Lao CSO Platform

ອົງການຈັດຕັ້ງສັງຄົມລາວ

Lao Civil Society Organizations Platform

ອົງການຈັດຕັ້ງສັງຄົມລາວ

Lao Civil Society Organizations Platform

ອົງການຈັດຕັ້ງສັງຄົມລາວຊ່ວຍເຫຼືອຄອບຄົວທີ່ຖືກຜົນກະທົບຈາກພະຍາດໂຄວິດໃນ 10 ແຂວງ

ໃນວັນພະຫັດ ທີ 24 ສິງຫາ 202322 ອົງການຈັດຕັ້ງສັງຄົມ (CSO) ໄດ້ປິດໂຄງການຕອບໂຕ້ COVID-19 ທີ່ໄດ້ຮັບທຶນຈາກສະຫະພາບເອີຣົບເປັນເວລາ 3 ປີ. ໂຄງການ ‘ການປະກອບສ່ວນຂອງອົງການຈັດຕັ້ງສັງຄົມລາວ ເພື່ອປ້ອງກັນ ແລະ ຫຼຸດຜ່ອນຄວາມສ່ຽງຈາກພະຍາດ ໂຄວິດ-19’ (CiSAC-19) ໄດ້ຕອບໂຕ້ກັບການລະບາດຂອງພະຍາດໂຄວິດ-19 ດ້ວຍກິດຈະກຳປ້ອງກັນ ແລະ ຟື້ນຟູຊີວິດການເປັນຢູ່ທັງໝົດເຖິງ 1,150 ກິດຈະກຳ.

ໂຄງການ CISAC ໄດ້ຊ່ວຍປະຊາຊົນຫຼາຍກວ່າ 164,000 ຄົນໂດຍການສະກັດກັ້ນການແຜ່ລະບາດຂອງພະຍາດ COVID 10 ແຂວງທົ່ວປະເທດໃນຊ່ວງໄລຍະມີການແຜ່ລະບາດ. ໂດຍການສົມທົບກັບລັດຖະບານທຸກຂັ້ນ, ອົງການຈັດຕັ້ງສັງຄົມໄດ້ເຜີຍແຜ່ຂໍ້ມູນການປ້ອງກັນພະຍາດໂຄວິດໄປທົ່ວ 218 ບ້ານໃນ 34 ເມືອງ. ໃນນັ້ນລວມທັງການເຄື່ອນໄຫວປູກຈິດສຳນຶກຢູ່ໂຮງຮຽນ 130 ແຫ່ງ, ສຸກສາລາ 40 ແຫ່ງ ແລະ ຕະຫຼາດ 8 ແຫ່ງ, ພ້ອມທັງສ້າງອ່າງລ້າງມືຫຼາຍກວ່າ 300 ແຫ່ງ ແລະ ເຂົ້າເຖິງປະຊາຊົນນັບພັນຄົນໃນການໃຫ້ຄວາມຮູ້ການສັກຢາວັກຊີນ.

