ຜູ້ຊ່ວຍໂຄງການ ໄລຍະສັ້ນ (4 ເດືອນ)
ປະກາດຮັບສະໝັກວຽກ: ຜູ້ຊ່ວຍໂຄງການ ໄລຍະສັ້ນ (4 ເດືອນ) ອົງການ: ສະມາຄົມແມ່ຍິງຮ່ວມໃຈພັດທະນາ (MHP)ສະຖານທີ່ເຮັດວຽກ: ເມືອງຫ້ວຍຊາຍ, ແຂວງບໍ່ແກ້ວຊື່ໂຄງການ: ໂຄງການປັບປຸງຊີວິດການເປັນຢູ່ຂອງຊຸມຊົນເຂດພູດອຍເພື່ອຮັບມືກັບການປ່ຽນແປງດິນຟ້າອາກາດ (CCA)ໄລຍະເວລາສັນຍາ: 4 ເດືອນ (ເດືອນມີນາ – ມິຖຸນາ 2026)ປິດຮັບສະໝັກ: 28 ກຸມພາ 2026 1. ເງື່ອນໄຂຜູ້ສະໝັກ: ເພດຍິງ ຫຼື ເພດຊາຍ, ອາຍຸ 25-45 ປີ, ສັນຊາດລາວ. ຈົບການສຶກສາລະດັບ ປະລິນຍາຕີ ຂຶ້ນໄປ ດ້ານກະສິກຳ-ປ່າໄມ້ ຫຼື ຂະແໜງການທີ່ກ່ຽວຂ້ອງ. ມີປະສົບການເຮັດວຽກພາກສະໜາມ ຫຼື ວຽກໂຄງການ 4-5 ປີ ຂຶ້ນໄປ. ສາມາດນຳໃຊ້ຄອມພິວເຕີ (MS Office, Internet, Email) ໄດ້ເປັນຢ່າງດີ. ມີຄວາມຮູ້ດ້ານພາສາອັງກິດ (ຈະພິຈາລະນາເປັນພິເສດ).[ 2. ເອກະສານປະກອບການສະໝັກ: ຊີວະປະຫວັດ (CV), ໃບປະກາດ, ໃບຢັ້ງຢືນການເຮັດວຽກ. ສຳເນົາບັດປະຈຳຕົວ/ສຳມະໂນຄົວ, ໃບແຈ້ງໂທດ, ໃບກວດສຸຂະພາບ […]
Water Management Specialist
Vacancy for Water Management Specialist Lao Farmer Association (LFA) is national farmer organization established since 2014 working across the country. LFA is looking for a committed full-time staff to be working at least from 2026-2028 on the position of “Water Management Specialist” to be based mainly in Xiengkhouang (Kham and Paek district) and Hoaphan province […]
ວິຊາການການເງິນໂຄງການ
ປະກາດຮັບສະໝັກງານ ສະມາຄົມຕະກຽງລາວ ມີຄວາມປະສົງຈະຮັບສະໝັກບຸກຄະລາກອນທີ່ມີຄວາມຮູ້ຄວາມສາມາດ ເຂົ້າມາຮ່ວມງານໃນຕຳແໜ່ງດັ່ງນີ້: ຕຳແໜ່ງ: ວິຊາການການເງິນໂຄງການ ສະຖານທີ່ເຮັດວຽກ: ສະມາຄົມຕະກຽງລາວ, ນະຄອນຫຼວງວຽງຈັນ ສາຍການລາຍງານ: ລາຍງານໂດຍກົງຕໍ່ ຜູ້ບໍລິຫານໂຄງການ ແລະ ຜູ້ອຳນວຍການ 1. ພາບລວມຂອງຕຳແໜ່ງ ວິຊາການການເງິນໂຄງການ ມີໜ້າທີ່ຫຼັກໃນການຄຸ້ມຄອງ, ຕິດຕາມ ແລະ ວາງແຜນດ້ານການເງິນທັງໝົດຂອງໂຄງການ ພາຍໃຕ້ການຊີ້ນຳຂອງສະມາຄົມຕະກຽງລາວ. ຜູ້ຮັບຜິດຊອບຕຳແໜ່ງນີ້ ຕ້ອງຮັບປະກັນວ່າທຸກໆທຸລະກຳທາງການເງິນແມ່ນຖືກຕ້ອງຕາມລະບຽບການ, ມີຄວາມໂປ່ງໃສ ແລະ ສອດຄ່ອງກັບແຜນງົບປະມານທີ່ວາງໄວ້. 