບການຈາກການຈັດຕັ້ງປະຕິບັດທີ່ປະສົບຜົນສໍາເລັດ, ຍຸດທະສາດການເຂົ້າເຖິງແຫຼ່ງທຶນ ແລະ ການສ້າງນະວັດຕະກໍາໃໝ່ໆ. ນອກຈາກນີ້, ຜູ້ເຂົ້າຮ່ວມຍັງໄດ້ປຶກສາຫາລືກ່ຽວກັບແນວທາງການເພີ່ມທະວີການປະສານງານຮ່ວມກັບພາກລັດ ໂດຍສະເພາະກັບ ກະຊວງກະສິກຳ ແລະ ປ່າໄມ້ ໃຫ້ສອດຄ່ອງກັບຍຸດທະສາດແຫ່ງຊາດ, ຕະຫຼອດຈົນເຖິງການຊຸກຍູ້ບົດບາດຂອງພາກເອກະຊົນ ແລະ ອົງການສາກົນ ໃນການສ້າງການຮ່ວມມືຜ່ານວຽກງານຄວາມຮັບຜິດຊອບຕໍ່ສັງຄົມ (CSR) ເພື່ອການພັດທະນາແບບຍືນຍົງ.

ໃນຕອນທ້າຍ, ທ່ານ ທອງດໍາ ພົງພິຈິດ ໄດ້ກ່າວສະຫຼຸບ ແລະ ປິດກອງປະຊຸມ ໂດຍເນັ້ນໜັກເຖິງຄວາມສຳຄັນຂອງການສ້າງຕັ້ງເຄືອຂ່າຍການຮຽນຮູ້ຢ່າງຕໍ່ເນື່ອງ ເພື່ອເປັນກົນໄກໃນການຂັບເຄື່ອນວຽກງານພັດທະນາກະສິກຳ ແລະ ສິ່ງແວດລ້ອມ ໃນ ສປປ ລາວ ໃຫ້ມີປະສິດທິຜົນຍິ່ງຂຶ້ນ. ພ້ອມດຽວກັນນີ້, ທ່ານຍັງໄດ້ຢືນຢັນວ່າ ອົງການຈັດຕັ້ງສັງຄົມ (CSO) ແມ່ນມີສ່ວນຮ່ວມ ແລະ ມີຄວາມສຳຄັນຫຼາຍໃນການພັດທະນາ.

ການຈັດງານຄັ້ງນີ້ ໄດ້ຮັບການສະໜັບສະໜູນທາງດ້ານງົບປະມານ ແລະ ວິຊາການ ຈາກ ໂຄງການ ສົ່ງເສີມການຜະລິດ ແລະ ການບໍລິໂພກແບບຍືນຍົງ ໃນ ສປປ ລາວ (SCP ລາວ) ພາຍໃຕ້ ອົງການສະວິດຄອນແທັກ.
Swisscontact Lao PDR

Related News

  • ກະສິກຳ ແລະ ຫັດຖະກຳ
  • ກະສິກໍາ, ປ່າໄມ້
  • ​ສ້າງ​ຄວາມ​ສາ​ມາດ​,
  • ການພັດທະນາຊຸມຊົນ
  • ເສດຖະກິດ, ຂໍ້ມູນຂ່າວສານ, ວັດທະນາທໍາ ແລະ ການທ່ອງທ່ຽວ
  • ການສຶກສາ
  • ການສຶກສາ & ກິລາ
  • ສິ່ງແວດລ້ອມ
  • Forests
  • ບົດບາດຍິງຊາຍ ແລະ ກົດໝາຍ
  • ທົ່ວໄປ
  • ການປົກຄອງທີ່ດີ
  • ສາທາລະນະສຸກ
  • ມະນຸດສະທໍາ
  • ແຮງງານ, ຄວາມພິການ ແລະ ສະຫວັດດີການສັງຄົມ
  • ແຮງງານ, ຄວາມພິການ & ສະຫວັດດີການສັງຄົມ
  • ການສ້າງຄວາມອາດສາມາດ
  • ສ້າງຄວາມເຂັ້ມແຂງ
  • Rights to Health and Community Mobilization
  • ວັດທະນະທຳ-ສັງຄົມ
  • ການພັດທະນາຊົນນະບົດ
  • ການສ້າງຄວາມອາດສາມາດ ແລະ ສົ່ງເສີມອາຊີບ
22 ເດືອນທັນວາ 2025
ໃນວັນທີ 22 ທັນວາ 2025, ທີ່ນະຄອນຫຼວງວຽງຈັນ, ຄະນະກໍາມະການປະສານງານອົງການຈັດຕັ້ງສັງຄົມລາວ (LCCC) ພ້ອມດ້ວຍບັນດາອົງການຈັດຕັ້ງສັງຄົມລາວໄດ້ເຂົ້າຮ່ວມ ກອງປະຊຸມສໍາມະນາວິຊາການ ເນື່ອງ…
  • ກະສິກຳ ແລະ ຫັດຖະກຳ
  • ກະສິກໍາ, ປ່າໄມ້
  • ການພັດທະນາຊຸມຊົນ
  • ສິ່ງແວດລ້ອມ
  • Forests
  • ​ສ້າງ​ຄວາມ​ສາ​ມາດ​,
  • ການພັດທະນາຊຸມຊົນ
  • ການສຶກສາ
  • ການສຶກສາ & ກິລາ
  • ບົດບາດຍິງຊາຍ ແລະ ກົດໝາຍ