ທ່ານ ນາງ ອີນ່າ, ເອກອັກຄະລັດຖະທູດສະຫະພາບເອີຣົບປະຈຳລາວ. ໄດ້ຕີລາຄາບົດບາດສຳຄັນຂອງອົງການຈັດຕັ້ງສັງຄົມໃນການ ສະໜັບສະໜູນໂຄງການຕອບໂຕ້ແຫ່ງຊາດ: ໂຄງການ CiSAC ເປັນຫຼັກຖານທີ່ດີຂອງການຮ່ວມມືລະຫວ່າງສະຫະພາບເອີຣົບ, ລັດຖະບານ, ອົງການຈັດຕັ້ງສາກົນ ແລະ ອົງການຈັດຕັ້ງສັງຄົມລາວ, ສາມາດໃຫ້ຜົນໄດ້ຮັບທີ່ປະສົບຜົນສໍາເລັດແລະມີຄຸນນະພາບທີ່ມີຜົນໄດ້ຮັບບທີ່ເຫັນໄດ້ຊັດເຈນ. ໂຄງການດັ່ງກ່າວຊ່ວຍເພີ່ມທະວີການພົວພັນ ແລະ ສ້າງຄວາມໄວ້ເນື້ອເຊື່ອໃຈລະຫວ່າງອົງການປົກຄອງທ້ອງຖິ່ນ ແລະ ອົງການຈັດຕັ້ງສັງຄົມລາວ, ສະແດງໃຫ້ເຫັນວ່າ ອົງການຈັດຕັ້ງສັງຄົມລາວສາມາດປະກອບສ່ວນຢ່າງມີປະສິດທິຜົນເຂົ້າໃນວາລະເປົ້າໝາຍການພັດທະນາແບບຍື່ນຍົງ ແລະ ໃນໄລຍະເກີດວິກິດການສຸກເສີນ.. ໂຄງການນີ້ບໍ່ພຽງແຕ່ຫຼຸດຜ່ອນອັດຕາການເສຍຊີວິດ ແລະ ປ້ອງກັນການເຈັບປ່ວຍເທົ່ານັ້ນແຕ່ຍັງໄດ້ສະໜັບສະໜູນການຟື້ນຟູເສດຖະກິດຂອງຫຼາຍພັນຄອບຄົວໃນທົ່ວ ສປປ ລາວ.

ດຣ ໄພວັນ ແກ້ວປະເສີດ, ຮອງລັດຖະມົນຕີກະຊວງສາທາລະນະສຸກ ໄດ້ກ່າວວ່າ : “ກະຊວງສາທາລະນະສຸກຊົມເຊີຍການຮ່ວມ ມືລະຫວ່າງລັດຖະບານ ແລະ ອົງການຈັດຕັ້ງສັງຄົມລາວ ໃນການຕອບໂຕ້ກັບການລະບາດຂອງພະຍາດໂຄວິດ.ການຮ່ວມມືນີ້ແມ່ນເປັນແບບຢ່າງຂອງການເຮັດວຽກຮ່ວມກັນທີ່ເຮັດໃຫ້ພວກເຮົາສາມາດຮັບມືກັບສິ່ງທ້າທາຍໃນທົ່ວໂລກຢ່າງສຳເລັດຜົນ.

ທ່ານນາງ ແຄໂຣລ ໂມແທນສັນ ອໍານວຍການ ອົງການແພລນ ສາກົນ ປະຈໍາ ສປປ ລາວໄດ້ກ່າວຊົມເຊີຍຜົນໄດ້ຮັບຈາກຄູ່ຮ່ວມງານທັງໝົດວ່າ: “ໂຄງການ CISAC ໄດ້ຮັບຜົນສຳເລັດຫລາຍໃນການຊ່ວຍເຫຼືອບັນດາຄອບຄົວເພື່ອຫຼຸດຜ່ອນຜົນກະທົບຈາກພະຍາດໂຄວິດ. ອົງການແພລນ ສາກົນ ປະຈໍາ ສປປ ລາວມີຄວາມພາກພູມໃຈທີ່ໄດ້ຮ່ວມມືກັບອົງການຈັດຕັ້ງສັງຄົມລາວ ອີກຄັ້ງໃນການຈັດປະຕິບັດຄັ້ງນີ້ ແລະ ຂໍສະແດງຄວາມຂອບໃຈມາຍັງກະຊວງສາທາລະນະສຸກ ແລະ ກະຊວງແຮງງານ ແລະ ສະຫວັດດີການ ສັງຄົມທີ່ໄດ້ໃຫ້ການສະໜັບສະໜູນຢ່າງເຕັມທີ່ໃນລະດັບຊາດ, ຂັ້ນແຂວງ ແລະ ຂັ້ນເມືອງໃນໂຄງການນີ້.”