2. ໜ້າທີ່ ແລະ ຄວາມຮັບຜິດຊອບ 2.1 ການວາງແຜນ ແລະ ຄຸ້ມຄອງງົບປະມານ: ປະສານງານກັບຜູ້ບໍລິຫານໂຄງການ ເພື່ອຈັດເຮັດແຜນງົບປະມານປະຈຳເດືອນ, ໄຕມາດ ແລະ ປີ. ວິເຄາະ ແລະ ປຽບທຽບລາຍຈ່າຍຕົວຈິງກັບແຜນງົບປະມານ ເພື່ອຄວບຄຸມບໍ່ໃຫ້ລາຍຈ່າຍເກີນແຜນການທີ່ກຳນົດໄວ້. ໃຫ້ຄຳແນະນຳດ້ານການເງິນແກ່ທີມງານໂຄງການ ເພື່ອໃຫ້ການນຳໃຊ້ທຶນມີປະສິດທິພາບສູງສຸດ. 2.2 ການຄຸ້ມຄອງການເບີກຈ່າຍ ແລະ ບັນຊີ: ກວດສອບເອກະສານການຂໍເບີກຈ່າຍ (ໃບເກັບເງິນ ແລະ ໃບຮັບເງິນ) ໃຫ້ຖືກຕ້ອງຕາມນະໂຍບາຍການເງິນຂອງສະມາຄົມ ແລະ ຜູ້ໃຫ້ທຶນ. ຈັດການ ແລະ […]
ປະສານງານໂຄງການຂັ້ນເມືອງ ດ້ານການສົ່ງເສີມຄຸ້ມຄອງຢາປາບສັດຕູພືດ (1 ຕຳແໜ່ງ)
ປະກາດຮັບສະໝັກງານ (Job Announcement) ສະມາຄົມພັດທະນາກະສິກຳ ແລະ ສິ່ງແວດລ້ອມແບບຍືນຍົງ (SAEDA) ຮ່ວມກັບ ອົງການ CCL ພາຍໃຕ້ໂຄງການພັດທະນາຊົນນະບົດແບບປະສົມປະສານ ໄລຍະ 2 ທີ່ແຂວງອຸດົມໄຊ. ພວກເຮົາກຳລັງຊອກຫາບຸກຄະລາກອນທີ່ມີຄວາມຮູ້, ຄວາມສາມາດ ແລະ ໄຟແຮງ ເພື່ອຮ່ວມເປັນສ່ວນໜຶ່ງໃນການພັດທະນາຊຸມຊົນ. 📍 ຕຳແໜ່ງ: ປະສານງານໂຄງການຂັ້ນເມືອງ ດ້ານການສົ່ງເສີມຄຸ້ມຄອງຢາປາບສັດຕູພືດ (1 ຕຳແໜ່ງ)📍 ສະຖານທີ່ປະຈຳການ: ຫ້ອງການໂຄງການ ເມືອງໄຊ, ແຂວງອຸດົມໄຊ.⏳ ໄລຍະເວລາສັນຍາ: 24 ເດືອນ (ເລີ່ມເດືອນ 03/2026 – 02/2028) 📋 ພາລະໜ້າທີ່ຫຼັກ: ສ້າງຄວາມສາມາດໃຫ້ວິຊາການ, ຊາວບ້ານ ແລະ ຮ້ານຂາຍຢາປາບສັດຕູພືດ ໃນການຄຸ້ມຄອງສານເຄມີ. ປະສານງານຮ່ວມກັບອົງກອນ CCL, ສູນກາງ SAEDA ແລະ ພາກລັດທ້ອງຖິ່ນ. ວາງແຜນ, ຈັດຕັ້ງປະຕິບັດ, ຕິດຕາມ ແລະ ຂຽນບົດລາຍງານກິດຈະກຳໂຄງການ. ເປັນຄູຝຶກ ແລະ ນຳພາຊາວບ້ານຈັດຕັ້ງປະຕິບັດໃຫ້ໄດ້ຕາມເປົ້າໝາຍ. ຖອດຖອນບົດຮຽນ ແລະ ສ້າງເອກະສານປະສົບການທີ່ດີ (Best Practices). ✅ ຄຸນນະວຸດ ແລະ ມາດຖານ: […]