  • ການປົກຄອງທີ່ດີ
  • ສາທາລະນະສຸກ
  • ມະນຸດສະທໍາ
  • ແຮງງານ, ຄວາມພິການ ແລະ ສະຫວັດດີການສັງຄົມ
  • ກະສິກຳ ແລະ ຫັດຖະກຳ
  • ກະສິກໍາ, ປ່າໄມ້
  • ​ສ້າງ​ຄວາມ​ສາ​ມາດ​,
  • ການພັດທະນາຊຸມຊົນ
  • ເສດຖະກິດ, ຂໍ້ມູນຂ່າວສານ, ວັດທະນາທໍາ ແລະ ການທ່ອງທ່ຽວ
  • ການສຶກສາ
  • ການສຶກສາ & ກິລາ
  • ສິ່ງແວດລ້ອມ
  • Forests
  • ບົດບາດຍິງຊາຍ ແລະ ກົດໝາຍ
  • ທົ່ວໄປ
  • ການປົກຄອງທີ່ດີ
  • Health and Agriculture
  • ສາທາລະນະສຸກ
  • ມະນຸດສະທໍາ
  • ແຮງງານ, ຄວາມພິການ ແລະ ສະຫວັດດີການສັງຄົມ
  • ແຮງງານ, ຄວາມພິການ & ສະຫວັດດີການສັງຄົມ
  • ການສ້າງຄວາມອາດສາມາດ
  • ສາທາລະນະສຸກ
  • ສ້າງຄວາມເຂັ້ມແຂງ
  • Rights to Health and Community Mobilization
  • ວັດທະນະທຳ-ສັງຄົມ
  • ການພັດທະນາຊົນນະບົດ
  • ການສ້າງຄວາມອາດສາມາດ ແລະ ສົ່ງເສີມອາຊີບ
  • ກະສິກຳ ແລະ ຫັດຖະກຳ
  • ກະສິກໍາ, ປ່າໄມ້
  • ​ສ້າງ​ຄວາມ​ສາ​ມາດ​,
  • ການພັດທະນາຊຸມຊົນ
  • ເສດຖະກິດ, ຂໍ້ມູນຂ່າວສານ, ວັດທະນາທໍາ ແລະ ການທ່ອງທ່ຽວ
  • ການສຶກສາ
  • ການສຶກສາ & ກິລາ
  • ສິ່ງແວດລ້ອມ
  • Forests
  • ບົດບາດຍິງຊາຍ ແລະ ກົດໝາຍ
  • ທົ່ວໄປ
  • ການປົກຄອງທີ່ດີ
  • Health and Agriculture
  • ສາທາລະນະສຸກ
  • ມະນຸດສະທໍາ
  • ແຮງງານ, ຄວາມພິການ ແລະ ສະຫວັດດີການສັງຄົມ
  • ແຮງງານ, ຄວາມພິການ & ສະຫວັດດີການສັງຄົມ
  • ການສ້າງຄວາມອາດສາມາດ
  • ສາທາລະນະສຸກ
  • ສ້າງຄວາມເຂັ້ມແຂງ
  • Rights to Health and Community Mobilization
  • ວັດທະນະທຳ-ສັງຄົມ
  • ການພັດທະນາຊົນນະບົດ
  • ການສ້າງຄວາມອາດສາມາດ ແລະ ສົ່ງເສີມອາຊີບ
  • ກະສິກໍາ, ປ່າໄມ້
  • ເສດຖະກິດ, ຂໍ້ມູນຂ່າວສານ, ວັດທະນາທໍາ ແລະ ການທ່ອງທ່ຽວ
  • ການສຶກສາ & ກິລາ
  • ສິ່ງແວດລ້ອມ
  • ທົ່ວໄປ
  • ການປົກຄອງທີ່ດີ
  • ແຮງງານ, ຄວາມພິການ & ສະຫວັດດີການສັງຄົມ
  • ສາທາລະນະສຸກ
On 27 October 2023, 23 Lao Civil Society Organisations (CSOs) signed commitments to strengthen their organisational capacity and dialogue skills through a “lear…
  • ກະສິກໍາ, ປ່າໄມ້
  • ເສດຖະກິດ, ຂໍ້ມູນຂ່າວສານ, ວັດທະນາທໍາ ແລະ ການທ່ອງທ່ຽວ
  • ການສຶກສາ & ກິລາ
  • ສິ່ງແວດລ້ອມ
  • ທົ່ວໄປ
  • ການປົກຄອງທີ່ດີ
  • ແຮງງານ, ຄວາມພິການ & ສະຫວັດດີການສັງຄົມ
  • ສາທາລະນະສຸກ