ໃນໄລຍະ 12 ເດືອນຜ່ານມາ, ອົງການຈັດຕັ້ງສັງຄົມລາວ ໄດ້ສຸມໃສ່ການຟື້ນຟູຊີວິດການເປັນຢູ່ເພື່ອແກ້ໄຂຜົນກະ ທົບດ້ານເສດຖະກິດຈາກພະຍາດໂຄວິດ ແລະ ອັດຕາເງິນເຟີ້ຕຕໍ່ຄອບຄົວທີ່ເຮັດວຽກ. ປະຊາຊົນຫຼາຍກວ່າ 5.100 ຄົນໄດ້ຮັບ ການສະໜັບສະໜູນເພື່ອຟື້ນຟູຊີວິດການເປັນຢູ່ຂອງເຂົາເຈົ້າດ້ວຍກິດຈະກໍາຕ່າງໆເປັນຕົ້ນແມ່ນເຮືອນຮົ່ມສຳລັບສວນຜັກ, ທຶນຂະ ໜາດນ້ອຍເພື່ອການສຶກສາ ແລະ ການລ້ຽງກົບລວມທັງເຄື່ອງຫັດຖະກໍາ, ການຜະລິດສະບູ ແລະ ຜະລິດຕະພັນກວນໝາກໄມ້ເຊິ່ງຊີວິດການເປັນຢູ່ເຫຼົ່ານີ້ກຳລັງຊ່ວຍໃຫ້ປະຊາຊົນມີລາຍໄດ້ເພີ່ມຂຶ້ນ.

ທ່ານດຣ ຈັນສີ ພິມມະຈັນ ຫົວໜ້າຄະນະກຳມະການອົງການຈັດຕັ້ງສັງຄົມລາວ (LCCC) ກ່າວໃນໂອກາດນີ້ວ່າ: “ອົງການຈັດຕັ້ງ ສັງຄົມລາວ ໄດ້ຕອບສະໜອງວຽກງານປ້ອງກັນພະຍາດໂຄວິດນັບແຕ່ປີ 2020 ເປັນຕົ້ນມາ ແລະ ໄດ້ຈັດຕັ້ງປະຕິບັດຫຼາຍກວ່າ 1,150 ກິດຈະກຳ ນັບຕັ້ງແຕ່ອົງການຈັດຕັ້ງສັງຄົມລາວໄດ້ຮັບທຶນພາຍໃຕ້ໂຄງການ CISAC ໃນເດືອນພຶດສະພາ ປີ 2021.. ໂຄງການເຫຼົ່ານີ້ບໍ່ພຽງແຕ່ໄດ້ສະໜັບສະໜູນຊຸມຊົນເພື່ອປ້ອງກັນພະຍາດໂຄວິດໂດຍການປະຕິບັດສຸຂະອະນາໄມທີ່ດີຂຶ້ນ ແລະ ການສັກຢາວັກຊີນເພີ້ມຂຶ້ນເທົ່ານັ້ນ, ແຕ່ຍັງໄດ້ສຸມໃສ່ແກ້ໄຂຜົນກະທົບທາງລົບຈາກພະຍາດໂຄວິດ, ລວມທັງພາລະດ້ານສັງຄົມ ແລະ ການເງິນຂອງຄອບຄົວປະຊາຊົນລາວ.. ໂຄງການເຫຼົ່ານີ້ໄດ້ຊ່ວຍໃຫ້ແມ່ຍິງ, ເດັກຍິງ ແລະ ຊຸມຊົນຂອງເຂົາເຈົ້າໃນການປ້ອງກັນ ແລະ ຟື້ນຕົວຈາກພະຍາດໂຄວິດ.”-19.”