ຜູ້ປະສານງານໂຄງການດ້ານກະສິກຳສະຫຼາດ ຂັ້ນເມືອງ (District Smart Agriculture Project Coordinator)
ປະກາດຮັບສະໝັກພະນັກງານ ສະມາຄົມພັດທະນາກະສິກຳ ແລະ ສິ່ງແວດລ້ອມແບບຍືນຍົງ (SAEDA) ໂດຍການຮ່ວມມືກັບ ອົງການ ແຄຣ ນານາຊາດ (CARE International) ປະຈຳ ສປປ ລາວ ຈັດຕັ້ງປະຕິບັດ “ໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ຊຸມຊົນ ແລະ ຊົນເຜົ່າ ເພື່ອການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດແບບມີສ່ວນຮ່ວມ” ໃນ 10 ບ້ານ ຂອງເມືອງຈອມເພັດ, ແຂວງຫຼວງພະບາງ. ປະຈຸບັນ, ສະມາຄົມ SAEDA ມີຄວາມຕ້ອງການຮັບພະນັກງານ: ຜູ້ປະສານງານໂຄງການດ້ານກະສິກຳສະຫຼາດ ຂັ້ນເມືອງ (District Smart Agriculture Project Coordinator) ຈຳນວນ 1 ຕຳແໜ່ງ, ປະຈຳຢູ່ຫ້ອງການໂຄງການ ເມືອງຈອມເພັດ, ແຂວງຫຼວງພະບາງ. ໄລຍະເວລາສັນຍາ: 24 ເດືອນ (ເລີ່ມແຕ່ເດືອນ 02/2026 ຫາ 01/2028). 1. ພາລະໜ້າທີ່ຫຼັກ: ສົ່ງເສີມ ແລະ ພັດທະນາຊີວິດການເປັນຢູ່ຂອງປະຊາຊົນ ເພື່ອຄໍ້າປະກັນດ້ານສະບຽງອາຫານ ແລະ ສ້າງລາຍຮັບ ໂດຍຜ່ານການຜະລິດກະສິກຳສະຫຼາດ (Climate Smart Agriculture), […]
ທີມງານກິດຈະກຳ
🔥 ໂອກາດດີສຳລັບໄວໜຸ່ມມາຮອດແລ້ວ! ຢາກເຮັດວຽກສັງຄົມ ຢ່າລໍຊ້າ! 🔥 ສູນສຸຂະພາບພັດທະນາແມ່ຍິງ ແລະ ໄວໜຸ່ມ ຕ້ອງການເພື່ອນຮ່ວມງານ 1 ຕຳແໜ່ງ ເພື່ອເຂົ້າຮ່ວມ “ທີມງານກິດຈະກຳ”.ໃຜທີ່ມີໃຈຮັກຈິດອາສາ, ມັກຮຽນຮູ້ ແລະ ຢາກພັດທະນາຕົນເອງ ຕ້ອງສະໝັກເລີຍ! ✅ ຄຸນສົມບັດຜ່ານຄັດເລືອກ: ອາຍຸ 18-25 ປີ (ບໍ່ຈຳກັດເພດ). ວຸດທິ: ຈົບຊັ້ນສູງຂຶ້ນໄປ. ມີໃຈມັກເປັນຄູຝຶກ, ກ້າສະແດງອອກ ແລະ ມັກຊ່ວຍເຫຼືອສັງຄົມ. ສາມາດເຮັດວຽກນອກໂມງໄດ້. ⭐ ພິເສດ: ຖ້າຕັດຕໍ່ວິດີໂອ ຫຼື ເກັ່ງ Social Media ຈະພິຈາລະນາເປັນພິເສດ! ⏳ ດ່ວນ! ປິດຮັບສະໝັກວັນທີ 31 ມັງກອນ ນີ້ເທົ່ານັ້ນ! 📍 ສະຖານທີ່: ຫ້ອງກວດສຸຂະພາບໄວໜຸ່ມ ບ້ານສີຫອມ, ເມືອງ ຈັນທະບູລີ, ນວ.☎️ ສົນໃຈຕິດຕໍ່: 020 2980 0592 (ນາງ ລັດດາພອນ)
ພະຍາບານຊາຍ (1 ຕໍາແໜ່ງ)