On October 17th and 18th, 2023, the planning committee for the 2023 Lao CSO Fairs, chaired by LCCC's Dr. Chansy Phimphachan, traveled to Luang Prabang to finali…
ແຈ້ງການ  ເຖິງ: ບັນນດາສະມາຄົມ, ມູນນິທິ ທີ່ເຄື່ອນໄຫວປະກອບສ່ວນໃນການສະໜັບສະໜູນ,  ຊ່ວຍເຫຼືອ ແລະ ພັດທະນາວຽກງານດ້ານສະຫວັດດີການສັງຄົມ  ເລື່ອງ: ການຄັດເລືອກບັນດາສະມາຄົມ, ມູນນິທິ ທີ່ມີຜົນງານໃນການສະໜັບສະໜູນ ຊ່ວຍເຫຼືອ ແລະ ພັດທະນາ ດ້ານສະຫວັດດີການສັງຄົມ ເພື່ອຮັບລາງວັນອາຊຽນ  ຄັ້ງທີ 03 ທີ່ ປະເທດ ສສ ຫວຽດນາມ.
  • ກະສິກໍາ, ປ່າໄມ້
  • ເສດຖະກິດ, ຂໍ້ມູນຂ່າວສານ, ວັດທະນາທໍາ ແລະ ການທ່ອງທ່ຽວ
  • ການສຶກສາ & ກິລາ
  • ສິ່ງແວດລ້ອມ
  • ທົ່ວໄປ
  • ການປົກຄອງທີ່ດີ
  • ແຮງງານ, ຄວາມພິການ & ສະຫວັດດີການສັງຄົມ
  • ສາທາລະນະສຸກ
ແຈ້ງການ ເຖິງ: ບັນນດາສະມາຄົມ, ມູນນິທິ ທີ່ເຄື່ອນໄຫວປະກອບສ່ວນໃນການສະໜັບສະໜູນ,ຊ່ວຍເຫຼືອ ແລະ ພັດທະນາວຽກງານດ້ານສະຫວັດດີການສັງຄົມ ທີ່ນັບຖື. ເລື່ອງ: ການຄັດເລືອກບັນດາສ…
  • ກະສິກໍາ, ປ່າໄມ້
  • ເສດຖະກິດ, ຂໍ້ມູນຂ່າວສານ, ວັດທະນາທໍາ ແລະ ການທ່ອງທ່ຽວ
  • ການສຶກສາ & ກິລາ
  • ສິ່ງແວດລ້ອມ
  • ທົ່ວໄປ
  • ການປົກຄອງທີ່ດີ
  • ແຮງງານ, ຄວາມພິການ & ສະຫວັດດີການສັງຄົມ
  • ສາທາລະນະສຸກ
The Lao CSO Coordination Committee (LCCC), in collaboration with the committee overseeing the ASEAN Peoples' Forum (APF) and representatives from Lao CSOs parti…
Lao CSOs exchange lessons on advocacy and organisational growth
  • ກະສິກໍາ, ປ່າໄມ້
  • ເສດຖະກິດ, ຂໍ້ມູນຂ່າວສານ, ວັດທະນາທໍາ ແລະ ການທ່ອງທ່ຽວ
  • ການສຶກສາ & ກິລາ
  • ສິ່ງແວດລ້ອມ
  • ທົ່ວໄປ
  • ການປົກຄອງທີ່ດີ
  • ແຮງງານ, ຄວາມພິການ & ສະຫວັດດີການສັງຄົມ
  • ສາທາລະນະສຸກ
On June 20-22, 2023, the CiSAC project organized the "Lao CSOs Learning Exchange Workshop on Capacity Building for Sustainability" in Luang Prabang Province. …
  • ກະສິກໍາ, ປ່າໄມ້
  • ການສຶກສາ & ກິລາ
  • ທົ່ວໄປ
  • ແຮງງານ, ຄວາມພິການ & ສະຫວັດດີການສັງຄົມ
  • ສາທາລະນະສຸກ
On August 17, 2023, Dr. Chansy Phimphachan, the Head of the Lao CSO Coordination Committee (LCCC), along with the secretariat of the Lao CSO Coordination Commit…