ໂຄງການ CiSAC ໄດ້ຖືກຈັດຕັ້ງປະຕິບັດໂດຍການຮ່ວມມືລະຫວ່າງກະຊວງສາທາລະນະສຸກ, ສະມາຄົມພັດທະນາກະສິກຳ ແລະ ສິ່ງແວດລ້ອມແບບຍືນຍົງ (SAEDA), ສະມາຄົມສູຂະພາບຊຸມຊົນ ແລະ ການມີສ່ວນຮ່ວມ (CHIAS) ແລະ ອົງການແພລນ ສາກົນ ປະຈໍາ ສປປ ລາວ ພາຍໃຕ້ການຊີ້ນຳ ແລະ ຫ້ອງການປະສານງານອົງການຈັດຕັ້ງສັງຄົມ (LCCO).

ບັນດາສະມາຄົມທີ່ຕອບສະໜອງໃນໂຄງການນີ້ລວມມີ: ສະມາຄົມແມ່ຍີງຮ່ວມໃຈພັດທະນາ (MHP) ແລະ ສະມາຄົມສົ່ງເສີມຄວາມຮູ້ເພື່ອການພັດທະນາຊົນນະບົດແບບມີສ່ວນຮ່ວມ (CAMKID) ແຂວງບໍ່ແກ້ວ; ສະມາຄົມສົ່ງເສີມສຸຂະພາບຄອບຄົວ (PFHA) ແລະ ເຄືອຂ່າຍເພື່ອການພັດທະນາສັງຄົມ (SODA) ແຂວງຫຼວງນ້ຳທາ; ສະມາຄົມຮ່ວມໃຈພັດທະນາ (SDA) ແລະ ສະມາຄົມຊ່ວຍເຫຼືອເຊິ່ງກັນ ແລະ ກັນ (AMA) ແຂວງຫຼວງພະບາງ; ສະມາຄົມສົ່ງເສີມການນຳໃຊ້ຊັບພະຍາກອນ ທຳມະຊາ ແບບຍືນຍົງ (PSNUA) ແລະ ສະມາຄົມຮ່ວມໃຈອາສາສະມັກ ( HJA) ແຂວງ ໄຊຍະບູລີ ; ສະມາຄົມສົ່ງເສີມຄວາມຮູ້ກ່ຽວກັບການຄົ້ນຄວ້າ ແລະ ພັດທະນາຊົນນະບົດ (RRDPA) ແລະ ສະມາຄົມພັດທະນາບົດບາດຍິງຊາຍ (GDA) ແຂວງວຽງຈັນ; ສະມາຄົມພັດທະນາແມ່ຍິງ ແລະ ການສຶກສາກົດໝາຍ (ADWLE) ແລະ ສະມາຄົມສົ່ງເສີມແຮງງານນອກລະບົບ (IWAA) ນະຄອນຫຼວງວຽງຈັນ; ສະມາຄົມສົ່ງເສີມການຮຽນຮູ້ເພື່ອການພັດທະນາ (LDA) ແລະ ສະມາຄົມສົ່ງເສີມທັກສະຊີວິດ ເດັກນ້ອຍ ແລະ ໄວໜຸ່ມ (APPREN) ແຂວງບໍລິຄຳໄຊ ; ສະມາຄົມນຳ້ໃຈຊາວບ້ານ (NCA) ແລະ ສະມາຄົມ ເຄືອຂ່າຍຜູ້ຕິດເຊື້ອເຮສໄອວີເອດ ( APL+) ແຂວງ ຄຳມ່ວນ ; ສະມາຄົມພັດທະນາຊຸມຊົນ (CODA) ແລະ ສະມາຄົມຕະກຽງລາວ (TKL) ແຂວງສະຫວັນນະເຂດ, ແລະ ສະມາຄົມ ຄົນພິການແຫ່ງຊາດ ສາຂາແຂວງຈຳປາສັກ (LDPA.CPS) ແລະ ສະມາຄົມພັດທະນາຊຸມຊົນເມືອງໂຂງ (KCDA) ແຂວງຈຳປາສັກ.