📢 ປະກາດຮັບສະໝັກພະນັກງານດ່ວນ! 🏥 ຫ້ອງກວດສຸຂະພາບໄວໜຸ່ມ ສະຫະພັນແມ່ຍິງນະຄອນຫຼວງວຽງຈັນຕ້ອງການເພື່ອນຮ່ວມງານ ຕຳແໜ່ງ: ພະຍາບານຊາຍ (1 ຕໍາແໜ່ງ) 👨⚕️ ✅ ໜ້າທີ່ຮັບຜິດຊອບ:1️⃣ ຮັບຕ້ອນຄົນເຈັບ, ໃຫ້ຄໍາແນະນໍາ ແລະ ໃຫ້ຄໍາປຶກສາບັນຫາສຸຂະພາບ.2️⃣ ໃຫ້ຂໍ້ມູນຄວາມຮູ້ຜ່ານກິດຈະກຳຕ່າງໆ ແລະ ເຜີຍແຜ່ຂໍ້ມູນຜ່ານສື່. 👤 ເງື່ອນໄຂຜູ້ສະໝັກ:🔹 ເພດຊາຍ, ອາຍຸລະຫວ່າງ 20-35 ປີ.🔹 ວຸດທິການສຶກສາ: ຈົບສາຂາ ພະຍາບານ.🔹 ມີທັກສະໃນການໃຫ້ຄໍາປຶກສາ, ເຂົ້າໃຈໄວໜຸ່ມ ແລະ ເປັນມິດ.🔹 ມີມະນຸດສຳພັນດີ, ກະຕືລືລົ້ນ, ມີຄວາມຮັບຜິດຊອບສູງ.🔹 ສາມາດເຮັດວຽກເປັນທີມໄດ້ ແລະ ມີຄວາມອົດທົນ. 📝 ເອກະສານປະກອບການສະໝັກ:▪️ ໃບປະກາດສະນີຍະບັດ ແລະ ໃບຄະແນນ 1 ຊຸດ▪️ ຊີວະປະຫວັດ (CV) 1 ສະບັບ▪️ ໃບຢັ້ງຢືນທີ່ຢູ່ 1 ສະບັບ▪️ ໃບແຈ້ງໂທດ 1 ສະບັບ▪️ ໃບຢັ້ງຢືນສຸຂະພາບ 1 ໃບ 📍 ສະຖານທີ່ຍື່ນເອກະສານ:ຫ້ອງກວດສຸຂະພາບໄວໜຸ່ມ (ສະຫະພັນແມ່ຍິງ ນວ)☎️ ສອບຖາມຂໍ້ມູນເພີ່ມຕື່ມ: 020 2980 […]
ພະນັກງານ ຄູຝຶກ ແລະ ອຳນວຍຄວາມສະດວກໃນການພັດທະນາຊຸມຊົນ (1 ຕຳແໜ່ງ)
ປະກາດຮັບສະໝັກພະນັກງານ: ພະນັກງານ ຄູຝຶກ ແລະ ອຳນວຍຄວາມສະດວກໃນການພັດທະນາຊຸມຊົນ (1 ຕຳແໜ່ງ) ອົງການ: ສະມາຄົມລາວພັດທະນາຊັບພະຍາກອນມະນຸດໃນເຂດຊົນນະບົດ (ສພຊບ)ໄລຍະເວລາສັນຍາ: 6 ເດືອນວັນປິດຮັບສະໝັກ: 15 ມັງກອນ 2026 ຈຸດປະສົງຫຼັກຂອງຕຳແໜ່ງ ຮັບຜິດຊອບຫຼັກໃນການຮ່ວມຈັດຕັ້ງປະຕິບັດກິດຈະກຳ “ໂຄງການ ການໃຫ້ການບໍລິການຂໍ້ມູນສາທາລະນະ ແລະ ການສ້າງຄວາມຮັບຮູ້ ໃຫ້ແກ່ຊຸມຊົນທີ່ມີຄວາມບອບບາງ ໃນ ສປປ ລາວ”. ໃຫ້ບັນລຸເປົ້າໝາຍຂອງໂຄງການຢ່າງມີປະສິດທິພາບ ແລະ ປະສິດທິຜົນສູງສຸດ. ເປັນຜູ້ອຳນວຍຄວາມສະດວກ, ຝຶກອົບຮົມຫົວຂໍ້ຕ່າງໆ ຕາມແຜນຂອງກິດຈະກຳໂຄງການ ໃຫ້ຖືກຕາມແຜນທີ່ຖືກຮັບຮອງ ແລະ ມອບໝາຍ ເພື່ອໃຫ້ແນ່ໃຈວ່າການຈັດຕັ້ງປະຕິບັດກິດຈະກຳໄປຕາມແຜນ, ຕາມເວລາທີ່ກຳນົດໄວ້, ຕາມສັນຍາຮ່ວມກັບຜູ້ໃຫ້ທຶນ/ພາກສ່ວນກ່ຽວຂ້ອງ ຢ່າງມີປະສິດທິພາບ ແລະ ປະສິດທິຜົນສູງສຸດ. ຊ່ວຍປະສານງານກັບ ຄູ່ຮ່ວມງານພາກລັດຂັ້ນແຂວງ, ຂັ້ນເມືອງ, ຂັ້ນບ້ານ ແລະ ພາກສ່ວນກ່ຽວຂ້ອງ ຕາມການມອບໝາຍຈາກຜູ້ອຳນວຍການ. ເງື່ອນໄຂຜູ້ສະໝັກ ຖືສັນຊາດລາວ, ມີປະສົບການກ່ຽວກັບ ການເປັນຜູ້ອຳນວຍຄວາມສະດວກຂັ້ນຊຸມຊົນ. ອາຍຸບໍ່ເກີນ 45 ປີ. ຈົບການສຶກສາດ້ານ ກົດໝາຍ ຫຼື ພັດທະນາຊຸມຊົນ […]