ການໃຫ້ທຶນຂອງໂຄງການ CISAC ແມ່ນສ່ວນຫນຶ່ງຂອງທີມເອີຣົບຕອບໂຕ້ພະຍາດໂຄວິດ, ສະຫນອງໂດຍສະຫະພາບເອີຣົບ ເພື່ອແນໃສ່ສະໜັບສະໜູນລັດຖະບານແຫ່ງ ສປປ ລາວ ເພື່ອຫລຸດຜ່ອນຜົນກະທົບດ້ານສຸຂະພາບ, ເສດຖະກິດ ແລະ ສັງຄົມ ຈາກພະຍາດລະບາດ ແລະ ເພີ່ມທະວີການຮ່ວມມືຢ່າງມີປະສິດທິຜົນກັບບັນດາອົງການຈັດຕັ້ງສັງຄົມ. ທຶນທີ່ສະໜອງໃຫ້ພາຍ ໃຕ້ໂຄງການນີ້ແມ່ນສະເພາະສໍາລັບອົງການຈັດຕັ້ງສັງຄົມລາວ. ສະຫະພາບເອີຣົບຍັງໄດ້ຈັດຕັ້ງປະຕິບັດໂຄງການກັບກະຊວງ ສາທາ ລະນະສຸກ ແລະ ອົງການອະນາໄມໂລກລວມທັງການສະຫນອງທຶນເພື່ອສະຫນັບສະຫນູນລັດຖະບານເພື່ອຕອບໂຕ້ພະຍາດໂຄວິດໂດຍກົງ. ນີ້ເປັນຄວາມພະຍາຍາມຂອງໂລກ ແລະ ສະຫະພາບເອີຣົບພູມໃຈທີ່ໄດ້ຮ່ວມມືກັບລັດຖະບານລາວ ແລະ ອົງການ ຈັດຕັ້ງສັງຄົມລາວເພື່ອຫຼຸດຜ່ອນຜົນກະທົບທາງລົບຈາກພະຍາດນີ້ບໍ່ວ່າຈະເປັນທັງຜົນກະທົບຕໍ່ສຸຂະພາບກໍ່ຄືຜົນກະທົບຕໍ່ ຊີວິດການເປັນຢູ່.

More information about

 

CISAC Project Facebook Page

https://www.facebook.com/CISAClaos

 
Communication Centre for Education and Health

https://www.facebook.com/CIEH.MoH.Lao

Department of Communicable Disease Control

http://cdc.gov.la/index.php/en/home/

 
The European Union in Laos

https://eeas.europa.eu/delegations/lao-pdr_en

https://www.facebook.com/EUinlaos/

Plan International Laos

http://plan-international.org/laos/

https://www.facebook.com/planinlaos/

 
Community Health and Inclusion Association (CHIas)

https://www.facebook.com/chiaslaoscso.org/

Sustainable Agriculture and Environment for Development Association (SAEDA)

https://saeda.net/

https://www.facebook.com/Saedalaopage/
 
Lao CSO Coordination Office

https://laocso.org/covid-19

https://www.facebook.com/lccolaos

 

Contacts

ຕິດຕໍ່: Mr. Nalongsak Xayalath

ອີເມວ: nalongsak.xayalath@plan-international.org

Mobile: 020 5894 7789

Related News

  • ກະສິກໍາ, ປ່າໄມ້ & ການພັດທະນາຊົນນະບົດ
  • ເສດຖະກິດ, ຂໍ້ມູນຂ່າວສານ, ວັດທະນາທໍາ ແລະ ການທ່ອງທ່ຽວ
  • ການສຶກສາ & ກິລາ
  • ສິ່ງແວດລ້ອມ
  • ທົ່ວໄປ
  • ການປົກຄອງທີ່ດີ
  • ແຮງງານ, ຄວາມພິການ & ສະຫວັດດີການສັງຄົມ
  • ສາທາລະນະສຸກ
10 ເດືອນມີນາ 2024
Representatives of the Lao Civil Society Organization Coordination Committee (LCCC) participated in the One ASEAN One Response (OAOR) Roadshow held on June 10, 2024 in Vi…
  • ກະສິກໍາ, ປ່າໄມ້ & ການພັດທະນາຊົນນະບົດ
  • ເສດຖະກິດ, ຂໍ້ມູນຂ່າວສານ, ວັດທະນາທໍາ ແລະ ການທ່ອງທ່ຽວ
  • ການສຶກສາ & ກິລາ
  • ສິ່ງແວດລ້ອມ
  • ທົ່ວໄປ
  • ການປົກຄອງທີ່ດີ
  • ແຮງງານ, ຄວາມພິການ & ສະຫວັດດີການສັງຄົມ
  • ສາທາລະນະສຸກ
  • ກະສິກໍາ, ປ່າໄມ້ & ການພັດທະນາຊົນນະບົດ
  • ເສດຖະກິດ, ຂໍ້ມູນຂ່າວສານ, ວັດທະນາທໍາ ແລະ ການທ່ອງທ່ຽວ
  • ການສຶກສາ & ກິລາ
  • ສິ່ງແວດລ້ອມ
  • ການປົກຄອງທີ່ດີ
  • ແຮງງານ, ຄວາມພິການ & ສະຫວັດດີການສັງຄົມ
  • ສາທາລະນະສຸກ
  • ກະສິກໍາ, ປ່າໄມ້ & ການພັດທະນາຊົນນະບົດ
  • ເສດຖະກິດ, ຂໍ້ມູນຂ່າວສານ, ວັດທະນາທໍາ ແລະ ການທ່ອງທ່ຽວ
  • ການສຶກສາ & ກິລາ
  • ສິ່ງແວດລ້ອມ
  • ແຮງງານ, ຄວາມພິການ & ສະຫວັດດີການສັງຄົມ
  • ສາທາລະນະສຸກ
  • ກະສິກໍາ, ປ່າໄມ້ & ການພັດທະນາຊົນນະບົດ
  • ເສດຖະກິດ, ຂໍ້ມູນຂ່າວສານ, ວັດທະນາທໍາ ແລະ ການທ່ອງທ່ຽວ
  • ການສຶກສາ & ກິລາ
  • ສິ່ງແວດລ້ອມ
  • ທົ່ວໄປ
  • ການປົກຄອງທີ່ດີ
  • ແຮງງານ, ຄວາມພິການ & ສະຫວັດດີການສັງຄົມ
  • ສາທາລະນະສຸກ
On 27 October 2023, 23 Lao Civil Society Organisations (CSOs) signed commitments to strengthen their organisational capacity and dialogue skills through a “lear…
  • ກະສິກໍາ, ປ່າໄມ້ & ການພັດທະນາຊົນນະບົດ
  • ເສດຖະກິດ, ຂໍ້ມູນຂ່າວສານ, ວັດທະນາທໍາ ແລະ ການທ່ອງທ່ຽວ
  • ການສຶກສາ & ກິລາ
  • ສິ່ງແວດລ້ອມ
  • ທົ່ວໄປ
  • ການປົກຄອງທີ່ດີ
  • ແຮງງານ, ຄວາມພິການ & ສະຫວັດດີການສັງຄົມ
  • ສາທາລະນະສຸກ
On October 17th and 18th, 2023, the planning committee for the 2023 Lao CSO Fairs, chaired by LCCC's Dr. Chansy Phimphachan, traveled to Luang Prabang to finali…