ພະນັກງານ ການເງິນ ແລະ ບໍລິຫານ (2 ຕໍາແໜ່ງ)
ປະກາດຮັບສະໝັກພະນັກງານ: ພະນັກງານ ການເງິນ ແລະ ບໍລິຫານ (2 ຕໍາແໜ່ງ) ອົງການ: ສະມາຄົມລາວພັດທະນາຊັບພະຍາກອນມະນຸດໃນເຂດຊົນນະບົດ (ສພຊບ)ສະຖານທີ່ປະຈໍາການ: ນະຄອນຫຼວງວຽງຈັນໄລຍະເວລາສັນຍາ: 6 ເດືອນວັນປິດຮັບສະໝັກ: 13 ມັງກອນ 2026 ໜ້າທີ່ຮັບຜິດຊອບຕົ້ນຕໍ ຮັບຜິດຊອບວຽກງານການເງິນ ແລະ ວຽກງານບໍລິຫານທົ່ວໄປ. ຄຸ້ມຄອງວຽກງານການຈັດຊື້ ແລະ ຈັດຈ້າງ. ຈັດການລະບົບເອກະສານຕ່າງໆ ຂອງອົງການ. ປະຕິບັດວຽກງານອື່ນໆ ຕາມການມອບໝາຍ. ຄຸນສົມບັດຂອງຜູ້ສະໝັກ ຈົບການສຶກສາລະດັບປະລິນຍາຕີ ສາຂາການເງິນ-ການບັນຊີ, ບໍລິຫານທຸລະກິດ ຫຼື ສາຂາທີ່ກ່ຽວຂ້ອງ. ສາມາດນໍາໃຊ້ພາສາອັງກິດໄດ້ໃນລະດັບພື້ນຖານ. ຖືສັນຊາດລາວ, ອາຍຸບໍ່ເກີນ 35 ປີ. ມີທັກສະດ້ານໄອທີ ແລະ ຄອມພິວເຕີ (Word, Excel, PowerPoint, Email). ວິທີການສະໝັກ ຜູ້ທີ່ສົນໃຈກະລຸນາສົ່ງເອກະສານປະກອບມີ: ຊີວະປະຫວັດ (CV) ຈົດໝາຍສະໝັກວຽກ (Cover Letter) (ຖ້າມີ) ຊ່ອງທາງການສົ່ງເອກະສານ: Email: laodhrra@gmail.com WhatsApp: +856 20 2222 7595 […]
Finance & Administration Intern (Lao nationals only)
VACANCY ANNOUNCEMENT Finance & Administration Intern (Lao nationals only) Organization: Lao Child and Youth Development Association (LaoCYDA) Type: Internship (6 months, with possible extension/promotion) Duty Station: Vientiane Capital with provincial travel Reports to: Finance & Administration Coordinator About LaoCYDA The Lao Child and Youth Development Association (LaoCYDA) is a national, locally led civil society organization […]