ແຈ້ງການ  ເຖິງ: ບັນນດາສະມາຄົມ, ມູນນິທິ ທີ່ເຄື່ອນໄຫວປະກອບສ່ວນໃນການສະໜັບສະໜູນ,  ຊ່ວຍເຫຼືອ ແລະ ພັດທະນາວຽກງານດ້ານສະຫວັດດີການສັງຄົມ  ເລື່ອງ: ການຄັດເລືອກບັນດາສະມາຄົມ, ມູນນິທິ ທີ່ມີຜົນງານໃນການສະໜັບສະໜູນ ຊ່ວຍເຫຼືອ ແລະ ພັດທະນາ ດ້ານສະຫວັດດີການສັງຄົມ ເພື່ອຮັບລາງວັນອາຊຽນ  ຄັ້ງທີ 03 ທີ່ ປະເທດ ສສ ຫວຽດນາມ.
  • ກະສິກໍາ, ປ່າໄມ້ & ການພັດທະນາຊົນນະບົດ
  • ເສດຖະກິດ, ຂໍ້ມູນຂ່າວສານ, ວັດທະນາທໍາ ແລະ ການທ່ອງທ່ຽວ
  • ການສຶກສາ & ກິລາ
  • ສິ່ງແວດລ້ອມ
  • ທົ່ວໄປ
  • ການປົກຄອງທີ່ດີ
  • ແຮງງານ, ຄວາມພິການ & ສະຫວັດດີການສັງຄົມ
  • ສາທາລະນະສຸກ
ແຈ້ງການ ເຖິງ: ບັນນດາສະມາຄົມ, ມູນນິທິ ທີ່ເຄື່ອນໄຫວປະກອບສ່ວນໃນການສະໜັບສະໜູນ,ຊ່ວຍເຫຼືອ ແລະ ພັດທະນາວຽກງານດ້ານສະຫວັດດີການສັງຄົມ ທີ່ນັບຖື. ເລື່ອງ: ການຄັດເລືອກບັນດາສ…
  • ກະສິກໍາ, ປ່າໄມ້ & ການພັດທະນາຊົນນະບົດ
  • ເສດຖະກິດ, ຂໍ້ມູນຂ່າວສານ, ວັດທະນາທໍາ ແລະ ການທ່ອງທ່ຽວ
  • ການສຶກສາ & ກິລາ
  • ສິ່ງແວດລ້ອມ
  • ທົ່ວໄປ
  • ການປົກຄອງທີ່ດີ
  • ແຮງງານ, ຄວາມພິການ & ສະຫວັດດີການສັງຄົມ
  • ສາທາລະນະສຸກ
The Lao CSO Coordination Committee (LCCC), in collaboration with the committee overseeing the ASEAN Peoples' Forum (APF) and representatives from Lao CSOs parti…
Lao CSOs exchange lessons on advocacy and organisational growth
  • ກະສິກໍາ, ປ່າໄມ້ & ການພັດທະນາຊົນນະບົດ
  • ເສດຖະກິດ, ຂໍ້ມູນຂ່າວສານ, ວັດທະນາທໍາ ແລະ ການທ່ອງທ່ຽວ
  • ການສຶກສາ & ກິລາ
  • ສິ່ງແວດລ້ອມ
  • ທົ່ວໄປ
  • ການປົກຄອງທີ່ດີ
  • ແຮງງານ, ຄວາມພິການ & ສະຫວັດດີການສັງຄົມ
  • ສາທາລະນະສຸກ
On June 20-22, 2023, the CiSAC project organized the "Lao CSOs Learning Exchange Workshop on Capacity Building for Sustainability" in Luang Prabang Province. …
  • ກະສິກໍາ, ປ່າໄມ້ & ການພັດທະນາຊົນນະບົດ
  • ການສຶກສາ & ກິລາ
  • ທົ່ວໄປ
  • ແຮງງານ, ຄວາມພິການ & ສະຫວັດດີການສັງຄົມ
  • ສາທາລະນະສຸກ
On August 17, 2023, Dr. Chansy Phimphachan, the Head of the Lao CSO Coordination Committee (LCCC), along with the secretariat of the Lao CSO Coordination Commit…
12